Saturday, October 19, 2024
Homeສຶກສາກະຊວງສຶກສາທິການ ແລະ ກິລາ ເປີດຊຸດຝຶກອົບຮົມຄັ້ງທີສອງ ເພື່ອຝຶກການໃຫ້ການຊ່ວຍເຫຼືອຄູສອນຊັ້ນປະຖົມສຶກສາ ຂອງແຜນງານບີຄວາ.

ກະຊວງສຶກສາທິການ ແລະ ກິລາ ເປີດຊຸດຝຶກອົບຮົມຄັ້ງທີສອງ ເພື່ອຝຶກການໃຫ້ການຊ່ວຍເຫຼືອຄູສອນຊັ້ນປະຖົມສຶກສາ ຂອງແຜນງານບີຄວາ.

ໃນຕອນເຊົ້າວັນທີ 21 ກໍລະກົດ 2023ນີ້ ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ ແຜນງານບີຄວາ ໄດ້ເປີດຊຸດ ຝຶກອົບຮົມ ໃຫ້ແກ່ກຸ່ມພະນັກງານຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອຊ່ວຍເຫຼືອດ້ານການສອນ ໃນ 30 ເມືອງເປົ້າໝາຍ ຂອງແຜນງານບີຄວາ ເຊິ່ງຈະດຳເນີນໄປຈົນຮອດກາງ ເດືອນສິງຫາ 2023 ນີ້ ພ້ອມທັງ ມອບເຄື່ອງແທັບເລັດຈໍານວນ 35 ເຄື່ອງໃຫ້ວິທະຍາໄລຄູສະຫວັນນະເຂດເພື່ອນໍາໃຊ້ເຂົ້າໃນກາານການ ຝຶກອົບຮົມຄູຝຶກຜູ້ເຮັດວຽກສຶກສານິເທດພາຍໃນຄັ້ງທີ 2 ໂດຍໃຫ້ກຽດຮັບຂອງທ່ານ ລັດສະໝີ ພະໄຊສີ ຜູ້ອໍານວນການວິທະຍາໄລຄູສະຫວັນນະເຂດ.

ໃນໄລຍະການຝຶກອົບຮົມຊຸດໃໝ່ນີ້ຈະໃຊ້ເວລາ 5 ວັນ,ເຊິ່ງຈະໄດ້ຮຽນຮູ້ພື້ນຖານການນຳໃຊ້ແທັບເລັດ (ເລີ່ມຕົ້ນດ້ວຍການຮຽນນຳໃຊ້ແທັບເລັດ, ໜ້າທີ່ພື້ນຖານຂອງແທັບເລັດ ແລະ ການແກ້ໄຂບັນຫາ) ແລະ ວິທີການເຂົ້າເຖິງສື່ການຮຽນການສອນ ດິຈິຕອນທີ່ມີຢູ່ ເຊັ່ນ: ຊ່ອງທາງ ຢູທູບ ວິດີໂອ ສຳລັບການພັດທະນາຄູ ແລະ ທາງຄັງປັນຍາລາວ ແລະ ຍັງຈະໄດ້ຮຽນຮູ້ວິທີການນໍາໃຊ້ ອຸປະກອນ ເພື່ອການສື່ສານ ແລະ ຂໍ້ມູນຂ່າວສານ ສໍາລັບການເກັບຂໍ້ມູນ ແລະ ການເກັບບັນທຶກຂໍ້ມູນ ຈາກການລົງຕິດຕາມໂຮງຮຽນ. ຈຸດປະສົງແມ່ນເພື່ອໃຫ້ເຂົາເຈົ້າ ສາມາດປະສົມປະສານ ເຄື່ອງມືທັນສະໄໝ ເຂົ້າໃນພາລະບົດບາດຂອງເຂົາເຈົ້າ ໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອສ້າງຄວາມເຂັ້ມແຂງດ້ານຄຸນນະພາບດ້ານການສອນ ແລະ ປັບປຸງຜົນການຮຽນຂອງນັກຮຽນ ແລະ ການມີສ່ວນຮ່ວມ.ເຊິ່ງ ໃນລະບົບໃໝ່ຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ການສະໜັບສະໜູນຄູຢ່າງຕໍ່ເນື່ອງ ແມ່ນໄດ້ອຳນວຍຄວາມສະດວກໂດຍທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ທີ່ໄດ້ຖຶກຄັດເລືອກໃນເດືອນ ກຸມພາ-ມີນາ 2023 ທີ່ຜ່ານມາ ໃນ 30 ເມືອງເປົ້າໝາຍຈາກ 7 ແຂວງ ມີແຂວງ(ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະ ຄຳມ່ວນ). ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ແມ່ນຖຶກຄັດເລືອກໂດຍອີງໃສ່ລະດັບໂຮງຮຽນ ແລະ ປະກອບມີ 1.043 ທ່ານ, ຜູ້ອໍານວຍການ ແລະ ຮອງອໍານວຍການ (40%) ແລະ ຄູ (60%). ໃນນັ້ນ 56% ຂອງສະມາຊິກທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ແມ່ນເພດຍິງ. ໃນ 3 ວິທະຍາໄລຄູ ເປົ້າໝາຍຄື: ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູຫຼວງນ້ຳທາ ເຊິ່ງຈະນຳພາທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ສ້າງຂີດຄວາມສາມາດເພື່ອໃຫ້ການຊ່ວຍເຫຼືອທີ່ມີຄຸນນະພາບແກ່ຄູສອນຊັ້ນປະຖົມສຶກສາ. ການຝຶກອົບຮົມຄັ້ງທີສອງ ແມ່ນຈະສຸມໃສ່ການປະຕິບັດການສອນທີ່ສາມາດນໍາໃຊ້ໃນຫ້ອງຮຽນ ແລະ ວິທີການນໍາໃຊ້ແທັບເລັດ ເພື່ອສະໜັບສະໜູນຄູໃນວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments