Saturday, October 19, 2024
Homeຂ່າວຕ່າງປະເທດເສດຖະກິດອາເມຣິກາມີທ່າອ່ຽງຫຼຸດລົງ

ເສດຖະກິດອາເມຣິກາມີທ່າອ່ຽງຫຼຸດລົງ

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ທ່ານນາງ ເຈເນັດ ເຢເລນ ໃຫ້ສຳພາດຕໍ່ບໍລິສັດກະຈາຍສຽງໂກລົມບີ ຫຼື CBS ຂອງອາເມຣິກາວ່າ: ບໍ່ປະຕິເສດຄວາມອາດເປັນໄປໄດ້ທີ່ເສດຖະກິດອາເມຣິກາຈະຫຼຸດລົງພາຍຫຼັງການເຕີບໂຕດ້ານການປະກອບອາຊີບໃນຕະຫຼາດແຮງງານໄດ້ຊ້າລົງ ແຕ່ຈັງຫວະການເຕີບໂຕຂອງເສດຖະກິດຊ້າລົງເປັນເລື່ອງປົກກະຕິ.

ທ່ານນາງ ເຈເນັດ ເຢເລນ ກ່າວວ່າ: ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ພາຍໃຕ້ການຊຸກຍູ້ຂອງນະໂຍບາຍ, ຈັງຫວະການເຕີບໂຕຂອງເສດຖະກິດອາເມຣິກາໄດ້ກັບຄືນສູ່ລະດັບປົກກະຕິ, ຈັງຫວະການເຕີບໂຕຂອງເສດຖະກິດຊ້າລົງເປັນເລື່ອງທີ່ສົມເຫດສົມຜົນ. ທ່ານນາງ ເຈເນັດ ເຢເລນ ເຫັນວ່າ: ເຖິງແມ່ນວ່າການປະກອບອາຊີບໃນຕະຫຼາດແຮງງານສຳລັບເດືອນມິຖຸນາໄດ້ຊ້າລົງກໍຕາມ ແຕ່ເຫັນວ່າຕະຫຼາດແຮງງານໃນປັດຈຸບັນຍັງຢູ່ໃນສະພາບທີ່ດີ. ທ່ານນາງ ເຈເນັດ ເຢເລນ ກ່າວຕື່ມວ່າ: ເຖິງແມ່ນວ່າອັດຕາເງິນເຟີ້ໃນປັດຈຸບັນຍັງຢູ່ໃນລະດັບສູງ ແຕ່ຈະຫຼຸດລົງຕາມການເວລາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments