Monday, October 14, 2024
Homeຂ່າວກິລາໂປເຊັດຕິໂນ່ ຂໍເວລາເລືອກຫົວໜ້າທີມຄົນໃໝ່

ໂປເຊັດຕິໂນ່ ຂໍເວລາເລືອກຫົວໜ້າທີມຄົນໃໝ່

ເຊວຊີ ກໍາລັງເຂົ້າສູ່ຍຸກໃໝ່ ມີທັງຜູ້ຈັດການຄົນໃໝ່ ຂຸມກໍາລັງນະເຕະຊຸດໃໝ່ ແລະ ກໍຕ້ອງສືບຕໍ່ຊອກຫາຫົວໜ້າທີມຢ່າງຖາວອນຄົນໃໝ່ຕໍ່ໄປເຊັ່ນກັນ

ເມົາຣິຊິໂອ ໂປເຊັດຕິໂນ່ ຜູ້ຈັດການທີມຄົນໃໝ່ຂອງ ເຊວຊີ ຍອມຮັບວ່າຄົງຕ້ອງໃຊ້ເວລາບໍ່ໜ້ອຍ ສໍາລັບການສັນຫາຫົວໜ້າທີມຄົນໃໝ່ ເພື່ອທົດແທນ ເຊຊ່າ ອັຊປິລິກວຍຕາ ເຊິ່ງຍ້າຍໄປຍັງ ແອດເລຕິໂກ ມາດຣິດ.

ອັຊປິລິກວຍຕາ ເປັນໜຶ່ງໃນນັກເຕະນັບສິບຄົນ ທີ່ເຊວຊີ ປ່ອຍອອກໃນລະດູຮ້ອນນີ້ ໂດຍນັບເປັນການປິດຕໍານານການຫຼິ້ນຢູ່ສະແຕມຟອດ ບຣິດ ເປັນເວລາ 11 ປີ ລົງສະໜາມ 508 ນັດ ແລະ ມີສ່ວນຮ່ວມກັບແຊັມ 9 ລາຍການ.

ສໍາລັບໃນລະດູການທີ່ຜ່ານມາ ສາຍແຂນຂອງຫົວໜ້າທີມຖືກສົ່ງຕໍ່ໃຫ້ກັບນັກເຕະຫຼາຍຄົນ ລວມທັງ ຕິອາໂກ ຊິວວາ, ເອັນໂກໂລ່ ກັອງເຕ, ມາເຕໂອ ໂຄວາຊິສ ລວມເຖິງ ຣາຮິມ ສະເຕີລິ່ງ ໃນຕອນທີ່ ອັຊປິລິກວຍຕາ ບໍ່ພ້ອມທີ່ຈະລົງຫຼິ້ນ.

ຄູຝຶກຊາວອາກຊັງຕິນກ່າວວ່າ: “ກ່ອນອື່ນໝົດ ພວກເຮົາຕ້ອງພະຍາຍາມສ້າຂຸມກໍາລັງນັກເຕະຂຶ້ນໃໝ່ ແລ້ວຈາກນັ້ນ ຂ້ອຍຈະເບິ່ງເຖິງທຸກຕົວເລືອກ ກ່ອນທີ່ຈະຕັດສິນໃຈ [ເລືອກຫົວໜ້າທີມ] ຕໍ່ໄປ”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments