Friday, October 18, 2024
Homeຂ່າວການເມືອງກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ IV ຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ

ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ IV ຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ

ກອງປະຊຸມຄົບຄະນະກາງສະໄໝ ຄັ້ງທີ IV ຂອງຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ໄດ້ເປີດຂຶ້ນໃນລະຫວ່າງວັນທີ 12-14 ກໍລະກົດ ນີ້ ທີ່ ສານປະຊາຊົນສູງສຸດ (ສປສສ), ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ, ໂດຍມີຮອງເລຂາຄະນະພັກ, ຮອງປະທານສານ, ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ ເຂົ້າຮ່ວມ.

ສະຫາຍ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານປະຊາຊົນສູງສຸດ ໄດ້ກ່າວຕໍ່ກອງປະຊຸມວ່າ: ກອງປະຊຸມປະເມີນກາງສະໄໝມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານພັກສານປະຊາຊົນສູງສຸດໃນຄັ້ງນີ້ ແມ່ນເປັນເຫດການທາງດ້ານການເມືອງທີ່ສໍາຄັນ ແລະ ເປັນຄັ້ງປະຫວັດສາດຂອງສານປະຊາຊົນ ທັງເປັນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຄະນະພັກ, ສະມາຊິກພັກຂອງສານປະຊາຊົນສູງສຸດ ກໍຄືສານປະຊາຊົນທົ່ວປະເທດໃນການປະເມີນການປະຕິບັດໜ້າທີ່ການເມືອງຂອງພັັກໃນໄລຍະຜ່ານມາ ກໍຄືທິດທາງແຜນການໃນການຈັດຕັ້ງປະຕິບັດໃນຕໍ່ ໜ້າ.

ຕະຫຼອດໄລຍະ 2 ປີເຄິ່ງທີ່ຜ່ານມາ (2021-2023) ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ, ບັນດາສະຫາຍໃນຄະນະປະຈໍາພັກ, ກໍາມະການຄະນະພັກ, ຄະນະໜ່ວຍພັກ, ບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ບັນດາຄະນະສານ, ອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດສະມາຊິກພັກ, ພະນັກງານຂອງສານປະຊາຊົນແຕ່ລະຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານພັກສານປະຊາຊົນສູງສຸດ ກໍຄືແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ IV ທີ່ກຳນົດ 5 ແຜນງານ 24 ໂຄງການ ແລະ 89 ກິດຈະກໍາ ເພື່ອພັດທະນາລະບົບສານປະຊາຊົນປະຕິບັດວຽກງານ 3 ສ້າງ ແລະ 4 ບຸກທະລຸຢ່າງແຂງແຮງ ແລະ ເປັນຂະບວນຟົດຟື້ນ ພ້ອມທັງມີຜົນສໍາເລັດເປັນກ້າວໆມາ. ການຈັດຕັ້ງໃນລະບົບສານປະຊາຊົນກໍໄດ້ຮັບການປັບປຸງ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນ, ບຸກຄະລາກອນມີຄວາມໜັກແໜ້ນ, ການພິຈາລະນາຕັດສິນ, ພິພາກສາຄະດີ ມີຄວາມວ່ອງໄວ, ໂປ່ງໄສ, ຖືກຕ້ອງ ແລະ ຮັບປະກັນ ເພື່ອປະຕິບັດໃຫ້ໄດ້ຕາມຄໍາຂັວນ 3 ປ ທີ່ກອງປະຊຸມໃຫຍ່ປະຈໍາປີ 2022 ຂອງສານປະຊາຊົນທົ່ວປະເທດໄດ້ກໍານົດໄວ້ຄື: ໂປ່ງໃສ, ເປັນເອກະລາດ ແລະ ເປັນທໍາ ຊຶ່ງຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງທີ່ພັກ-ລັດ ມອບໝາຍໃຫ້ນັ້ນ ຈຶ່ງເຮັດໃຫ້ສານປະຊາຊົນໄດ້ຮັບການຍ້ອງຍໍ, ຊົມເຊີຍ ຈາກພັກ-ລັດ ກໍຄືຄວາມເຊື່ອໝັ້ນໄວ້ວາງໃຈຈາກປະຊາຊົນບັນດາເຜົ່າ ແລະ ໄດ້ຮັບຄວາມເຄົາລົບ, ເຊື່ອຖື ຈາກສັງຄົມ ນັບມື້ນັບສູງຂຶ້ນເລື້ອຍໆ.

ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກ ຈົ່ງພ້ອມພາກັນຄົ້ນຄວ້າ, ສັງເກດຕີລາຄາຢ່າງພາວະວິໃສຂອງຜົນງານ, ຜົນສໍາເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານພັກ ສານປະຊາຊົນສູງສຸດໃນໄລຍະ 2 ປີເຄິ່ງຜ່ານມາ, ຕີລາຄາ ແລະ ຮັບຮູ້ເປັນເອກະພາບຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ, ສະພາບການນໍາພາ-ຊີ້ນໍາລວມຂອງຄະນະບໍລິຫານງານພັກຜ່ານມາ ແລະ ຄົ້ນ ຄວ້າແລກປ່ຽນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບການນໍາພາ – ຊີ້ນໍາລວມການປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກສານປະຊາຊົນສູງສຸດ ຄັ້ງທີ IV ໃນໄລຍະ 2 ປີເຄິ່ງຜ່ານມາ ແລະ ການວາງທິດທາງແຜນການເຄື່ອນໄຫວຄາດໝາຍສູ້ຊົນໃນໄລຍະ 2 ປີເຄິ່ງທ້າຍສະໄໝ (2023-2025) ຂອງຄະນະບໍລິຫານງານພັກໃນຕໍ່ໜ້າ, ພ້ອມທັງກໍານົດມາດຕະການ, ວິທີປັບປຸງ, ແກ້ໄຂ ທີ່ເປັນຍຸດທະສາດການພັດທະນາວຽກງານລະບົບສານປະຊາຊົນທົ່ວປະເທດແຕ່ນີ້ຮອດກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະບໍລິຫານງານພັກສານປະຊາຊົນສູງສຸດ (2021-2025), ພ້ອມນັ້ນ ກອງປະຊຸມຍັງມີການ ປ່ອນບັດທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນໍາພາ-ຊີ້ນໍາໃນການປະຕິບັດໜ້າທີ່ວຽກງານຂອງຄະນະບໍລິຫານງານພັກ ເພື່ອເສີມຂະຫຍາຍດ້ານດີ, ປັບປຸງ, ແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງ ໃນການສືບຕໍ່ ນໍາພາ-ຊີ້ນໍາການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານພັກສານປະຊາຊົນສູງສຸດ ອີກ 2 ປີ ເຄິ່ງທ້າຍສະໄໝ ແລະ ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ IV ໃຫ້ປະກົດຜົນເປັນຈິງ ແລະ ມີຜົນສໍາເລັດຢ່າງຮອບດ້ານ.

ຂ່າວ-ພາບ: ອານຸພົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments