Monday, October 21, 2024
Homeຂ່າວໜ້າໜຶ່ງສະພາແຫ່ງຊາດ ສຳເລັດການພິຈາລະນາ 2 ວຽກສຳຄັນຂອງລັດຖະບານ

ສະພາແຫ່ງຊາດ ສຳເລັດການພິຈາລະນາ 2 ວຽກສຳຄັນຂອງລັດຖະບານ

ໃນວາລະດຳເນີນ ກອງປະຊຸມປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 11 ກໍ ລະກົດ 2023 ນີ້, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງຫນ້າຄະນະປະຈຳສະພາແຫ່ງຊາດ ຖະແຫລງຜົນການພິຈາລະນາ ວຽກງານສຳຄັນ ຂອງລັດ ຖະບານ ເປັນຕົ້ນ ແມ່ນການຈັດຕັ້ງປະຕິບັດ ແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ແລະ ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.

ທ່ານ ສົມມາດ ພົນເສນາ ກ່າວວ່າ: ຜ່ານການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 6 ເດືອນຕົ້ນປີ 2023 ເຮັດໃຫ້ເສດຖະກິດ ຂອງ ສປປ ລາວ ສືບຕໍ່ ເຕີບໂຕຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍ ໃນ (GDP) ຂະຫຍາຍຕົວ ໃນລະດັບ 4,8% (ມະຕິສະພາ 4,5% ຂຶ້ນໄປ), ຂະແໜງກະສິກໍາ ຂະຫຍາຍຕົວ 3,8% (ມະ ຕິສະພາ 2,5%) ແລະ ຂະແໜງບໍລິການ ຂະຫຍາຍຕົວ 5,6% (ມະຕິສະພາ 4,7%). ສ່ວນ ການປະຕິປະຕິບັດແຜນລາຍຮັບງົບປະມານ ຄາດຄະເນ 6 ເດືອນຕົ້ນປີ ຈະປະຕິ ບັດໄດ້ 18.424 ຕື້ກີບ ເທົ່າກັບ 48% ຂອງແຜນການປີ ທຽບໃສ່ GDP ໄດ້ 15,55% (ມະຕິສະພາແຫ່ງຊາດ 16,42%). ໃນນັ້ນ, ລາຍຮັບພາຍໃນ ປະຕິບັດໄດ້ 14.848 ຕຶ້ກີບ ເທົ່າກັບ 43% ຂອງແຜນການປີ ຫລື ເທົ່າກັບ 6,43% ຂອງ GDP. ເຖິງຢ່າງໃດກໍຕາມ ຍ້ອນການຜັນຜວນ ຂອງອັດຕາແລກປ່ຽນ, ເງິນເຟີ້ເພີ່ມສູງ, ເງິນກີບອ່ອນຄ່າ ແລະ ສາເຫດອື່ນໆ ເຮັດໃຫ້ຄວາມສາມາດການຊື້ຂອງເງິນກີບຫລຸດລົງ ເຊິ່ງໄດ້ສົ່ງຜົນກະທົບ ຕໍ່ການພັດທະນາເສດ ຖະກິດ-ສັງຄົມ ກໍຄື ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ, ລວມເຖິງ ພະນັກງານ-ລັດຖະກອນ, ທະຫານ ແລະ ຕໍາຫລວດ.

ພ້ອມດຽວກັນນັ້ນ, ລັດຖະບານ ຍັງໄດ້ຄຸ້ມຄອງເງິນຕາຕ່າງປະເທດ ດ້ວຍການແກ້ໄຂຮ້ານແລກປ່ຽນ ນອກລະບົບ, ປັບປຸງຖານຂໍ້ມູນສະຖິຕິທະນາຄານ, ໃນ 6 ເດືອນຕົ້ນປີ 2023 ຄັງສຳຮອງເງິນຕາຕ່າງປະເທດ ເພີ່ມຂຶ້ນ, ກຸ້ມການນຳເຂົ້າໄດ້ 4 ເດືອນ (ມະຕິສະພາ ບໍ່ໃຫ້ຫລຸດ 3 ເດືອນ), ການຄ້າ ເກີນດຸນ 998,26 ລ້ານໂດລາສະຫະລັດ ເທົ່າກັບ 88,73% ຂອງແຜນການ (ມະຕິສະພາ 1.125 ລ້ານໂດລາສະຫະລັດ), ໃນນັ້ນ ອັນພົ້ນເດັ່ນກວ່າໝູ່ ແມ່ນການສົ່ງ ອອກຜະລິດກະສິກໍາ-ປ່າໄມ້ ປະຕິບັດໄດ້ 1.089 ລ້ານໂດລາສະຫະລັດ ເທົ່າກັບ 90,75% ຂອງແຜນການ(ມະຕິສະພາ 1.200 ລ້ານໂດລາສະຫະລັດ). ການປະຕິບັດຄາດ ໝາຍໃນຂົງເຂດ ວັດທະນະທໍາ-ສັງຄົມ ມີຄວາມຄືບໜ້າຫລາຍຄາດໝາຍ ເປັນຕົ້ນ ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ເຂົ້າໃໝ່ ປ1 ເພີ່ມຂຶ້ນ, ອັດຕາການຕາຍຂອງແມ່ ແລະ ເດັກ, ວຽກງານໂພຊະນາການ, ການດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວ ໃນ ສປປ ລາວ ມີຈຳນວນເພີ່ມຂຶ້ນ.

ຄຽງຄູ່ກັນນັ້ນ, ເຫັນວ່າ ຍັງມີບາງບັນຫາ ທີ່ເປັນອຸປະສັກ ແລະ ສິ່ງທ້າທາຍ ທີ່ລັດຖະບານຈະຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ: ບັນຫາອັດຕາເງິນເຟີ້ ແລະ ລາຄາສິນຄ້າ ເຄື່ອງອຸ ປະໂພກ ແລະ ບໍລິໂພກ ທີ່ເພີ່ມຂື້ນສູງ, ການທໍາລາຍປ່າໄມ້ -ຈູດປ່າ, ສະພາບການຂາດເຂີນແຮງງານ, ການວ່າງງານ ແລະ ຜົນກະທົບຕໍ່ປະຊາຊົນ ຈາກໂຄງການພັດທະນາຕ່າງໆ.

ສຳລັບ ທິດທາງ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ສະພາແຫ່ງຊາດ ມອບໃຫ້ລັດຖະບານ ສຸມໃສ່ປະຕິບັດ ຄາດໝາຍ ຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ແລະ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ໄດ້ກຳນົດໃນມະຕິກອງປະຊຸມສະພາແຫ່ງຊາດ ສໍາລັບປີ 2023 ໃຫ້ບັນລຸຕາມແຜນ ດ້ວຍການຈັດຕັ້ງປະຕິບັດບັນດາມາດຕະການ ທີ່ໄດ້ກໍານົດໃຫ້ເຂັ້ມງວດ ໂດຍສະ ເພາະ ໃຫ້ສຸມໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນ ດ້ານເສດຖະ ກິດ-ສັງຄົມ ໃນປັດຈຸບັນ ເປັນຕົ້ນ ແກ້ໄຂບັນຫາເງິນເຟີ້ ແລະ ລາຄາສິນຄ້າ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງ ພະ ນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ ແລະ ປະຊາ ຊົນບັນດາເຜົ່າເປັນຕົ້ນ, ໃຫ້ສືບຕໍ່ ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ຢ່າງຈິງຈັງ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ, ສ້າງວຽກເຮັດງານທຳ, ຄຸ້ມຄອງການນໍາເຂົ້າທຶນຕົວຈິງ ຂອງການລົງທຶນ ໃຫ້ຜ່ານລະບົບທະນາຄານພາຍໃນປະເທດ; ເອົາໃຈໃສ່ຈັດເກັບລາຍຮັບ ຈາກຖານລາຍຮັບ ທີ່ມີຢູ່ໃນປັດຈຸບັນ ແລະ ຖານລາຍຮັບໃໝ່ ໃຫ້ຄົບຖ້ວນ; ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການຜະລິດກະ ສິກຳ ແລະ ອຸດສາຫະກໍາປຸງແຕ່ງ ຜະລິດຕະພັນກະສິກໍາ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກໃຫ້ແຂງແຮງ; ຕິດຕາມກວດກາໂຄງການລົງທຶນຂອງລັດ, ຮີບຮ້ອນຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໂຄງການລົງທຶນ ແລະ ໂຄງການກໍ່ສ້າງ ໃຫ້ສໍາເລັດໂດຍໄວ; ຮີບຮ້ອນຄົ້ນຄວ້າ ພິຈາລະນາຄືນ ການປັບປຸງໂຄງສ້າງລາຄາໄຟຟ້າ ຢູ່ໃນພາກອຸດສາຫະກຳ ແລະ ພາກຄົວເຮືອນ; ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານສັງຄົມ; ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານສິ່ງແວດລ້ອມ ເປັນຕົ້ນ ບັນຫາການຂຸດຄົ້ນແຮ່ທາດ ທີ່ບໍ່ໄປຕາມກົດໝາຍ, ການບຸກລຸກທີ່ດິນ ລັດ-ປະຊາຊົນ, ການທຳລາຍປ່າໄມ້ ແລະ ແຫລ່ງນ້ຳ.

ສຳລັບ ຄວາມຄືບໜ້າການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກ ທາງດ້ານເສດຖະກິດ- ການເງິນ ໃນໄລຍະ 2 ປີ ຜ່ານມາ ດ້ວຍຄວາມເອົາໃຈໃສ່ຂອງ ບັນດາອົງການຈັດຕັ້ງພັກ-ລັດ ທັງສູນກາງ ແລະ ທ້ອງ ຖິ່ນ ກໍຄື ປະຊາຊົນບັນດາເຜົ່າ ເຮັດໃຫ້ວຽກງານຕ່າງໆ ໄດ້ຮັບການປັບປຸງນັບມື້ດີຂຶ້ນ. ແຕ່ເຖິງແນວໃດກໍຕາມ ເມື່ອອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດ ຖະກິດ-ສັງຄົມ ຂອງປະເທດເຮົາ ໃນໄລຍະໃໝ່ນັ້ນ ຍັງມີຫລາຍດ້ານທີ່ລັດຖະບານ ຈະຕ້ອງໄດ້ເພີ່ມທະວີ ຊີ້ນໍາ ແລະ ຄຸ້ມຄອງໃຫ້ມີໝາກຜົນສູງຂຶ້ນຕື່ມ ເປັນຕົ້ນ ການປະຕິບັດ 3 ຫລັກການ (ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ) ຂອງວາລະແຫ່ງຊາດ ໃຫ້ເປັນຮູບປະທໍາ, ພ້ອມທັງ ເກັບລາຍຮັບໃຫ້ໄດ້ຄົບຖ້ວນ ຕາມທ່າແຮງບົ່ມຊ້ອນທີ່ເຮົາມີ, ຊຸກຍູ້ການຜະລິດເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ ເພື່ອສົ່ງອອກ, ຕ້ານການຮົ່ວໄຫລ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments