Sunday, October 20, 2024
Homeຂ່າວພາຍໃນອັດຕະປື ຖອດຖອນບົດຮຽນ ການປະຕິບັດວຽກ 3 ສ້າງ

ອັດຕະປື ຖອດຖອນບົດຮຽນ ການປະຕິບັດວຽກ 3 ສ້າງ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ກົມການປົກຄອງທ້ອງຖິ່ນ ກະຊວງພາຍໃນ ສົມທັບກັບພະແນກພາຍໃນ ແຂວງອັດຕະປື ຈັດກອງປະຊຸມທົບທວນຄືນ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດນິຕິກຳ ແລະ ການປະເມີນວຽກງານ 3 ສ້າງ ໃນວັນທີ 10 ກໍລະກົດ 2023 ທີ່ແຂວງອັດຕະປື ໂດຍການເປັນປະທານຂອງທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ອັດຕະປື, ມີທ່ານ ບຸນຈັນ ນິຍະວົງ ຫົວໜ້າກົມການປົກຄອງທ້ອງຖິ່ນ ກະຊວງພາຍໃນ ພ້ອມດ້ວຍອົງການທຽບເທົ່າອ້ອມຂ້າງແຂວງ, ກອງບັນຊາການ ປກຊ-ປກສ ແຂວງ ແລະ ເມືອງເຂົ້າຮ່ວມ.

ທ່ານ ບຸນເສີດ ເສດທິລາດ ໄດ້ກ່າວວ່າ: ວຽກງານ 3 ສ້າງ ແມ່ນວຽກງານໜຶ່ງທີ່ສຳຄັນ ຂອງພັກ-ຂອງຊາດ ເປັນວຽກງານຫລັກ ຕາມນະໂຍບາຍຂອງພັກ ແລະ ລັດຖະບານ ທີ່ໄດ້ຫັນເອົາວຽກງານນີ້ ເພື່ອເປັນບ່ອນອີງໃນການນຳພາ-ຊີ້ນຳ ບໍລິຫານຄຸ້ມຄອງທ້ອງຖິ່ນ ແລະ ຮາກຖານ ໃຫ້ໄດ້ຮັບການປັບປຸງຍົກລະດັບ, ວຽກງານ 3 ສ້າງ ແມ່ນວຽກງານໜຶ່ງ ທີ່ຊ່ວຍໃຫ້ມີຂະບວນການລົງຊຸກຍູ້ວຽກງານລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ຢູ່ຮາກຖານໃຫ້ມີໃບໜ້າອັນໃໝ່ເດັ່ນຂຶ້ນກວ່າເກົ່າ ແລະ ມີໜໍ່ແໜງການສົ່ງເສີມການຜະລິດເປັນສິນຄ້າໄດ້ຫລາຍຂຶ້ນ ຂະບວນການຜະລິດເປັນສິນຄ້າ ຕິດພັນກັບຕະຫລາດນັບມື້ຂະຫຍາຍຕົວເພີ່ມຂຶ້ນ; ການແບ່ງຂັ້ນຄຸ້ມຄອງຕາມທິດ 3 ສ້າງ ໂດຍສະເພາະ ການມອບສິດ, ມອບຄວາມຮັບຜິດຊອບ ແລະ ການຈັດແບ່ງປັນຜົນປະໂຫຍດໃຫ້ແກ່ຮາກຖານ ໃນບໍລິຫານ-ຄຸ້ມຄອງ, ຈັດການ ແລະ ນຳໃຊ້ ໄດ້ເລີ່ມມີຜົນໃນທາງບວກ ທີ່ມີລັກສະນະຕັ້ງໜ້າ, ລະບົບການເມືອງປະຊາທິປະໄຕ ປະຊາຊົນ ໄດ້ຮັບການປັບປຸງຢ່າງເລິກເຊິ່ງ.

ນອກຈາກນຣ, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອຊອກຫາວິທີການແກ້ໄຂໃນຕໍ່ໜ້າ ໃຫ້ດີຂຶ້ນກວ່າເກົ່າ ແລະ ເພື່ອຖອດຖອນບົດຮຽນ ແລະ ທົບທວນຄືນ ກ່ຽວກັບສະພາບການຈັດຕັ້ງປະຕິບັດນິຕິກຳ ແລະ ການປະເມີນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໂດຍສະເພາະຂັ້ນທ້ອງຖິ່ນ ທີ່ເປັນຜູ້ຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ຮັບຮູ້ເຂົ້າໃຈບັນຫາລະອຽດດີ ເຖິງຂໍ້ສະດວກ ຂໍ້ຫຍຸ້ງຍາກ ທີ່ອາດເກີດບັນຫາ ຈາກສະພາບຂອງການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ.

ຂ່າວ: ຄຳສະໝອນ ວອນອິນທີວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments