Saturday, October 19, 2024
Homeຂ່າວໜ້າໜຶ່ງສສຊ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ ສະບັບປັບປຸງ

ສສຊ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ ສະບັບປັບປຸງ

ການດໍາເນີກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະະພາແຫ່ງຊາດ ຊຸດທີ 9 ໃນຕອນເຊົ້າວັນທີ 13 ກໍລະກົດ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ. ສະພາມຊິກສະພາແຫ່ງຊາດ ໄດ້ຮັບຟັງ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ ສະບັບປັບປຸງ, ສະເໜີໂດຍ ທ່ານ ເພັດ ພົມພິທັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າ ໄມ້.

ທ່ານໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການປະມົງ ໃນໄລຍະຜ່ານມາ, ເຫດຜົນ ແລະ ຄວາມຈຳເປັນ, ສະພາບການຄົ້ນຄວ້າປັບປຸງ ແລະ ໂຄງປະກອບຂອງຮ່າງກົດໝາຍ, ລວມເຖີງຄາດຄະເນຜົນໄດ້ຮັບຖ້າຫາກຮ່າງກົດ ໝາຍສະບັບນີ້ຜ່ານການຮັບຮອງ ແລະ ປະກາດນໍາໃຊ້ຢ່າງເປັນທາງການ. ໃນນີ້ ສໍາລັບເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງຮ່າງກົດໝາຍດັ່ງກ່າວ ທ່ານຍົກໃຫ້ເຫັນວ່າ: ຍ້ອນກົດໝາຍວ່າດ້ວຍການປະມົງ (ສະບັບປັດຈຸບັນ) ຍັງມີຄວາມສັບສົນ, ມີການກໍານົດຊໍ້າຊ້ອນ, ການ ແບ່ງຄວາມຮັບຜິດຊອບກໍ່ຍັງບໍ່ທັນຊັດເຈນ ລະຫວ່າງ ກົດໝາຍວ່າດ້ວຍການປະມົງ ແລະ ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ແລະ ບໍ່ທັນສອດຄ່ອງ ກັບສະພາບການປ່ຽນ ແປງໃນໄລຍະໃໝ່, ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງຊາດ, ການຮ່ວມມື ແລະ ການປະຕິບັດພັນທະຕໍ່ສາກົນ ທີ່ ສປປ ລາວ ເປັນພາຄີ ແລະ ອື່ນໆ.

ສໍາລັບກົດໝາຍວ່າດ້ວຍການປະມົງ ສະບັບປັດຈຸບັນ ປະກອບ ມີ 10 ພາກ, 10 ໝວດ ແລະ ມີ 72 ມາດຕາ. ສຳລັບຮ່າງກົດໝາຍສະບັບປັບປຸງນີ້ ໄດ້ຖືກປ່ຽນຊື່ມາເປັນກົດໝາຍ “ວ່າດ້ວຍ ສັດນໍ້າ ແລະ ການປະມົງ” ໂດຍແຍກເອົາວຽກງານສັດນໍ້າຈາກກົດໝາຍ “ວ່າດ້ວຍສັດນໍ້າ ແລະ ສັດປ່າ” ມາຢູ່ກັບກົດໝາຍ “ວ່າດ້ວຍການ ປະມົງ” ເພື່ອໃຫ້ສອດຄ່ອງກັບສະພາບການຄຸ້ມຄອງຂອງປະເທດເຮົາໃນປັດຈຸບັນ ແລະ ຕໍ່ໜ້າ. ຮ່າງກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ ສະບັບປັບປຸງນີ້ ປະກອບມີ 11 ພາກ, 11 ໝວດ ແລະ 99 ມາດຕາ; ໃນນີ້ ປັບປຸງທັງໝົດ 40 ມາດຕາ, ເພີ່ມໃໝ່ 57 ມາດຕາ ແລະ ຮັກສາໄວ້ 2 ມາດຕາ.

ຂ່າວ: BT

ພາບ: ຄໍາກອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments