Saturday, October 19, 2024
HomeUncategorizedສູນສຶກສາ ສາກົນ ລາວ-ຈີນ ສຳເລັດອົບຮົມວິຊາຊີບກະສິກຳ-ລ້ຽງສັດ ທັນສະໄໝ ສປ ຈີນ 2023

ສູນສຶກສາ ສາກົນ ລາວ-ຈີນ ສຳເລັດອົບຮົມວິຊາຊີບກະສິກຳ-ລ້ຽງສັດ ທັນສະໄໝ ສປ ຈີນ 2023

ສູນສຶກສາສາກົນ ລາວ-ຈີນ ວິທະຍາໄລເຕັກນິກປາກປ່າສັກ ຮ່ວມກັບວິທະຍາໄລເຕັກນິກ-ວິຊາຊີບ ຕັງເຢີນ ຈາກ ສປ ຈີນ ສຳເລັດການຝຶກອົບຮົມວິຊາຊີບກະສິກຳ ແລະ ລ້ຽງສັດ ທັນສະໄໝຂອງ ສປ ຈີນ ປະຈຳປີ 2023 ໂດຍຜ່ານລະບົບອອນລາຍ ພາຍໃຕ້ຫຼັກການໜຶ່ງແລວທາງໜຶ່ງເສັ້ນທາງ ໃນການຮ່ວມມືລາວ ແລະ ຈີນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວເປັນວົງກວ້າງ ແນໃສ່ສ້າງຂະບວນການຂໍ່ານັບຮັບຕ້ອນ ຄົບຮອບ 62 ປີ ແຫ່ງສາຍພົວພັນທາງການທູດລະຫວ່າງ ລາວ-ຈີນ ແລະ ຄົບຮອບ 10 ປີຂອງຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງຂອງ ສປ ຈີນ.

ການຝຶກອົບຮົມວິຊາຊີບກະສິກຳ ແລະ ລ້ຽງສັດ ທັນສະໄໝຂອງ ສປ ຈີນ ປະຈຳປີ 2023 ໂດຍຜ່ານລະບົບອອນລາຍ ໄດ້ມີຂຶ້ນ ລະຫວ່າງວັນທີ 7-8 ກໍລະກົດ ຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມທ່ານ ປອ ສາຍສະໝອນ ງາມສີ ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ແລະ ທ່ານ ໂຢເຫວີຍ ຜູ້ອຳນວຍການສູນສຶກສາ ສາກົນ ລາວ-ຈີນ, ພ້ອມດ້ວຍຄະນະອຳນວຍການຂອງວິທະຍາໄລເຕັກນິກ-ວິຊາຊີບ ຕັງເຢີນ ຈາກ ສປ ຈີນ ແລະ ບັນດາຄະນະອຳນວຍການ ສະຖາບັນອາຊີວະສຶກສາ, ຄູອາຈານ ແລະ ນ້ອງນັກສຶກສາຈາກ 14 ແຂວງ ໃນສະຖານອາຊີວະສຶກສາ 131 ຄົນ.

ໂອກາດນີ້, ທ່ານ ປອ ສາຍສະໝອນ ງາມສີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງວິທະຍາໄລເຕັກນິກ-ວິຊາຊີບ ຕັງເຢີນ ສປ ຈີນ ທີ່ໄດ້ຈັດຝຶກອົບຮົມວິຊາຊີບກະສິກຳ ແລະ ລ້ຽງສັດ ທັນສະໄໝຂອງ ສປ ຈີນ ປະຈຳປີ 2023 ຜ່ານລະບົບອອນລາຍ ຊຶ່ງເປັນການຮ່ວມມືທີ່ມີມູນເຊື້ອອັນດີງາມລະຫວ່າງ 2 ຝ່າຍຂອງພວກເຮົາໃນຫຼາຍປີທີ່ຜ່ານມາ ມື້ນີ້ກໍໄດ້ເລີ່ມສືບຕໍ່ເປີດສັກກະລາດໃໝ່ຂອງການຮ່ວມມື ລາວ-ຈີນ ໃຫ້ດີຂຶ້ນກວ່າເກົ່າ ພາຍໃຕ້ຫຼັກການໜຶ່ງແລວທາງໜຶ່ງເສັ້ນທາງຮ່ວມກັນ ກາຍເປັນປະເທດເພື່ອນບ້ານທີ່ດີ, ຄູ່ຮ່ວມມືທີ່ດີ ແລະ ເປັນເພື່ອນມິດທີ່ດີ. ແນວໃດກໍຕາມ, ໃນການຝຶກອົບຮົມ 2 ວັນດັ່ງກ່າວ ປະສົບຜົນສຳເລັດຢ່າງຈົບງາມ ແລະ ເປັນຜົນສຳເລັດອັນໃໝ່ໃນການສ້າງຂະບວນການຂໍ່ານັບຮັບຕ້ອນ ຄົບຮອບ 62 ປີ ແຫ່ງສາຍພົວພັນທາງການທູດລະຫວ່າງ ລາວ-ຈີນ ແລະ ຄົບຮອບ 10 ປີຂອງຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງຂອງ ສປ ຈີນ ເຊື່ອໝັ້ນວ່າ ສູນຝຶກອົບຮົມວິຊາຊີບຢູ່ຕ່າງປະເທດທີ່ 2 ຝ່າຍຮ່ວມກັນສ້າງຂຶ້ນ ຈະປັບປຸງການຮ່ວມມືສາກົນ ແລະ ການແລກປ່ຽນທາງດ້ານວິຊາຊີບ ລະຫວ່າງ ລາວ-ຈີນ ໃຫ້ພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ.

ສຳລັບການຝຶກອົບຮົມໃນຄັ້ງນີ້, ມີຄູອາຈານ ແລະ ນ້ອງນັກສຶກສາເຂົ້າຮ່ວມທັງໝົດ 131 ຄົນ ທີ່ມາຈາກ 14 ແຂວງ. ໃນນີ້, ຈາກສະຖານອາຊີວະສຶກສາໃນຂອບເຂດທົ່ວປະເທດ ມີຄູຈຳນວນ 111 ຄົນ ແລະ ເປັນນັກສຶກສາ 20 ຄົນ ໂດຍເນື້ອໃນການຝຶກອົບຮົມແມ່ນໄດ້ຮຽນຮູ້ກ່ຽວກັບເຕັກນິກການປູກຜັກແບບຂະໜາດໃຫຍ່, ເຕັກນິກປູກຜັກ ແລະ ໝາກໄມ້ທີ່ດີແບບນິເວດ. ນອກຈາກນັ້ນ, ຍັງໄດ້ມີການແລກປ່ຽນວັດທະນະທຳ ແລະ ການສະແດງສິລະປະຊາຈີນ, ການລະບຸ ແລະ ການປະເມີນຊາຈີນ, ການແຍກຮູບປະພັນຂອງງົວ, ເຕັກນິກການລ້ຽງໄກ່ໄຂ່ແບບຂະໜາດໃຫຍ່ ແລະ ການຄ້າຂາຍຜະລິດຕະພັນກະສິກຳ.

ໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments