Tuesday, October 15, 2024
Homeທຸລະກິດເສັ້ນເຂົ້າປຸ້ນແຫ້ງ ແລະ ຊາ ວົງນຸກຸນ ເມືອງວຽງພູຄາ ໄດ້ຮັບກາໝາຍ ໂອດັອບ

ເສັ້ນເຂົ້າປຸ້ນແຫ້ງ ແລະ ຊາ ວົງນຸກຸນ ເມືອງວຽງພູຄາ ໄດ້ຮັບກາໝາຍ ໂອດັອບ

ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ຜະລິດຕະພັນ ເສັ້ນເຂົ້າປຸ້ນແຫ້ງ ສຸວັນທາ ແລະ ຊາ ວົງນຸກຸນ ອົບແຫ້ງ ຂອງບໍລິສັດວົງນຸກຸນ ສົ່ງເສີມການກະເສດ ແລະ ປຸ່ງແຕ່ງຊາ ຈໍາກັດຜູ້ດຽວ ຢູ່ບ້ານວຽງສະຫວ່າງ ເມືອງວຽງພູຄາ ແຂວງຫລວງນໍ້າທາ ໄດ້ຮັບກາໝາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ໂອດັອບ) ເມື່ອບໍ່ດົນມານີ້. ຕາງໜ້າມອບໂດຍທ່ານ ພູມອນ ຄຸນສີລິເຮືອງ ຮອງເຈົ້າເມືອງວຽງພູຄາ, ມີທ່ານ ຄໍາມວນ ແອ່ບຸນເຫລື່ອງ ຫົວໜ້າຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະແນກອຸດສາຫະກໍາ-ການຄ້າແຂວງເຂົ້າຮ່ວມ.

ທ່ານ ສິນ ວົງນຸກຸນ ປະທານບໍລິສັດ ວົງນຸກຸນ ສົ່ງເສີມການກະເສດ ແລະ ປຸ່ງແຕ່ງຊາ ຈໍາກັດຜູ້ດຽວ ໄດ້ຜ່ານປະຫວັດຄວາມເປັນມາຂອງ ຊາ ວົງນຸກຸນ, ເຊິ່ງເລີ່ມແຕ່ປີ 2008 ໃສ່ຊື່ວິສະຫະກິດ ຈະເລີນຜົນກະເສດ ໂດຍໄດ້ເກັບຊື້ໃບຊາຈາກ ປະຊາຊົນ ເພື່ອສົ່ງຂາຍໃຫ້ແມ່ຄ້າທີ່ມາເກັບຊື້, ມາຮອດ ປີ 2019 ຈິງໄດ້ປ່ຽນມາເປັນ ບໍລິສັດວົງນຸກຸນ ສົ່ງເສີມການກະເສດ ແລະ ປຸ່ງແຕ່ງຊາ ຈໍາກັດຜູ້ດຽວ ເຊິ່ງບໍລິສັດໄດ້ປຸກລະດົມປະຊາຊົນ ທີ່ຮັກອາຊີບ ໃນການຜະລິດເປັນສິນຄ້າ ບັນດາເຜົ່າພາຍໃນເມືອງ ປົກປັກຮັກສາຕົ້ນຊາ ທີ່ເກີດຂຶ້ນຈາກທໍາມະຊາດ ແລະ ຕົ້ນຊາທີ່ປູກໃໝ່. ພ້ອມນີ້, ທາງບໍລິສັດ ຍັງໄດ້ມີແນວພັນ ແລະ ສົ່ງເສີມ ໃຫ້ຫັນມາປູກເປັນສິນຄ້າ ເພື່ອສົ່ງອອກທັງພາຍໃນ ແລະ ຕ່າງປະເທດ. ປັດຈຸບັນບໍລິສັດ ມີພະນັກງານປະຈໍາທັງໝົດ 5 ຄົນ ຍິງ 1 ຄົນ ແລະ ໄດ້ສົ່ງເສີມໃຫ້ຊາວກະຊິກອນ 250 ຄອບຄົວ ໃນ 10 ບ້ານ ພາຍໃນເມືອງວຽງພູຄາ ປູກຕົ້ນຊາໃໝ່ເພີ່ມອີກ 126.402 ຕົ້ນ ໃນເນື້ອທີ່ 290 ເຮັກຕາ. ການຜະລິດຊາ ປີໜຶ່ງສາມາດຜະລິດຊາແຫ້ງໄດ້ 800-1 ໂຕນ ສົ່ງອອກພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນປະເທດ ສປ ຈີນ, ການບັນຈຸຜະລິດຕະພັນຊາມີ 2 ຮູບແບບຜະລິດຄື: ບັນຈຸໃສ່ຖົງຢາງຂະໜາດ 100 ກະກຣາມ ແລະ 200 ກະກຣາມ.

ໃນໂອກາດດຽວກັນ, ທ່ານ ສຸວັນທາ ກໍໄດ້ເລົ່າປະຫວັດຄວາມເປັນມາ ຂອງໂຮງງານຜະລິດເສັ້ນເຂົ້າປຸ້ນແຫ້ງ ວ່າ: ໂຮງງານເສັ້ນເຂົ້າປຸ້ນແຫ້ງ ສຸວັນທາ ໄດ້ສ້າງຕັ້ງຂຶ້ນໃນປີ 2010, ເຊິ່ງເປັນໂຮງງານຂະໜາດນ້ອຍ ໂດຍໃຊ້ແຮງງານພາຍໃນຄອບຄົວ. ປັດຈຸບັນ ເຫັນວ່າຄອບຄົວມີລາຍຮັບດີຂຶ້ນ ແລະ ຄວາມຕ້ອງການບໍລິໂພກຂອງລູກຄ້າກໍເພີ່ມຂຶ້ນເລື່ອຍໆ, ສະເລຍແລ້ວ 1 ເດືອນສາມາດຜະລິດໄດ້ 1 ໂຕນກວ່າ, ໄດ້ຈໍາໜ່າຍຢູ່ພາຍໃນເມືອງ ແລະ ສົ່ງອອກຕ່າງເມືອງ, ຕ່າງແຂວງອີກ.

ໂອກາດນີ້, ທ່ານ ພູມອນ ຄຸນສີລິເຮືອງ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ, ເຈົ້າຂອງຜະລິດຕະພັນທັງສອງພ້ອມກັນສືບຕໍ່ປັບປຸງສິນຄ້າ ໃຫ້ມີຄວາມໂດດເດັ່ນ, ສວຍງາມ, ເປັນເອກະລັກ ແລະ ການຫຸ້ມຫໍ້ ເພື່ອຮັບປະກັນໃຫ້ສິນຄ້າດັ່ງກ່າວ ເປັນທີ່ຍອມຮັບຂອງສັງຄົມ.

ຂ່າວ: ຄໍາປິງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments