ໃນໄລຍະແຫ່ງສົງຄາມຕໍ່ສູ້ ກູ້ຊາດອັນດຸເດືອດນັ້ນ, ສູນກາງ ແນວລາວຮັກຊາດ ຊຶ່ງນຳໜ້າໂດຍ ປະທານ ສຸພານຸວົງ ເພິ່ນໄດ້ຮ່ວມກັບໝູ່ຄະນະສ້າງນະໂຍບາຍ ການສຶກສາໃນທຸກທ້ອງຖິ່ນ ທີ່ໄດ້ຮັບການປົດປ່ອຍ. ສ້າງໂຮງຮຽນກິນນອນ, ສ້າງໂຮງຮຽນນ້ອງນ້ອຍ, ໂຮງຮຽນຊົນ ເຜົ່າຫລາຍໆແຫ່ງ, ເອົາໃຈໃສ່ກໍ່ສ້າງພະນັກງານຈາກ ຖັນແຖວຊາວໜຸ່ມ. ດັ່ງໃນມະຕິຄັ້ງ ທີ 16 ສະໄໝທີ I ຂອງສູນກາງພັກ ໄດ້ກໍານົດວ່າ: “ຕ້ອງມີແຜນການກໍ່ສ້າງພະນັກງານໃໝ່, ພະນັກງານໜຸ່ມນ້ອຍເປັນຊຸດໆ ເພື່ອຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ”. ປະຕິບັດ ຕາມມະຕິດັ່ງກ່າວ, ປີ 1968 ໂຮງຮຽນອຸດົມຫລັງທຳອິດ ຂອງເຂດປົດປ່ອຍໄດ້ເປີດຂຶ້ນ ແລະ ໃນມື້ໄຂສົກຮຽນນັ້ນ ປະທານ ສຸພານຸວົງ ໄດ້ໃຫ້ຄຳໂອວາດຕັກເຕືອນວ່າ: “ພວກຫລານຕ້ອງຮຽນ ໃຫ້ເກັ່ງເສັງໃຫ້ໄດ້, ນຳໃຊ້ໃຫ້ເປັນ”. ໃຕ້ຮົ່ມທຸງຂອງແນວລາວຮັກຊາດ ເຊິ່ງພັກປະຊາຊົນ ປະຕິວັດ ລາວ ເປັນແກນນຳນັ້ນອົງການຈັດ ຕັ້ງຂອງຊາວໜຸ່ມໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 14 ເມສາ 1955; ອົງການຈັດຕັ້ງເຍົາວະຊົນທັນວາ ກໍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 2 ທັນວາ 1955 ຊຶ່ງບັນດາອົງການຈັດຕັ້ງດັ່ງກ່າວນັ້ນ, ແມ່ນໄດ້ຮັບການຊີ້ນໍາ-ນໍາພາ, ເບິ່ງແຍງຈາກສູນກາງແນວລາວ ຮັກຊາດ ແລະ ໄດ້ເສີມຂະຫຍາຍບົດບາດເຕົ້າໂຮມ, ຂົນຂວາຍກຳລັງມະຫາຊົນ ຢ່າງກວ້າງ ຂວາງ, ຊາວໜຸ່ມແຕ່ເໜືອເຖິງໃຕ້ ໄດ້ສະຫລະຄອບຄົວ ເຂົ້າປະກອບສ່ວນນຳການປະຕິວັດນັບມື້ນັບຫລາຍຂຶ້ນ.
ເພື່ອເສີມຂະຫຍາຍກຳລັງແຮງປະຕິວັດ ຂອງຊາວໜຸ່ມໃຫ້ຂຶ້ນສູ່ກະແສສູງ, ນຳເອົາກຳລັງຊາວໜຸ່ມເປັນກຳລັງປະຈັນບານ ກຽມພ້ອມຕີເອົາຊະນະ ກັບຈັກກະພັດຜູ້ຮຸກຮານນັ້ນ, ປະທານ ສຸພານຸວົງ ໄດ້ໂອລົມກັບຊາວໜຸ່ມ ໃນກອງປະຊຸມ ມິດຕິງຂອງຊາວໜຸ່ມອ້ອມຂ້າງສູນກາງ ໃນ ຕົ້ນປີ 1970 ທີ່ຖ້ຳຊ້າງລອດ ເມືອງວຽງໄຊ ແຂວງຫົວພັນ, ເພິ່ນໄດ້ກ່າວຕັກເຕືອນໃຫ້ຊາວໜຸ່ມ ຕ້ອງມີອຸດົມຄະຕິປະຕິວັດ, ຝຶກຝົນຫລໍ່ຫລອມຕົນເອງ ທາງດ້ານຄຸນສົມບັດ ແລະ ຄວາມສາມາດ, ຕ້ານແນວ ຄິດຂີ້ຄ້ານມັກງ່າຍ, ແນວຄິດມັກສະຫງົບສຸກສ່ວນຕົວ ຫລື ໝົດຫວັງ. ຈາກນັ້ນມາ ຈຶ່ງເຮັດໃຫ້ຂະບວນການແຂ່ງຂັນ ຂອງຊາວໜຸ່ມຟົດຟື້ນຂຶ້ນ, ຊາວໜຸ່ມຢູ່ຕາມສຳນັກງານ-ອົງການ, ກົມກອງສູ້ຮົບຕ່າງໆ ໄດ້ຫ້າວຫັນປະຕິບັດຄຳຂວັນຂອງຕົນ ຄື: “ບ່ອນໃດຍາກຊາວໜຸ່ມຕ້ອງບຸກ, ບ່ອນໃດທຸກຊາວໜຸ່ມຕ້ອງຜ່ານ, ບ່ອນໃດຊາດຕ້ອງການຊາວ ໜຸ່ມຕ້ອງຂັນອາສາ”.
ການຕໍ່ສູ້ປົດປ່ອຍຊາດໄດ້ສຳ ເລັດລົງ, ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 2 ທັນວາ 1975. ໂດຍຮັບຮູ້ ແລະ ເຂົ້າໃຈແຈ້ງເຖິງຄວາມຮຽກຮ້ອງຕ້ອງການ ໃນການສ້າງຄົນຮຸ່ນໃໝ່ ແຕ່ຍັງ ເຍົາໄວ ເພື່ອໃຫ້ກາຍເປັນຜູ້ສືບທອດ ການປະຕິວັດນັ້ນ, ປະທານ ສຸພານຸວົງ ໃນນາມປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຫັນດີໃຫ້ນຳໃຊ້ຄຳສອນ “6 ຮັກ 3 ຊັງ” ເປັນ ເນື້ອໃນຄໍາສອນສໍາລັບເດັກ. ດັ່ງນັ້ນ, ໃນໂອ ກາດສະເຫລີມສະຫລອງ ວັນທີ 1 ມິຖຸນາ 1977 (ວັນເດັກ ນ້ອຍສາກົນ) ປະ ທານ ສຸພານຸວົງ ໄດ້ຕັກເຕືອນພວກຫລານນ້ອຍ ໂດຍຜ່ານໜັງສືພິມວ່າ: “ພວກຫລານເຍົາວະຊົນ ຕ້ອງຝຶກຝົນຕົນ ເອງຕາມຄຳສອນ 6 ຮັກ 3 ຊັງ ເພື່ອໃຫ້ສົມກັບເປັນເດັກໃນອະນາຄົດ ຂອງຊາດລາວສັງຄົມນິຍົມ” ໝາຍວ່າ: “ຮັກປະເທດຊາດ ແລະ ບັນດາທ່ານຜູ້ນຳຂອງພັກ-ລັດ, ຮັກການ ອອກແຮງງານ, ຮັກການຮ່ຳຮຽນ ແລະ ຄວາມກ້າວໜ້າ, ຮັກລະບຽບວິໄນ, ຮັກຄວາມສະອາດ ແລະ ຮັກແພງເຄື່ອງຂອງສ່ວນລວມ; ຊັງສັດຕູຂອງຊາດ, ຊັງຄວາມເປິ ເປື້ອນ ແລະ ຊັງຄວາມຂີ້ຄ້ານ (ສຽງປະຊາຊົນສະບັບ 526; ວັນພຸດ 1/6/1977)”.
ຈາກນັ້ນມາຄຳສອນ ດັ່ງກ່າວໄດ້ກາຍເປັນເນື້ອໃນ ສຶກສາອົບຮົມສຳລັບເຍົາວະຊົນ ແລະ ເດັກນ້ອຍທົ່ວໄປ, ກາຍເປັນຄວາມຮຽກຮ້ອງຕ້ອງການ, ການປະພຶດຂອງເດັກນ້ອຍຍັງຊີ້ບອກ ໃຫ້ຜູ້ໃຫຍ່ຕ້ອງໄດ້ເອົາໃຈໃສ່ດູແລເບິ່ງແຍງ ເພື່ອສ້າງ ໃຫ້ເຂົາກາຍເປັນຜູ້ສືບທອດພາລະກິດຂອງ ຊາດລາວຕໍ່ໄປ.