ໃນວັນທີ 14 ກໍລະກົດ 2023 ນີ້ ບໍລິສັດກະສິກຳດອກງິ້ວຄຳ ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ ໄດ້ຈັດພິທີມອບຮັບເອົາງົວພັນຊີ້ນຂອງບໍລິສັດກະສິກໍາດອກງິ້ວຄຳ ກັບຄືນຈາກໂຄງການມີສ່ວນຮ່ວມກັບປະຊາຊົນບ້ານນໍ້າຟ້າ ໂດຍການເປັນປະທານຂອງ ທ່ານ ຖາງເຫວີຍ ໃນນາມປະທານບໍລິສັດກະສິກຳດອກງີ້ວຄຳ.

ໂດຍອີງຕາມນະໂຍບາຍຂອງທາງບໍລິສັດກະສິກໍາດອກງີ້ວຄຳ ແລະ ພະແນກກະສິກຳ ແລະ ປ່າໄມ້ທີ່ໄດ້ເຮັດມະຕິຕົກລົງມອບງົວພັນຊີ້ນໃຫ້ປະຊາຊົນບ້ານນໍ້າຟ້າໄປລ້ຽງແບບບໍ່ໄດ້ເສຍຄ່າຈຳນວນ 36 ໂຕ (ໂຕຜູ້1ໂຕ) ໃນຄັ້ງວັນທີ 18 ພະຈິກ 2019 ແລະ ເມື່ອລ້ຽງໃຫຍ່ແລ້ວ ສາມາດນຳມາຂາຍຄືນໃຫ້ກັບບໍລິສັດ.

ມາຮອດປະຈຸບັນງົວຈຳນວນດັ່ງກ່າວແມ່ນໄດ້ແຜ່ຂະຫຍາຍເຖິ່ງ 135 ໂຕ, ບັນລຸຕາມເປົ້າໝາຍ ແລະ ແນວທາງທີ່ໄດ້ກຳນົດເອົາໄວ້ ເປັນໂຄງການທີ່ປະສົບຜົນສຳເລັດຢ່າງສູງ.

ສະນັ້ນ ມາຮອດວັນທີ 14 ກໍລະກົດນີ້ ພິທີມອບຮັບເອົາງົວພັນຊີ້ນຂອງ ບໍລິສັດ ກະສິກໍາດອກງີ້ວຄຳ ກັບຄືນຈາກໂຄງການມີສ່ວນຮ່ວມກັບປະຊາຊົນບ້ານນໍ້າຟ້າ ຈື່ງໄດ້ໄຂຂື້ນ, ປະຊາຊົນບ້ານນໍ້າຟ້າຈຳນວນ 6 ຄອບຄົວໄດ້ພ້ອມພຽງຮຽງໜ້າກັນນຳງົວຂອງຕົນລວມທັງໝົດ 19 ໂຕ ລວມເປັນເງິນກີບຈຳນວນ 228.000.000 ກວ່າກີບ ໂດຍນຳມາຂາຍກັບຄືນໃຫ້ກັບບໍລິສັດ ແລະ ໄດ້ນຳເອົາເງິນຈຳນວນດັງກ່າວໄປນຳໃຊ້ ແລະ ເສີມຂະຫຍາຍທຸລະກິດຂອງຕົນ.
