Saturday, October 19, 2024
Homeຂ່າວພາຍໃນ6 ເດືອນຕົ້ນປີ ນະຄອນ ໄກສອນ ພົມວິຫານ ເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 58,23%

6 ເດືອນຕົ້ນປີ ນະຄອນ ໄກສອນ ພົມວິຫານ ເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 58,23%

ໃນຕອນເຊົ້າວັນທີ 21 ກໍລະກົດ 2023 ນີ້,ຫ້ອງການການເງິນ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ການເກັບລາຍຮັບເຂົ້າງົບປະມານ 6 ເດືອນຕົ້ນປີ ແລະ ຄາດຄະເນ 6 ເດືອນທ້າຍປີ 2023,ໂດຍການເປັນປະທານຂອງ ທ່ານ ປະສົງສິນ ຈະເລີນສຸກ ກຳມະການປະຈຳພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນ ໄກສອນ ພົມວິຫານ,ມີຄະນະປະຈຳພັກ,ກຳມະການພັກ ນະຄອນ, ຮອງຫົວໜ້າພະແນກ ການເງິນແຂວງ, ຂະແໜງສ່ວຍສາອາກອນແຂວງ, ຫົວໜ້າ-ຄະນະ ຫ້ອງການອ້ອມຂ້າງ ພ້ອມດ້ວຍ ພະນັກງານ ແລະ ເລຂາພັກບ້ານ-ນາຍບ້ານ 67ບ້ານທົ່ວນະຄອນ ເຂົ້າຮ່ວມ.

ທ່ານ ຄຳພຽນ ມາດນີວົງ ກຳມະການພັກນະຄອນ ຫົວໜ້າຫ້ອງການ-ການເງິນ ນະຄອນ ໄດ້ຍົກໃຫ້ຮູ້ວ່າ: ຜ່ານການຈັດຕັ້ງ ປະຕິບັດວຽກງານງົບປະມານ ຂອງນະຄອນໃນໄລຍະ 6 ເດືອນຜ່ານມາ ສາມາດເກັບລາຍ ຮັບເຂົ້າງົບປະມານໄດ້ 8,612 ຕື້ກວ່າກີບ, ເທົ່າກັບ 58,23% ຂອງແຜນການປີ, ຖ້າທຽບໃສ່ ປີ 2022 ຫຼຸດລົງ 17,69% ໃນນັ້ນ ໄດ້ຈາກອາກອນ 4,242 ຕື້ກວ່າກີບ, ເທົ່າ ກັບ 63,69%, ຄ່າທໍານຽມປະຕິບັດໄດ້ 2,401 ຕື້ກວ່າກີບ, ເທົ່າກັບ 187,58%, ຄ່າບໍລິການ ປະຕິບັດໄດ້ 254 ລ້ານກວ່າກີບ, ເທົ່າກັບ 32,26%, ພາສີທີ່ດິນ ບັນລຸໄດ້ 1,342 ຕື້ກວ່າກີບ, ເທົ່າກັບ 25,51%, ຊັບສິນລັດ ປະຕິບັດໄດ້ 371 ລ້ານກວ່າກີບ, ເທົ່າກັບ 46,46%,ສ່ວນການປະຕິບັດລາຍຈ່າຍງົບປະມານ 6 ເດືອນ ມີຈຳນວນ 2,338 ຕື້ກວ່າກີບ, ເທົ່າກັບ 69,952% ຂອງແຜນການ.

ສຳລັບແຜນຈັດເກັບລາຍຮັບ ງົບປະມານໃນ 6ເດືອນທ້າຍ ປີ 2023 ນະຄອນ ຈະໃຫ້ໄດ້ບັນລຸຕາມແຜນການ 100% ຫຼື ລື່ນແຜນການປີ.

ພ້ອມດຽວກັນນີ້,ໃນກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດ ຄຳເຫັນ ແລະ ເຈາະຈີ້ມຈາກ ປະທານກອງປະຊຸມ ແລະຈາກພາກສ່ວນຕ່າງໆໃນທົ່ວນະຄອນ ພ້ອມທັງຮັບຟັງການຊີ້ແຈ້ງໃນບັນຫາທີ່ພາກສ່ວນຕ່າງໆ ຍົກຂື້ນມາ ທັງນີ້ກໍ່ເພື່ອນຳໄປ ປັບປຸງແກ້ໄຂໃນຕໍ່ໜ້າ ແນ່ໃສ່ ເຮັດໃຫ້ວຽກງານການ ເງິນຂອງນະຄອນບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້./.

ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments