Saturday, October 19, 2024
Homeຂ່າວພາຍໃນປີນີ້ແຂວງອັດຕະປື ມີແຜນຈະປ່ອຍປາຄືນສູ່ແຫຼ່ງນໍ້າທໍາມະຊາດໃຫ້ໄດ້ 4,​9​ ລ້ານໂຕ

ປີນີ້ແຂວງອັດຕະປື ມີແຜນຈະປ່ອຍປາຄືນສູ່ແຫຼ່ງນໍ້າທໍາມະຊາດໃຫ້ໄດ້ 4,​9​ ລ້ານໂຕ

ປີ 2023 ນີ້ ແຂວງອັດຕະປື ມີແຜນການກຽມປ່ອຍປາ ກັບຄືນສູ່ແຫຼ່ງນໍ້າທໍາມະຊາດໃຫ້ໄດ້ ຈໍານວນ 4.942.000 ໂຕ,ໃນນີ້ ຈະປ່ອຍໃນວັນທີ 13 ກໍລະກົດ ວັນປ່ອຍປາ ແລະ ອະນຸລັດສັດນໍ້າ-ສັດປ່າ ແຫ່ງຊາດ ມີຈໍານວນ 558.000 ໂຕ, ເຊິ່ງປາທີ່ຈະປ່ອຍ ມີ: ປາປາກ, ປາໃນ, ປານິນ, ປາກິນຫຍ້າ, ປາເກັດແລບ,ໃນນັ້ນ: ຢູ່ເມືອງສາມັກຄີໄຊ ຈະປ່ອຍປາ ລົງວັງທ່າວັດ ບ້ານໃຫຍ່ໝື່ນຫົວເມືອງ, ເມືອງໄຊເສດຖາ ຈະປ່ອຍລົງ ວັງສະຫງວນ ທ່າວັດ ບ້ານສະແຄະ, ເມືອງສະໜາມໄຊ ຈະປ່ອຍລົງ ທ່າບ້ານ ມິດສຳພັນ, ເມືອງພູວົງ ປ່ອຍລົງ ຫ້ວຍປຣອກ, ​ເມືອງຊານໄຊ ປ່ອຍລົງອ່າງເກັບນໍ້າເຂື່ອນໄຟຟ້າເຊກະໝານ 1.​

ທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນຂອງແຂວງ ເມື່ອວັນທີ 12 ກໍລະກົດ 2023 ນີ້ວ່າ: ເພື່ອເຮັດໃຫ້ຂະບວນການປ່ອຍປາໃນປີນີ້ ເປັນຂະບວນການຟົດຟື້ນ ແລະ ມີສ່ວນຮ່ວມໃນທົ່ວສັງຄົມ ທາງພະແນກກະສິກຳ ແລະ ປ່າໄມ້ ແຂວງ ໄດ້ສະເໜີໃຫ້ທ່ານເຈົ້າແຂວງອອກເປັນຄໍາສັ່ງ ວ່າດ້ວຍ ການສ້າງຂະບວນການອະນຸລັກສັດນໍ້າ-ສັດປ່າ ແລະ ປ່ອຍປາຄືນສູ່ທໍາມະຊາດ, ໄດ້ແນະນໍາໃຫ້ຂະແໜງການກ່ຽວຂ້ອງ, ​ອົງການ ປົກຄອງເມືອງ-ບ້ານ ໃຫ້ມີມາດຕະການປົກປັກຮັກສາ ແລະ ຄຸ້ມຄອງວັງສະຫງວນ, ກໍຄືປົກປັກຮັກສາອະນຸລັກສັດນໍ້າ-ສັດປ່າ ໃຫ້ເຂັ້ມງວດຂຶ້ນກວ່າເກົ່າ, ພ້ອມນັ້ນ ຍັງຊິ້ນໍາຂະແໜງລ້ຽງສັດ ແລະ ການປະມົງ ລົງສົມທົບກັບບັນດາສະຖານີ, ຫົວໜ່ວຍຄອບຄົວຜະລິດລູກປາ ໃນທົ່ວແຂວງ ເພື່ອຈໍາໜ່າຍພາຍໃນແຂວງ.

ທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໄດ້ກ່າວຕື່ມວ່າ: ປະຈຸບັນທົ່ວແຂວງອັດຕະປື ມີແຫຼ່ງນ້ຳທຳມະຊາດ ສໍາຄັນ 6 ແຫ່ງ ຄື: ນໍ້າເຊກອງ, ເຊກະໜານ, ເຊປຽນ, ເຊຊຸ, ເຊນໍ້ານ້ອຍ ແລະ ນໍ້າກົງ, ທົ່ວແຂວງມີວັງສະຫງວນທັງໝົດ 39 ແຫ່ງ,ໃນ 36 ບ້ານ ແລະ ມີເນື້ອທີ່ວັງສະຫງວນທັງໝົດ 285,25 ເຮັກຕາ ແລະ ໃນຕໍ່ໜ້ານີ້ ຈະໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຂະຫຍາຍວັງສະຫງວນຕື່ມອີກ.

ພ້ອມນັ້ນທ່ານ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທົ່ວສັງຄົມ ຈົ່ງພ້ອມກັນເຂົ້າຮ່ວມຂະບວນການປ່ອຍປາ ໃນວັນປ່ອຍປາແຫ່ງຊາດ 13 ກໍລະກົດ ໃຫ້ເປັນຂະບວນຟົດຟື້ນ ພ້ອມກັນເອົາໃຈໃສ່ເຂົ້າຮ່ວມຂະບວນການອະນຸລັກຮັກສາ ສັດນໍ້າ-ສັດປ່າ ແລະ ຊີວະນາໆພັນພາຍໃນທົ່ວແຂວງ ໃຫ້ມີຄວາມອຸດົມສົມບູນເລື້ອຍໆໄປ .

ຂ່າວ: ວັດທະນາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments