Saturday, October 19, 2024
Homeຂ່າວການເມືອງຄຸນທາດປະຕິວັດຂອງປະທານສຸພານຸວົງ

ຄຸນທາດປະຕິວັດຂອງປະທານສຸພານຸວົງ

ສຳລັບປະທານ ສຸພານຸວົງ ກັບເສັ້ນທາງຕໍ່ສູ້ປະຕິວັດເພື່ອປົດປ່ອຍຊາດ ບໍ່ແມ່ນເສັ້ນທາງທຳມະດາ ເພາະວ່າເພິ່ນມີຕົ້ນກຳເນີດມາຈາກຄອບຄົວໃນລາດຊະວົງ. ຕົ້ນກຳເນີດສົມທົບກັບຄວາມຮູ້ຄວາມສາມາດ ແລະ ຄວາມສະຫລາດຫລັກແຫລມ ໂດຍເພິ່ນໄດ້ສຳເລັດການສຶກສາຢູ່ໃນລະດັບສູງທັງຈາກພາຍໃນ ແລະ ຈາກຕ່າງປະເທດ. ເພິ່ນມີເງື່ອນໄຂຄົບຖ້ວນທີ່ຈະໃຊ້ຊີວິດແບບອຸດົມສົມບູນໃນການສ້າງຖານະທີ່ດີງາມ ໃຫ້ແກ່ຕົນເອງ ແຕ່ ເພິ່ນພັດເລືອກເອົາວິຖີຊີວິດ ຂອງນັກກອມມູນິດ ແລະ ຂອງນັກຕໍ່ສູ້ປົດ ປ່ອຍຊາດ. ເພິ່ນບໍ່ພຽງແຕ່ເສຍສະລະຕັດຂາດຈາກຊົນຊັ້ນຂອງຕົນເອງເທົ່ານັ້ນ ແຕ່ຍັງກາຍເປັນຜູ້ທີ່ເດັດດ່ຽວໜຽວແໜ້ນຕໍ່ສູ້ກັບຊົນຊັ້ນນັ້ນເອງອີກດ້ວຍ. ການຕັດສິນໃຈດັ່ງກ່າວ ແມ່ນບາດລ້ຽວທີ່ຍິ່ງໃຫຍ່ ແລະ ສູງ ສົ່ງທີ່ສຸດ ໃນຊີວິດການເມືອງຂອງເພິ່ນ ຊຶ່ງໄດ້ສ່ອງແສງເຖິງຄຸນທາດປະຕິວັດຂອງນັກຮັກຊາດທີ່ດູດດື່ມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments