Saturday, October 19, 2024
Homeຂ່າວພາຍໃນຄໍາມ່ວນ ຈັດກິດຈະກຳເຕັ້ນແອໂຣບິກ ຕ້ອນຮັບວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 68 ປີ

ຄໍາມ່ວນ ຈັດກິດຈະກຳເຕັ້ນແອໂຣບິກ ຕ້ອນຮັບວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 68 ປີ

ສະຫະພັນແມ່ຍິງ ແຂວງຄໍາມ່ວນ ໄດ້ຈັດກິດຈະກໍາເຕັ້ນແອໂຣບິກ ເພື່ອສຸຂະພາບ ໃນຕອນແລງວັນທີ 12 ກໍລະກົດ 2023 ທີ່ຫໍຈາລຶກມູນເຊື້ອ 21 ມີນາ ເມືອງທ່າແຂກ ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາຂົງເຂດວຽກງານການເມືອງແນວຄິດ ແລະ ວຽກພັກ-ພະນັກງານ ແລະ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ປະທານກໍາມາທິການເພື່ອແມ່ ແລະ ເດັກ ພ້ອມດ້ວຍບັນດາການນໍາຂອງແຂວງ, ພະແນກການ, ແຂກຖືກເຊີນ ແລະ ສະມາຊິກເອື້ອຍນ້ອງແມ່ຍິງອ້ອມຂ້າງແຂວງຢ່າງຟົດຟື້ນ.

ໃນພິທີ, ທ່ານ ນາງ ກຽນຕາ ວັນມະນາ ປະທານສະຫະພັນແມ່ຍິງແຂວງຄໍາມ່ວນ ໄດ້ກ່າວລາຍງານໂດຍຫຍໍ້ກ່ຽວກັບແຜນດໍາເນີນກິດຈະກໍາ ແລະ ຈຸດປະສົງໃນການຈັດກິດຈະກໍາຄັ້ງນີ້ ເພື່ອເປັນການຂໍ່ານັບຮັບຕ້ອນວັນຄ້າຍວັນເກີດທ່ານປະທານ ສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909-13 ກໍລະກົດ 2023) ແລະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955-2 ກໍລະກົດ 2023) ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີບັນຍາກາດຄຶກຄື້ນ ແລະ ເຕັມໄປດ້ວຍເນື້ອໃນຄວາມໝາຍສໍາຄັນ ແລະ ເພື່ອແນໃສ່ເຮັດໃຫ້ບັນດາຜູ້ເຂົ້າຮ່ວມຫັນມາອອກກຳລັງກາຍ ເຕັ້ນແອໂຣບິກ ເຮັດໃຫ້ສຸຂະພາບຮ່າງກາຍຂອງຕົນ ໄດ້ມີການພັດທະນາດ້ານຮ່າງກາຍທີ່ແຂງແຮງ-ທົນທານ ແລະ ມີບຸກຄະລິກກະພາບທີ່ດີ; ພັດທະນາທາງດ້ານຈິດໃຈ ເຮັດໃຫ້ມີສຸຂະພາບຈິດແຈ່ມໃສເບີກບານ ທັງເປັນການສ້າງຄວາມສຳພັນທີ່ດີເຊິ່ງກັນ ແລະ ກັນ; ເມື່ອຄົນເຮົາມີກຳລັງກາຍທີ່ດີແລ້ວ ກໍຈະສົ່ງຜົນເຮັດໃຫ້ການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ມີປະສິດທິພາບ ແລະ ມີປະສິດທິຜົນດີ.

ໂອກາດນີ້, ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ສຸມທຸກກຳລັງເຫື່ອແຮງ-ສະຕິປັນຍາ ເພື່ອຫ້າງຫາກະກຽມຈັດຂະບວນການໃນຄັ້ງນີ້ ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງຍົກໃຫ້ເຫັນຄວາມສໍາຄັນ ແລະ ຄຸນປະໂຫຍດຂອງການເຕັ້ນແອໂຣບິກ ທີ່ມີຜົນດີຫຼາຍຢ່າງຕໍ່ສຸຂະພາບຮ່າງກາຍ ແລະ ຖືໂອກາດນີ້ມີບາງທັດສະນະແລກປ່ຽນຕໍ່ຄະນະຮັບຜິດຊອບຈັດກິດຈະກໍາ ເປັນຕົ້ນ ໃຫ້ການຈັດຕັ້ງສະຫະພັນແມ່ຍິງ, ມວນຊົນທຸກລະດັບ ແລະ ທຸກຊັ້ນຄົນ ຈົ່ງເຂົ້າໃຈ ແລະ ມີຈິດສຳນຶກ ກ່ຽວກັບຄວາມສຳຄັນ ແລະ ຄວາມຈໍາເປັນຂອງການເຕັ້ນແອໂຣບິກ ເພື່ອສຸຂະພາບ ໂດຍສະເພາະແມ່ນຜູ້ທີ່ບໍ່ເຄີຍອອກກຳລັງກາຍມາກ່ອນ ຫັນມາອອກກຳລັງກາຍ ດ້ວຍການເຕັ້ນແອໂຣບິກ ເພື່ອສ້າງຮ່າງກາຍໃຫ້ມີຄວາມທົນທານ, ແຂງແຮງ ຫ່າງໄກຈາກພະຍາດໂລຄາຕ່າງໆ; ເອື້ອຍນ້ອງແມ່ຍິງ ຈົ່ງສົ່ງເສີມການເຕັ້ນແອໂຣບິກ ທັງເປັນແບບຢ່າງທີ່ດີໃນການສືບຕໍ່ ຢ່າງຕໍ່ເນື່ອງ, ສະໝໍ່າສະເໝີ ທັງປຸກລະດົມຂົນຂວາຍຄົນອື່ນໃຫ້ມາເຂົ້າຮ່ວມ ກິດຈະກຳໃຫ້ຫຼາຍຂຶ້ນ. ສ່ວນຄູູຝຶກຈົ່ງເອົາໃຈໃສ່ສ້າງຄວາມເພິ່ງພໍໃຈ, ຄວາມປະທັບໃຈ ໃຫ້ແກ່ຜູ້ມາເຕັ້ນແອໂຣບິກ ດ້ວຍຄວາມເປັນມິດ, ຄວາມເປັນກັນເອງ ໃນການເຮັດວຽກຂອງຕົນ ດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ຊຶ່ງກິດຈະກໍາດັ່ງກ່າວ ແມ່ນຈະໄດ້ດໍາເນີນໄປທຸກໆ ວັນພຸດ ແລະ ວັນສຸກ ຂອງອາທິດຈົນຮອດ ທ້າຍປີ 2023 ຈຶ່ງຈະສໍາເລັດ.

ຂ່າວ: ແຂວງຄຳມ່ວນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments