Sunday, October 20, 2024
Homeຂ່າວຕ່າງປະເທດສ ເກົາຫຼີ ຄາດວ່າປະຊາກອນຈະຫຼຸດລົງເຫຼືອ 38 ລ້ານຄົນ ໃນປີ 2070

ສ ເກົາຫຼີ ຄາດວ່າປະຊາກອນຈະຫຼຸດລົງເຫຼືອ 38 ລ້ານຄົນ ໃນປີ 2070

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ກໍລະກົດ ຜ່ານມາ, ສຳນັກງານສະຖິຕິແຫ່ງຊາດຂອງ ສ ເກົາຫຼີ ໄດ້ເປີດເຜີຍບົດລາຍງານໂດຍຄາດຄະເນວ່າ ປະຊາກອນ ສ ເກົາຫຼີ ຈະຫຼຸດລົງຈາກລະດັບ 52 ລ້ານຄົນໃນປັດຈຸບັນສູ່ລະດັບ 38 ລ້ານຄົນໃນປີ 2070 ເນື່ອງຈາກປະຊາຊົນເລືອກທີ່ຈະບໍ່ແຕ່ງງານ.

ບົດລາຍງານລະບຸວ່າ: ຈຳນວນການແຕ່ງງານໃນປີ 2022 ຜ່ານມາຢູ່ທີ່ 192.000 ຄັ້ງ ຊຶ່ງຫຼຸດລົງຫຼາຍຈາກລະດັບຂອງປີ 1970 ຢູ່ທີ່ 295.000 ຄັ້ງ. ຈຳນວນປະຊາກອນ ສ ເກົາຫຼີ ທີ່ເລືອກຈະບໍ່ແຕ່ງງານ ແລະ ມີລູກ ເພີ່ມຫຼາຍຂຶ້ນຍ້ອນເຫດຜົນຫຼາຍປະການເຊັ່ນ: ຄ່າໃຊ້ຈ່າຍດ້ານບ່ອນຢູ່ອາໄສ ແລະ ການລ້ຽງລູກທີ່ເພີ່ມສູງຂຶ້ນ ລວມເຖິງການວ່າງງານໃນກຸ່ມຄົນໄວໜຸ່ມສາວ. ໂດຍອີງຕາມຂໍ້ມູນທີ່ເປີດເຜີຍໃນປີ 2020 ຜ່ານມາລະບຸວ່າ: ອັດຕາສ່ວນຂອງປະຊາກອນ ສ ເກົາຫຼີ ທີ່ມີອາຍຸລະຫວ່າງ 25-49 ປີ ທີ່ເຄີຍຜ່ານການແຕ່ງງານມາແລ້ວຄິດເປັນຜູ້ຊາຍ 52,9%, ແມ່ຍິງ 67,1% ຫຼຸດລົງຈາກລະດັບປີ 2010 ຊຶ່ງຜູ້ຊາຍທີ່ຜ່ານການແຕ່ງງານແລ້ວຢູ່ທີ່ 64,7% ສ່ວນແມ່ຍິງຢູ່ທີ່ 77,4%. ສ່ວນຈຳນວນເດັກນ້ອຍເກີດໃໝ່ຢູ່ໃນລະດັບ 249.000 ຄົນໃນປີ 2022 ຫຼຸດລົງ 48,6% ເມື່ອທຽບກັບລະດັບ 485.000 ຄົນ ໃນ 10 ປີຜ່ານມາ.

ທັງນີ້, ອັດຕາການຈະເລີນພັນລວມ ຊຶ່ງໝາຍເຖິງຈຳນວນລູກ ໂດຍສະເລ່ຍແມ່ຍິງໃນໄວຈະເລີນພັນຫຼຸດລົງລະດັບຕ່ຳທີ່ສຸດເປັນປະຫວັດສາດຢູ່ທີ່ 0,78 ຄົນໃນປີ 2022 ຈາກລະດັບ 1,30 ຄົນໃນປີ 2012 ແລະ ຕໍ່າກວ່າອັດຕາການຈະເລີນພັນທົດແທນທີ່ 2,10 ຄົນຕໍ່ແມ່ຍິງ 1 ຄົນ ຊຶ່ງເປັນອັດຕາການຈະເລີນພັນທີ່ຈຳເປັນຕໍ່ການຮັກສາຈຳນວນປະຊາກອນໃນປັດຈຸບັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments