Saturday, October 19, 2024
Homeຂ່າວພາຍໃນໂຄສະນາອົບຮົມແຂວງ ສະຫວັນນະເຂດຈັດພິທີປາຖະກະຖາ 2 ວັນທີ່ສຳຄັນຂອງຊາດຂອງພັກ

ໂຄສະນາອົບຮົມແຂວງ ສະຫວັນນະເຂດຈັດພິທີປາຖະກະຖາ 2 ວັນທີ່ສຳຄັນຂອງຊາດຂອງພັກ

ໃນຕອນເຊົ້າວັນທີ 13 ກໍລະກົດນີ້ຢູ່ທີ່ ສະໂມສອນໂຮງຮຽນການເມືອງ ການປົກຄອງແຂວງ ສະຫວັນນະເຂດ ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດທີ່ສຳຄັນຂອງຊາດ ຂອງພັກຂື້້ນ ຄື : ວັນເກີດ ປະທານ ສຸພານຸວົງ ຄົບຮອບ 114 ປີ 13 ກໍລະກົດ 1909 – 13 ກໍລະກົດ 2023 ,ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ , ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ – ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນຕະຫລອດໄປ ໂດຍການເປັນກຽດກ່າວປາຖະກະຖາຂອງທ່ານ ຄຳວິໃສ ຜຸຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ , ທ່ານ ຄຳພວຍ ວິໄລເດດວົງສາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ , ມີຫົວໜ້າ – ຮອງຫົວໜ້າ,ຄະນະພັກ – ຄະນະບັນຊາ , ພະນັກງານ – ສະມາຊິກພັກ ເຂົ້າຮ່ວມຮັບຟັງເປັນນຳນວນຫລວງຫລາຍ.

ທ່ານ ຄຳວິໃສ ຜຸຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ປາຖະກະຖາວັນເກີດປະທານ ສຸພານຸວົງ ຄົບຮອບ 114 ປີ , ປະທານ ສຸພານຸວົງ ແມ່ນຜູ້ນຳສູງສຸດຂອງພັກ ແລະ ລັດ ເປັນຄົນໜື່ງທີ່ຕິດພັນກັບຂະບວນການປະຕິວັດ , ເພີ່ນໄດ້ຮ່ວມກັບຜູ້ນຳຄົນອື່ນໆ ນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍ່ຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານ ສຸພານຸວົງ ເປັນເຈົ້າຊາຍແດງ , ເປັນສັນຍາລັກ ຂອງຄວາມສາມັກຄີ , ເປັນວິສາວະກອນເອກຂອງປະເທດເຮົາ ແລະ ເປັນນັກການເມືອງທີ່ມີຈິດໃຈສາກົນອັນຜ່ອງໃສ , ເພີ່ນເປັນຜູ້ນຳທີ່ມີຈິດໃຈຮັກຊາດອັນສູງສົ່ງ , ຍອມເສຍສະຫລະທຸກສິ່ງຢ່າງ ເພື່ອປະເທດຊາດ , ເພື່ອປະຊາຊົນ , ພ້ອມນີ້ຍັງໄດ້ໃຫ້ຮູ້ເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂຂອງປະທານ ສຸພານຸວົງ , ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ສຸພານຸວົງ , ຮ່ຳຮຍນເອົາແບບຢ່າງຄຸນງາມຄວາມດີຂອງປະທານ ສຸພານຸວົງ. ຈາກນັ້ນ ທ່ານ ຄຳພວຍ ວິໄລເດດວົງສາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ປາຖະກະຖາ ປີ 2022 ແມ່ນປີສາມັກຄີມິດຕະພາບລາວ – ຫວຽດນາມ ,ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ 18 ກໍລະກົດ 1977 ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມຄົບຮອບ 60 ປີ 5 ກັນຍາ 1962 ເພື່ອເປັນການຈາລືກຄຸນງາມຄວາມດີຂອງພັກ , ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫ່ຍຫລວງ ແລະ ລ້ຳຄ່າໃນພາລະກິດປະຕິວັດກໍ່ຄື ພາລະກິດ ປຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວ ກໍ່ຄືການປະກອບສວ່ນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜື່ງອັນດຽວໃນເມື່ອກ່ອນ ແລະ ການປົກປັກຮັກສາ ສ້າງສາພັດທະນາປະເທດຫວຽດນາມໃນປະຈຸບັນ ພ້ອມນີ້ຍັງໄດ້ໃຫ້ຮູ້ເຖິງ ຄວາມໝາຍຄວາມສຳຄັນຂອງສາຍພົວພັນມິດຕະພາບ , ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ – ຫວຽດນາມ, ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ 1975 ເຖິງປັດຈຸບັນ

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments