Sunday, October 20, 2024
Homeຂ່າວພາຍໃນເນັ້ນ 3 ອົງການຈັດຕັ້ງມະຫາຊົນສຸມໃສ່ການປະຕິບັດວຽກງານຮອບດ້ານໃຫ້ສຳເລັດຜົນ

ເນັ້ນ 3 ອົງການຈັດຕັ້ງມະຫາຊົນສຸມໃສ່ການປະຕິບັດວຽກງານຮອບດ້ານໃຫ້ສຳເລັດຜົນ

ວັນທີ 21 ກໍລະກົດ 2023 ຜ່ານມາ ເມືອງຫົງສາ ແຂວງໄຊຍະບູລີ ໃນວະລະກອງປະຊຸມສະຫຼຸບຜົນການດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານຂອງ 3 ອົງການຈັດຕັ້ງມະຫາຊົນ ຂອງເມືອງຫົງສາ ແຂວງໄຊຍະບູລີ ທີ່ສະໂມສອນເມືອງ ໃນວັນທີ 21 ກໍລະກົດ 2023 ຜ່ານມາ.

ສະຫາຍ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ ແລະ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫົງສາ ໄດ້ເໜັ້ນຫຼາຍບັນຫາ ໃຫ້ກວດຄືນດ້ານເນື້ອໃນ ຂັ້ນຕອນການຈັດຕັ້ງປະຕິບັດຂອງກອງປະຊຸມໃຫຍ່ແຕ່ລະອົງການຈັດຕັ້ງຢ່າງລະອຽດ ເອົາໃຈໃສ່ໃນການສ້າງແຜນວຽກ-ແຜນງານຕີລາຄາໃຫ້ເຖິງຖອງຕໍ່ພາລະບົດບາດໃຫ້ຕິດພັນກັບຂໍ້ແຂ່ງຂັນຂອງແຕ່ລະອົງການຈັດຕັ້ງ ແລະ ນອກຈາກນັ້ນ ຍັງຈະຕ້ອງຊຸກຍູ້ສົ່ງເສີມແຕ່ລະຮາກຖານໃຫ້ມີຂະບວນການກີລາ ສິລະປະວັນນະຄະ ດີ ແລະ ຂະບວນການຕ່າງໆ ເພຶ່ອສ້າງໃຫ້ມີຂະບວນການຟົດຟື້ນ ແລະ ເປັນການສືບຕໍ່ກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວເມືອງຫົງສາ ຄັ້ງທີ IX ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານທົ່ວເມືອງ ຄັ້ງທີ IX ແລະ ກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງທົ່ວເມືອງ ຄັ້ງທີ X ໃນຕໍ່ໜ້າ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ກອງປະຊຸມ ສະຫາຍ ໄກສອນ ນາລີອອມ ກຳມະການພັກເມືອງ ເລຂາຊາວໜຸ່ມເມືອງ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຂຶ້ນຜ່ານບົດລາຍງານຜົນສຳເລັດການນຳພາດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານ 3 ອົງການຈັດຕັ້ງມະຫາຊົນໂດຍຫຍໍ້ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ມີ 2 ໄລຍະຄື: ຊາວໜຸ່ມທົ່ວເມືອງ ມີໜ່ວຍຮາກຖານທັງໝົດ 67 ໜ່ວຍ ໄດ້ຈັດຕັ້ງປະຕິບັດໄລຍະທີ 1 ເລີ່ມແຕ່ກາງເດືອນສິງຫາ-ກາງເດືອນກຸມພາ ປີ 2022 ໄດ້ລົງນໍາພາດໍາເນີນກອງປະຊຸມໃຫຍ່ຊາວໜຸ່ມຮາກຖານ ສໍາເລັດ 38 ໜ່ວຍ ເທົ່າກັບ 56,71% ພ້ອມໄດ້ຈັດພິທີປະກາດຮັບຮອງໂຮງຮຽນທີ່ມີເງື່ອນໄຂ ມາດຖານເປັນກອງເຍົາວະຊົນທັນວາ 3 ດີ 4 ຮູ້ ສໍາເລັດ 10 ໂຮງຮຽນ ໄລຍະທີ 2 ເລີ່ມແຕ່ຕົ້ນເດືອນພຶດສະພາ-ມິຖຸນາ 2023 ສໍາເລັດ 29 ໜ່ວຍ ຫຼື ເທົ່າກັບ 100% ພ້ອມທັງໄດ້ປັບປຸງຫຍຸບໜ່ວຍທີ່ມີສະມາຊິກໜ້ອຍເປັນຈຸໄປຂຶ້ນກັບໜ່ວຍອື່ນ ຈໍານວນ 8 ຮາກຖານ ສະຫະພັນກໍາມະບານທົ່ວເມືອງເມືອງ ມີຮາກຖານກໍາມະບານທັງໝົດ 47 ຮາກຖານ ໄດ້ຈັດຕັ້ງປະຕິບັດໄລຍະທີ 1 ເລີ່ມແຕ່ກາງເດືອນພະຈິກ 2022 ກາງເດືອນກຸມພາ 2023 ສໍາເລັດທັງໝົດ 24 ໜ່ວຍ ຫຼື ເທົ່າກັບ 51,06% ໄລຍະທີ 2 ເລີ່ມແຕ່ຕົ້ນເດືອນເມສາ-ຕົ້ນເດືອນມິຖຸນາ 2023 ສໍາເລັດ 14 ໜ່ວຍ ຫຼື ເທົ່າກັບ 100% ແລະ ພ້ອມທັງໄດ້ປັບປຸງຫຍຸບໜ່ວຍຮາກຖານທີ່ມີຈໍານວນສະມາຊິກໜ້ອຍຂຶ້ນກັບໜ່ວຍອື່ນ ຈໍານວນ 2 ຮາກຖານ ບໍ່ໄດ້ດໍາເນີນກອງປະຊຸມໃຫຍ່ ຈຳນວນ 9 ຮາກຖານ (ເນື່ອງຈາກເປັນຮາກຖານສ້າງຕັ້ງຂຶ້ນໃໝ່ ແລະ ໄດ້ປັບປຸງຕາມໜ້າທີ່ວຽກງານ) ສະຫະພັນແມ່ຍິງທົ່ວເມືອງ ມີໜ່ວຍຮາກຖານ 69 ໜ່ວຍ ແລະ ໄດ້ຈັດຕັ້ງປະຕິບັດໄລຍະທີ 1 ເລີ່ມແຕ່ກາງພະຈິກ 2022 -ທ້າຍເດືອນກຸມພາ 2023 ສໍາເລັດ 41 ໜ່ວຍ ຫຼື ເທົ່າກັບ 59,42% ໄລຍະທີ 2 ເລີ່ມແຕ່ທ້າຍເດືອນເມສາ-ກາງເດືອນມິຖຸນາ 2023 ສໍາເລັດ 28 ໜ່ວຍ ຫຼື ເທົ່າກັບ 100% ພ້ອມທັງໄດ້ປັບປຸງຫຍຸບໜ່ວຍຮາກຖານທີ່ມີຈໍານວນສະມາຊິກໜ້ອຍໄປຂຶ້ນກັບໜ່ວຍອື່ນ ຈໍານວນ 2 ຮາກຖານ ມາຮອດປັດຈຸບັນ 3 ອົງການຈັດຕັ້ງມະຫາຊົນໄດ້ສໍາເລັດຕາມຄາດໝາຍ ແລະ ແຕ່ລະໜ່ວຍຮາກຖານໄດ້ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະ ຖືກຕ້ອງຕາມມາດຖານເງື່ອນໄຂ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments