Saturday, October 19, 2024
Homeຂ່າວພາຍໃນເມືອງວຽງພູຄາ ຮັບຮອງເອົາ 11 ບ້ານເປັນບ້ານພັດທະນາ

ເມືອງວຽງພູຄາ ຮັບຮອງເອົາ 11 ບ້ານເປັນບ້ານພັດທະນາ

ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ເມືອງວຽງພູຄາ ແຂວງຫລວງນ້ຳທາ ຮັບຮອງເອົາບ້ານນໍ້າແພ, ບ້ານປາກຄານ ແລະ ຍົກລະດັບ 9 ບ້ານຄື: ບ້ານນໍ້າສິງ, ຕະລອງ, ນໍ້າລຸງ, ພູລັນເໜືອ, ນໍ້າແອ່ງ, ນໍ້າກ້ຽງ, ພູເລັດ, ກອນທຸ ແລະ ບ້ານສະໂກນ ເປັນບ້ານພັດທະນາ.

ພິທີຮັບຮອງບ້ານພັດທະນາດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 10 ກໍລະກົດ 2023 ໂດຍການເຂົ້າຮ່ວມຂອງທ່ານ ນາງຈັນຄໍາ ທອງມີໄຊ ປະທານແນວລາວສ້າງຊາດເມືອງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ແລະ ອົງການຈັດຕັ້ງບ້ານເຂົ້າຮ່ວມ .

ທ່ານ ສົມສີ ໄຊຍະສິດ ເລຂາຄະນະພັກຮາກຖານ ກຸ່ມບ້ານນໍ້າແພ ໄດ້ລາຍງານວ່າ: ບ້ານ ນໍ້າແພ ມີ 120 ຫລັງຄາເຮືອນ, 125 ຄອບຄົວ, ມີພົນລະເມືອງ 684 ຄົນ, ຍິງ 342 ຄົນ, ມີຄອບຄົວພັດທະນາ 104 ຄອບຄົວ, ມີ 1 ຊົນເຜົ່າຄື: ກຶມມຸຍ່ວນ ອາຊີບຂອງປະຊາຊົນສ່ວນໃຫຍ່ແມ່ນເຮັດນາ-ສວນ, ປູກຝັງ-ລ້ຽງສັດ ແລະ ຄ້າຂາຍຈຳນວນໜຶ່ງ. ໃນໄລຍະ 1 ປີຜ່ານມາ, ທົ່ວບ້ານມີລາຍຮັບທັງໝົດ 4,2 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໄດ້ 6,2 ລ້ານກີບຕໍ່ຄົນຕໍ່ປີ.

ຜ່ານມາຄະນະພັກ, ອຳນາດການປົກຄອງບ້ານ ໄດ້ຖືເອົາວຽກງານການເມືອງແນວຄິດເປັນກົກ ແນ່ໃສ່ສຶກສາອົບຮົມເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ລະບຽບກົດໝາຍຂອງລັດຢ່າງເປັນປົກກະຕິ ໃຫ້ອົງການປົກຄອງບ້ານ, ຂະແໜງການຂອງບ້ານມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກຢ່າງເລິກເຊິ່ງ ເຮັດໃຫ້ຫລາຍຄອບຄົວມີຄວາມຕື່ນຕົວ ຮູ້ສ້າງສາພັດທະນາເສດຖະກິດຄອບຄົວຂອງຕົນເອງ ໃຫ້ດີຂຶ້ນເທື່ອລະກ້າວ. ປັດຈຸບັນຊີວິດການເປັນຢູ່ຂອງປະຊາຊົນແມ່ນນັບມື້ນັບດີຂຶ້ນເລື້ອຍໆ ເຮັດໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ສາມາດສ້າງຄອບຄົວກາຍເປັນຄອບຄົວພັດທະນາໃໝ່ ເປັນພື້ນຖານຂອງການພັດທະນາບ້ານ. ບ້ານສາມາດລຶບລ້າງຄວາມທຸກຍາກໄດ້ ແລະ ສາມາດສ້າງຄອບຄົວພັດທະນາໄດ້ແລ້ວ 105 ຄອບຄົວ.

ຂ່າວ: ຄໍາປິງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments