Sunday, October 20, 2024
Homeຂ່າວພາຍໃນສວນອາຫານແຄມຄານ ເປີດໃຫ້ບໍລິການຢ່າງເປັນທາງການ

ສວນອາຫານແຄມຄານ ເປີດໃຫ້ບໍລິການຢ່າງເປັນທາງການ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາ, ສວນອາຫານແຄມຄານ ບ້ານອາໄພ ນະຄອນຫລວງພະບາງ ໄດ້ເປີດໃຫ້ການບໍລິການຢ່າງເປັນທາງການ ພາຍຫລັງດຳເນີນການກໍ່ສ້າງມາເປັນເວລາ 10 ເດືອນ ໂດຍແມ່ນ ບໍລິສັດບຸນຈະເລີນ ເປັນຜູ້ສຳປະທານ, ເຂົ້າຮ່ວມໃນພິທີຄັ້ງນີ້, ມີ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍເຈົ້ານະ ຄອນຫລວງພະບາງ ແລະຜູ້ປະກອບການທຸລະກິດ ເຂົ້າຮ່ວມ.

ໃນພິທີ ທ່ານ ຈີລະສັກ ພົງປະດິດ ປະທານບໍລິສັດບຸນຈະເລີນ ຜູ້ສຳປະທານ ໄດ້ລາຍງານວ່າ: ພາຍຫລັງ ບໍລິສັດບຸນຈະເລີນ ໄດ້ເຊັນສັນຍາສຳປະທານທີ່ດິນລັດຄຸ້ມຄອງ ຢູ່ເຂດບ້ານອາໄພ ນະຄອນ ຫລວງພະບາງ ໃນເນື້ອທີ່ 4.148 ຕາແມັດ ເພື່ອພັດທະນາເປັນແຫລ່ງທ່ອງທ່ຽວ, ບ່ອນພັກຜ່ອນຂອງປະຊາຊົນພາຍໃນຫລວງພະບາງ ແລະ ນັກທ່ອງທ່ຽວ ເຂົ້າມາທ່ຽວຊົມຫລວງພະບາງ, ບໍລິສັດບຸນຈະ ເລີນ ໄດ້ສົມທົບກັບພະແນກການທີ່ກ່ຽວຂ້ອງຂອງແຂວງ ໂດຍສະເພາະ ພະແນກໂຍທາທິການ ແລະ ຂົນສົ່ງ ແລະຂະແໜງຄຸ້ມຄອງມໍລະດົກໂລກ ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫລວງພະບາງ ເພື່ອອອກແບບການກໍ່ສ້າງ ໃຫ້ກົມກຽວກັບເຂດມໍລະດົກ, ເຂດແຄມນໍ້າ. ພາຍ ຫລັງໄດ້ອອກແບບ ແລະ ຢັ້ງຢືນ ຈາກພາກສ່ວນທີ່ກ່ຽວຂ້ອງຕາມລະບຽບການ ໂດຍໄດ້ເອົາໃຈໃສ່ໃນການກໍ່ສ້າງ, ສິ່ງປຸກສ້າງທີ່ໄດ້ຮັບອານຸມັດຈາກທາງພາກສ່ວນທີ່ກ່ຽວຂ້ອງ ມີຫ້ອງການ, ອາຄານທັງໝົດ 7 ຫລັງ ແລະ ຍົກລະດັບພື້ນເກົ່າຂຶ້ນ ທັງປັບປຸງເດີ່ນກິດຈະກຳ ແລະ ບ່ອນຈອດລົດ, ກໍ່ສ້າງຮົ້ວອ້ອມທາງຫລັງ, ປັບປຸງກໍ່ສ້າງທາງລົງສວນແຄມຄານ, ປະດັບປະດາປູກຕົ້ນໄມ້, ປູກຫຍ້າ ແລະ ອື່ນໆ ລວມມູນຄ່າການກໍ່ສ້າງທັງໝົດ 5,5 ຕື້ກວ່າກີບ. ມາຮອດປັດຈຸບັນ, ໄດ້ສໍາເລັດຕາມແຜນທີ່ວາງໄວ້ ເພື່ອໃຫ້ຊາວຄ້າ-ຂາຍ ມາຂາຍອາຫານ-ເຄື່ອງດື່ມເຄື່ອງດື່ມ ເພື່ອບໍລິການຂາຍໃຫ້ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ ເພື່ອສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ປະຊາຊົນນະຄອນ ຫລວງພະບາງ.

ທ່ານ ຈີລະສັກ ພົງປະດິດ ຍັງໃຫ້ຮູ້ອີກວ່າ: ຈຸດເດັ່ນຂອງສວນອາຫານແຄມຄານ ແມ່ນການກໍ່ສ້າງຮູບຈໍາລອງພະຍານາກຈຳນວນ 2 ອົງ ໂດຍແມ່ນອົງການປົກຄອງແຂວງໄດ້ນຳພາສ້າງ ແລະ ໄດ້ຂໍຄຳແນະນຳຈາກຄູບາອາຈານ ເພື່ອໃຫ້ສອດຄ່ອງກັບຕຳນານພະຍານາກ ທີ່ປົກປັກຮັກສາຫລວງພະບາງ, ສ່ວນການບໍລິການພາຍໃນ ແມ່ນຈະເນັ້ນການບໍລິການອາຫານລາວ ໂດຍມີທັງໝົດ 4 ຮ້ານ. ນອກນັ້ນ ແມ່ນຮ້ານອາຫານຕ່າງປະເທດ ເປັນຕົ້ນ ອາຫານຫວຽດນາມ, ຈີນ, ຍີ່ປຸນ, ຝຣັ່ງ ແລະ ອື່ນໆ.

ຂ່າວ: ອາພຸດເດດ ບຸບຜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments