Saturday, October 19, 2024
Homeຂ່າວພາຍໃນເມືອງປາກລາຍແຂວງໄຊຍະບູລີ ປ່ອຍປາລົງສູ່ທຳມະຊາດ ແລະ ປາຖະກະຖາ 5 ວັນປະຫວັດສາດ

ເມືອງປາກລາຍແຂວງໄຊຍະບູລີ ປ່ອຍປາລົງສູ່ທຳມະຊາດ ແລະ ປາຖະກະຖາ 5 ວັນປະຫວັດສາດ

ໃນຕອນເຊົ້າເວລາ 07 ໂມງ 30 ນາທີ ຢູ່ທີ່ທ່າເຮືອໃຫຍ່ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດໃຫ້ມີພິທີປ່ອຍປາລົງສູ່ທຳ ມະຊາດ ເນື່ອງໃນໂອກາດວັນອານຸລັກສັດນ້ຳ-ສັດປ່າ, ວັນປ່ອຍປາແຫ່ງຊາດ 13 ກໍລະກົດ 2023 ເປັນກຽດເຂົ້າຮ່ວມມີທ່ານ ກອງສີ ວົງສີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກລາຍ, ມີຄະນະນຳຂອງເມືອງ ແລະ ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.

ໃນພິທີດັ່ງກ່າວທ່ານ ສຸລິຈັນ ສີປະມວນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກໍ່ໄດ້ລາຍງານຕໍ່ພິທີໃນຄັ້ງນີ້ວ່າ: ເພື່ອສືບຕໍ່ໃນການຈັດຕັ້ງຜັນຂະຫຍາຍ ກົດໝາຍວ່າດ້ວຍການປະມົງ, ກົດໝາຍວ່າດ້ວຍການອານຸລັກສັດນ້ຳ ແລະ ສັດ ປ່າ, ແຈ້ງການຂອງກົມກວດກາປ່າໄມ້ ສະບັບເລກທີ 0638/ກກປມ, ລົງວັນທີ 29 ພຶດສະພາ 2023 ວ່າດ້ວຍໃຫ້ຢຸດຕິການຄ້າ-ຂາຍສັດປ່າ, ຊີ້ນສ່ວນ ແລະ ຜະ ລິດຕະພັນສັດປ່າ ປະເພດຫວງຫ້າມຕາມສະຖານທີ່ຕ່າງໆ ແລະ ຫ້າມປະກາດຊື້- ຂາຍ, ສ້າງສື່ໂຄສະນາ, ວີດີໂອ, ຮູບພາບ ການລ່າສັດປ່າຜ່ານສື່ອອນລາຍ ທີ່ໄດ້ກຳນົດອອກໃຫ້ປະກົດຜົນເປັນຈິງ, ທັງຮັບປະກັນການຕອບສະໜອງຊີ້ນ, ປາ ແລະ ໄຂ່ ໃຫ້ໄດ້ 55 ກິໂລ/ຄົນ/ປີ ຂື້ນໄປນັ້ນ, ພວກເຮົາຈະໄດ້ສືບຕໍ່ເອົາໃຈໃສ່ໂຄສະນາເຊື່ອມຊືມແນວທາງນະໂຍບາຍຂອງພັກ-ລັດ ເປັນຕົ້ນແມ່ນການເຊື່ອມຊືມຄຳສັ່ງ, ແຈ້ງການ, ລະບຽບ, ກົດໝາຍ ໃຫ້ທຸກຊັ້ນຄົນໄດ້ຮັບຊາບຢ່າງທົ່ວເຖິງ ແລະ ພ້ອມທັງຄຸ້ມຄອງປົກປັກຮັກສາສັດນ້ຳ-ສັດປ່າ ທີ່ມີຢູ່ແລ້ວ ໃຫ້ມີການແຜ່ພັນຕະຫຼອດໄປ. ສະເພາະປີ 2023 ນີ້ ເມືອງປາກລາຍໄດ້ວາງຄາດໝາຍສູ້ຊົນຈະປ່ອຍປາໃຫ້ໄດ້ທັງໝົດ 5 ລ້ານໂຕຂື້ນໄປ ປະ ກອບມີປາປາກ, ປາໄນ, ປານິນ, ປາເກັດແລບ ແລະ ປາດຸກ ເຊິ່ງໃນນີ້ປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດ, ອ່າງເກັບນ້ຳຊົນລະ ປະທານ, ຫ້ວຍ ຮ່ອງຄອງບຶງຢູ່ພາຍໃນເມືອງຈຳນວນ 3 ແສນໂຕນື້ນໄປ. ໃນນີ້ ປ່ອຍໃນວັນທີ 13 ກໍລະກົດ 2023 ທີ່ທ່າເຮືອໃຫຍ່ 75,000 ໂຕ ພາຍຫຼັງສຳ ເລັດແມ່ນຈະໄດ້ລົງສືບຕໍ່ປ່ອຍຢູ່ຈຸດກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳຂອງເມືອງປາກລາຍ ແລະ ຢູ່ເຂດບ້ານພັດທະນາຕື່ມອີກ 7 ຈຸດ.

ພາຍຫຼັງສຳເລັດພິທີປ່ອຍປາລົງສູ່ແມ່ນ້ຳຂອງຈຸດທ່າເຮືອໃຫຍ່ແລ້ວ ກໍ່ໄດ້ສືບຕໍ່ຈັດຕັ້ງພິທີປາຖະກະຖາ 5 ວັນປະຫວັດ ສາດຄື:ວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 114 ປີ (13/07/1909 – 13/07/2023 ) ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 61 ປີ (5/09/1962 – 05/09/2023 ) ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ ຄົບຮອບ 46 ປີ (18 / 07 /1977 – 18/07/2023 ) ວັນກິລາ-ກາຍຍະກໍາແຫ່ງຊາດ ຄົບຮອບ 57 ປີ ( 13/07/1966 – 13/07/2023 ) ວັນປ່ອຍ ແລະ ອານຸລັກສັດນໍ້າ-ສັດປ່າແຫ່ງຊາດ ຄົບຮອບ 26 ປີ (13/07/1997 – 13/07/2023 ) ໂດຍໃຫ້ກຽດປາຖາກະຂອງທ່ານ ກອງສີ ວົງສີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ, ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວ ໜ້າຫ້ອງການ,ເລຂາຄະນະພັກຮາກຖານ, ດ່ານສາກົນພູດູ່, ພະນັກງານສະມາຊິກພັກ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຫົວໜ່ວຍທຸລະກິດ, ເລຂາພັກບ້ານ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.

ຂ່າວ-ພາບ: ນັກຂ່າວເມືອງປາກລາຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments