Saturday, October 19, 2024
Homeແຈ້ງການສໍາຄັນຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານຢູ່ເຂດພາກໃຕ້ຂອງປະເທດລາວ

ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານຢູ່ເຂດພາກໃຕ້ຂອງປະເທດລາວ

ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານຢູ່ເຂດພາກໃຕ້ຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມພາກເໜືອ ແລະ ລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້ດ້ວຍກໍາລັງອ່ອນ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ຂໍ້ມູນອຸຕຸກະເສດປະຈໍາອາທິດ ສໍາລັບເຂົ້ານາປີ ແລະ ພືດຜັກ ວັນທີ 24–30 ກໍລະກົດ 2023. ຕົ້ນໄລຍະໜຶ່ງອາທິດຂ້າງໜ້າແມ່ນມີຄວາມສ່ຽງອາກາດຮ້ອນເອົ້າຢູ່ໃນເຂດເມືອງກາສີ, ແຂວງ ວຽງຈັນ. ເຂົ້ານາປີແມ່ນຢູ່ໃນໄລຍະຈະເລີນເຕີບໂຕຂອງຕົ້ນກ້າ. ດັ່ງນັ້ນ, ກະສິກອນຄວນເອົາໃຈໃສ່ຕິດຕາມ ແລະ ເພີ່ມທະວີການເອົາໃຈໃສ່ມາດຕະການທີ່ເໜາະສົມສໍາລັບອາກາດຮ້ອນເອົ້າທີ່ມີຄວາມສ່ຽງປານກາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments