Monday, October 14, 2024
Homeຂ່າວຕ່າງປະເທດອຸນຫະພູມໂລກມີທ່າອ່ຽງເພີ່ມຂຶ້ນ ທຳລາຍສະຖິຕິຢ່າງຕໍ່ເນື່ອງ

ອຸນຫະພູມໂລກມີທ່າອ່ຽງເພີ່ມຂຶ້ນ ທຳລາຍສະຖິຕິຢ່າງຕໍ່ເນື່ອງ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ສຳນັກງານບໍລິການປ່ຽນແປງສະພາບພູມອາກາດໂຄເປີນິຄັສ ແຫ່ງສະຫະພາບເອີຣົບ (Copernicus) ໄດ້ເປີດເຜີຍບົດລາຍງານວ່າ: ອຸນຫະພູມໂລກໃນເດືອນມິຖຸນາປີນີ້ສູງເກີນສະຖິຕິກ່ອນໜ້ານີ້ ໃນເດືອນມິຖຸນາ ປີ 2019 ຫຼາຍ ໂດຍອຸນຫະພູມຂອງເດືອນມິຖຸນາໃນປີນີ້ສູງກວ່າອຸນຫະພູມສະເລ່ຍຂອງເດືອນດຽວກັນໃນລະຫວ່າງປີ 1991-2020 ປະມານ 0,5 ອົງສາ.

ທ່ານ ມາຣີອາກຣາເຊຍ ມິດຸນລາ ຫົວໜ້າສ່ວນພູມອາກາດ ແລະ ພະລັງງານ ສັງກັດອົງການກອງທຶນສັດປ່າໂລກສາກົນ (WWF) ໃນອີຕາລີ ຊຶ່ງເປັນປະເທດທີ່ຕ້ອງປະເຊີນກັບສະພາບອາກາດທີ່ຮ້າຍແຮງໃນປີຜ່ານມາ ກ່າວວ່າ: ໃນປັດຈຸບັນ ເຫດການສະພາບອາກາດທີ່ເຄີຍຖືກເຫັນວ່າຜິດປົກກະຕິ ກຳລັງເກີດຂຶ້ນເປັນປະຈຳ. ທ່ານ ມາຣີອາກຣາເຊຍ ມິດຸນລາ ກ່າວວ່າ: ກໍລະນີແບບນີ້ເປັນເລື່ອງທີ່ໜ້າກັງວົນ ແລະ ມີທ່າອ່ຽງເກີດຂຶ້ນຕໍ່ໄປ ໂດຍຄາດວ່າຈະເກີດຄື້ນຄວາມຮ້ອນ, ໄພແຫ້ງແລ້ງ ແລະ ອຸທົກກະໄພຫຼາຍຂຶ້ນ ຂະນະທີ່ລະດັບນ້ຳທະເລເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຈະສົ່ງຜົນກະທົບທາງລົບຕໍ່ເສດຖະກິດ ແລະ ສັງຄົມໂລກ. ບົດລາຍງານລະບຸວ່າ: ອຸນຫະພູມທີ່ເພີ່ມສູງຂຶ້ນໃນປີນີ້ເກີດຈາກການບັນຈົບພົບກັນຂອງປັດໄຈຕ່າງໆ ນອກເໜືອຈາກການເພີ່ມຂຶ້ນແບບຄ່ອຍເປັນຄ່ອຍໄປຂອງແກັສເຮືອນແກ້ວ ລວມເຖິງການເກີດປະກົດການແອວນີໂຢ.

ທ່ານ ໂຈເອຣິ ໂຣເກວ ສາສະດາຈານດ້ານວິທະຍາສາດພູມອາກາດສັງກັດສະຖາບັນວິໄຈເກຣນແຖມ ຄາດວ່າ: ອຸນຫະພູມທົ່ວໂລກຈະສູງເກີນສະຖິຕິທີ່ເຄີຍມີມາ ຂະນະທີ່ປະກົດການແອວນີໂຢເພີ່ມຜົນກະທົບຂອງການປ່ຽນແປງສະພາບພູມອາກາດໃນໄລຍະຫຼາຍເດືອນຂ້າງໜ້າ ແລະ ເຖິງແມ່ນວ່າບໍ່ມີປາກົດການແອວນີໂຢ ແຕ່ທ່າອ່ຽງອຸນຫະພູມຍັງຄົງເປັນໜ້າຫ່ວງຫຼາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments