Sunday, October 20, 2024
Homeຂ່າວການເມືອງຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ

ຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ

ເມື່ອບໍ່ດົນມານີ້ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍ ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ, ປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ພ້ອມຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ ສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາ ຝຣັ່ງ ຄັ້ງທີ 48 ທີ່ນະຄອນຕີບີລີຊີ, ປະເທດຈໍເຈຍ, ກອງປະຊຸມດັ່ງກ່າວ, ມີຄະນະຜູ້ແທນຈາກປະເທດທີ່ໃຊ້ພາສາຝຣັ່ງ ທັງໝົດ 38 ປະເທດ ພ້ອມດ້ວຍຕົວແທນຈາກອົງການຝຣັ່ງໂກໂຟນີສາກົນ (OIF) ແລະ ຄະນະເລຂາທິການໃຫຍ່ ສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ດຳເນີນໄປພາຍໃຕ້ຫົວຂໍ້ “ສະພາບການເຄື່ອນໄຫວໃນບັນດາປະເທດທີ່ໃຊ້ພາ ສາຝຣັ່ງ”. ພ້ອມນີ້, ຍັງມີກອງປະຊຸມຄະນະບໍລິຫານງານ, ກຳມາທິການປະຈໍາຕ່າງໆຂອງ APF ເປັນ ຕົ້ນ ກອງປະຊຸມກໍາມາທິການການເມືອງ; ກໍາມາທິການການສຶກສາ, ການສື່ສານ ແລະ ວຽກງານວັດທະນະທໍາ; ກໍາມາທິການວຽກງານລັດຖະສະພາ, ກໍາມາທິການການຮ່ວມມື ແລະ ການພັດທະນາ, ກອງປະຊຸມເຄືອຂ່າຍລັດຖະສະພາເພດຍິງ, ລັດຖະສະພາໜຸ່ມ ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ດໍາເນີນຄວບຄູ່ກັນໄປ.

ກອງປະຊຸມ ໄດ້ຮັບຟັງລາຍງານສະພາບການ ໃນບັນດາປະເທດທີ່ໃຊ້ພາສາຝຣັ່ງ ຈາກຜູ້ຕາງໜ້າຂອງແຕ່ລະພາກພື້ນ, ພິຈາລະນາຮັບຮອງເອົາຂອບແຜນຍຸດທະສາດ APF ປີ 2023-2027, ຮັບ ຮອງເອົາການປັບປຸງທຳມະນູນຂອງ APF, ຮັບຮອງເອົາມະຕິວ່າດ້ວຍການຕ້ານສະພາວະໂລກຮ້ອນໃນບັນດາປະເທດທີ່ໃຊ້ພາສາຝຣັ່ງ. ນອກຈາກນີ້, ກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບຫລາຍບັນຫາສຳຄັນ ທີ່ເປັນສິ່ງທ້າທາຍ ແລະ ຄວາມກັງວົນຮ່ວມກັນຂອງພາກພື້ນ ໂດຍສະເພາະແມ່ນໃນບັນດາປະເທດຝຣັ່ງໂກໂຟນ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ສະເໜີບົດປະ ກອບຄໍາເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ສະພາບການພັດທະນາເສດຖະກິດ-ສັງຄົມໃນ ສປປ ລາວ, ການຮ່ວມມືລະຫວ່າງ ສປປ ລາວ ກັບອົງການຝຣັ່ງໂກໂຟນີ ສາກົນ ແລະ ອົງການສະ ມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ໃນການເພີ່ມທະວີການຮ່ວມມືດ້ານການສຶກສາ, ສາທາ ລະນະສຸກ, ການທ່ອງທ່ຽວ, ການແລກປ່ຽນວັດທະນະທຳ, ການສົ່ງເສີມການຮຽນ-ການສອນພາສາ ຝຣັ່ງ ແລະ ອື່ນໆ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງ APF ແລະ OIF ໃຫ້ສູງເດັ່ນຂຶ້ນ ໃນພາກພື້ນ ແລະ ສາກົນ. ພ້ອມກັນນີ້, ຄະນະຜູ້ແທນ ຍັງໄດ້ເຂົ້າຮ່ວມກອງປະຊຸມລະຫວ່າງ ຄະນະຜູ້ແທນບັນ ດາປະເທດຝຣັ່ງໂກໂຟນ ຈາກພາກພື້ນອາຊີ-ປາຊີຟິກ ເພື່ອປຶກສາຫາລືກ່ຽວກັບທິດທາງ, ກົນໄກການຮ່ວມມື ແລະ ການຈັດກອງປະຊຸມລັດຖະສະພາຝຣັ່ງໂກໂຟນີ ປະຈໍາພາກພື້ນ ເຊິ່ງຈະມີຂຶ້ນໃນເດືອນພະຈິກ 2024 ທີ່ປະເທດນູແວນກາເລໂດນີ ໝູ່ເກາະໃນມະຫາສະມຸດປາຊີຟິກ.

ໃນຕອນທ້າຍຂອງກອງປະຊຸມ, ໄດ້ຮັບຮອງເອົາວັນເວລາ ແລະ ສະຖານທີ່ການເປັນເຈົ້າພາບຈັດກອງປະຊຸມໃຫຍ່ APF ຄັ້ງຕໍ່ໄປ ເຊິ່ງຈະມີຂຶ້ນໃນເດືອນກໍລະກົດ ປີ 2024 ທີ່ປະເທດການາດາ.

ຂ່າວ-ພາບ: ສະພາແຫ່ງຊາດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments