Friday, October 18, 2024
Homeຂ່າວພາຍໃນໄຊຍະບູລີ ທຳລາຍຊີ້ນສ່ວນສັດປ່າທີ່ຍຶດໄດ້ຈາກແມ່ຄ້າໃນທ້ອງຕະຫຼາດ

ໄຊຍະບູລີ ທຳລາຍຊີ້ນສ່ວນສັດປ່າທີ່ຍຶດໄດ້ຈາກແມ່ຄ້າໃນທ້ອງຕະຫຼາດ

ວັນທີ 12 ກໍລະກົດ 2023 ທີ່ກອງກວດກາປ່າໄມ້ແຂວງໄຊຍະບູລີ ໄດ້ຈັດພິທີຈູດທໍາລາຍຊີ້ນສ່ວນສັດປ່າຕ້ອງຫ້າມ ແລະ ຍືດໄດ້ຈາກແມ່ຄ້າມາວາງຂາຍໃນທ້ອງຕະຫຼາດຂອງແຂວງໄຊຍະບູລີ ມີທ່ານ ພົງແກ້ວ ບຸນຍາວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ພະນັກງານວິຊາການກອງກວດກາປ່າໄມ້ແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້າກອງກວດກາປ່າໄມ້ແຂວງໄຊຍະບູລີໄດ້ລາຍງານວ່າ: ຜ່ານມາກອງກວດກາປ່າໄມ້ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ວຽກງານກວດກາສັດນໍ້າ ສັດປ່າ ໄດ້ແຕ່ງຕັ້ງພະນັກງານເຈົ້າໜ້າທີ່ລົງເຜີຍແຜ່ລະບຽບກົດໝາຍຄໍາສັ່ງ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງກັບວຽກງານກວດກາ ການຄຸ້ມຄອງສັດນໍ້າ ແລະ ສັດປ່າ ໃຫ້ພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ໄດ້ຕິດຕັ້ງໂພດສະເຕີ ແລະ ປ້າຍໂຄສະນາຕ່າງໆ ຢູ່ຕາມຕະຫຼາດ ແລະ ບ້ານ ປະຊາຊົນເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍວ່າດ້ວຍສັດນໍ້າ ສັດປ່າ ຜ່ານການຕິດຕາມກວດກາຕົວຈິງໄລຍະຜ່ານມາ ກອງກວດກາປ່າໄມ້ ໄດ້ສົມທົບກັບເຈົ້າທີ່ປ່າໄມ້ເມືອງໄຊຍະບູລີ ເມືອງພຽງ ແລະ ເມືອງປາກລາຍ ລົງກວດກາຢູ່ຕະຫຼາດ 6 ຄັ້ງ ສາມາດພົບເຫັນປະຊາຊົນຈໍານວນ 12 ຄົນ ນັ່ງຂາຍຊີ້ນສັດປ່າ ຈາກນັ້ນເຈົ້າໜ້າທີ່ ຈຶ່ງໄດ້ກວດກາ ແລະ ຍຶດຊີ້ນສ່ວນສັດປ່າທີ່ວາງຂາຍໄດ້ທັງໝົດ 49,3 ກິໂລ ຄິດເປັນມູນຄ່າ 5,6 ລ້ານກີບ ໃນນີ້ ມີທັງສັດທີ່ຕາຍ ແລະ ຍັງມີຊີວິດຢູ່ເຊັ່ນ: ຊີ້ນຟານດິບ 4,2 ກິໂລ ຊີ້ນໝູປ່າດິບ 10,7 ກິໂລ ຊີ້ນໝູປ່າແຫ້ງ 4,8 ກິໂລ ງູສິງ 2 ກິໂລ ແລນດິບ 3,5 ກິໂລ ກະຮອກດິບ 15 ໂຕ ເຕົ່າຍັງມີຊີວິດ 3 ໂຕ ນໍ້າໜັກ 6,3 ກິໂລ ແລນຍັງມີຊີວິດ 3 ໂຕ ນໍ້າໜັກ 5,9 ກິໂລ ແລະ ນົກເປົ້າ 9 ໂຕ.

ສຳລັບຊີ້ນສ່ວນສັດທີ່ຍຶດໄດ້ນັ້ນແມ່ນໄດ້ຈັດພິທີຈູດທໍາລາຍ ສ່ວນສັດທີ່ຍັງມີຊີວິດແມ່ນໄດ້ນໍາໄປປ່ອຍຄືນສູ່ທໍາມະຊາດປ່າສະຫງວນນໍ້າປຸຍ ແລະ ປະຊາຊົນ 12 ຄົນ ທີ່ຂາຍສັດປ່າ ຫວງຫ້າມແມ່ນໄດ້ເຮັດບົດບັນທຶກສຶກສາອົບຮົມພວກຜູ້ກ່ຽວບໍ່ໃຫ້ກັບມາຂາຍສັດທີ່ຫວງຫ້າມຕື່ມອີກ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments