Monday, October 14, 2024
Homeຂ່າວໜ້າໜຶ່ງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທຳອິດ ຂອງເວທີປຶກສາຫາລືວ່າດ້ວຍ ການປະຕິບັດງານສາກົນເພື່ອການພັດທະນາຮ່ວມກັນ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທຳອິດ ຂອງເວທີປຶກສາຫາລືວ່າດ້ວຍ ການປະຕິບັດງານສາກົນເພື່ອການພັດທະນາຮ່ວມກັນ

ໃນວັນທີ 10 ກໍລະກົດ 2023, ທີ່ນະ ຄອນຫລວງປັກກິ່ງ, ສປ.ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທຳອິດ ຂອງເວທີປຶກສາຫາລືວ່າດ້ວຍ ການປະຕິບັດງານສາກົນເພື່ອການພັດທະນາຮ່ວມກັນ (First High-Level Meeting of Forum on Global Action for Shared Development) ພາຍໃຕ້ຂໍ້ລິ ເລີ່ມດ້ານການພັດທະນາສາກົນ (Global Development Initiative) ທີ່ສະເຫນີໂດຍພະນະທ່ານ ສີຈິ້ນຜິງ, ປະທານປະເທດ ແຫ່ງ ສະທາລະ ນະລັດປະຊາຊົນຈີນ, ໂດຍການເປັນເຈົ້າພາບຂອງ ອົງການຮ່ວມມືເພື່ອການພັດທະນາສາກົນຂອງ ສປ ຈີນ. ໃນພິທີເປີດກອງປະຊຸມດັ່ງກ່າວ, ທ່ານ ຫວັງ ອີ້, ກຳມະການກົມການເມືອງສູນກາງພັກ, ຫົວຫນ້າຫ້ອງການຄະນະກຳມະການກິດຈະການຕ່າງປະເທດສູນກາງພັກຄອມມູນິດຈີນ ໄດ້ຂຶ້ນອ່ານສານຊົມເຊີຍກອງປະຊຸມຂອງທ່ານປະທານ ສີຈິ້ນຜິງ ແລະ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍມີບັນດາການນຳຂັ້ນສູງຂອງກຸ່ມປະເທດ ເພື່ອນມິດ ຂອງຂໍ້ລິເລີ່ມດ້ານການພັດທະນາສາກົນ ແລະ ຜູ້ຕາງໜ້າຈາກບັນດາສະຖານທູດ, ອົງການເຄືອຂ່າຍສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນສາກົນຕ່າງໆ ເຂົ້າຮ່ວມກອງປະຊຸມຫລາຍກວ່າ 300 ທ່ານ.

ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບມາດຕະການ ແລະ ແນວທາງປະຕິບັດຕ່າງໆ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາຮ່ວມກັນຂອງປະເທດກຳລັງພັດທະນາ ກໍຄືວິທີການແກ້ໄຂບັນດາສິ່ງທ້າທາຍຕ່າງໆ ທີ່ກີດຂວາງການພັດທະນາ ເສດຖະກິດສັງຄົມຢູ່ໃນໂລກ ໂດຍສະເພາະພາຍໃຕ້ຂອບຂໍ້ລິເລີ່ມດ້ານການພັດທະນາສາກົນ ເພື່ອເປັນການປະກອບສ່ວນສຳຄັນໃນການເລັ່ງລັດການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງໃຫ້ບັນລຸຜົນເປັນຈິງ ໃນປີ 2030. ຜົນຂອງກອງປະຊຸມທີ່ສຳຄັນແມ່ນການຮັບຮອງເອົາຖະແຫຼງການປັກກິ່ງ ເຊິ່ງໃນນັ້ນຢັ້ງຢືນເຖິງຄວາມໝາຍໝັ້ນທາງດ້ານການເມືອງຂອງບັນດາປະເທດທີ່ເຂົ້າຮ່ວມ ກໍຄືການມີສ່ວນ ຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ເພື່ອຮ່ວມມືກັນໃນວຽກງານການພັດທະນາເສດຖະກິດ-ສັງຄົມ ຢູ່ໃນສາກົນ ກໍຄືການຈັດຕັ້ງປະຕິບັດຂໍ້ລິເລີ່ມດ້ານການພັດທະ ນາສາກົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວຄຳເຫັນໃນທີ່ປະຊຸມ ໂດຍຊີ້ໃຫ້ເຫັນບັນດາສິ່ງທ້າທາຍທີ່ໂລກເຮົາກໍາລັງປະເຊີນຢູ່ ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນທົ່ວໂລກ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ສືບຕໍ່ຮ່ວມມືກັນໃນການແກ້ໄຂສິ່ງທ້າທາຍຕ່າງໆ ເພື່ອສັນຕິພາບ ແລະ ການພັດທະນາທີ່ຢືນຍົງຮ່ວມກັນ ພ້ອມທັງໄດ້ຢໍ້າເຖິງຄວາມໝາຍຄວາມສຳຄັນຂອງຂໍ້ລິເລີ່ມດ້ານການພັດທະນາສາກົນ, ເຊິ່ງເປັນກົນໄກການຮ່ວມມືຫລາຍຝ່າຍທີ່ຈະຊ່ວຍຊຸກຍູ້ເລັ່ງລັດການບັນລຸວາລະ 2030 ການພັດທະນາແບບຍືນຍົງຂອງປະເທດທີ່ກຳລັງພັດທະນາ ຢ່າງເປັນຮູບປະທຳ ແລະ ສອດຄ່ອງ. ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບທ່ານ ຫວັງ ອີ້ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືສອງຝ່າຍໃນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ເຊິ່ງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງສອງປະເທດ ກໍຄືການຮ່ວມມືໃນຂອບອາຊຽນ.

ການຈັດກອງປະຊຸມຄັ້ງນີ້ ແມ່ນເປັນສ່ວນຫນຶ່ງຂອງການດຳເນີນງານເພື່ອຜັນຂະຫຍາຍຂໍ້ລິເລີ່ມດ້ານການພັດທະນາສາກົນ ຂອງທ່ານປະທານ ສີຈິ້ນຜິງ ທີ່ໄດ້ນໍາສະເໜີຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄຫມທີ 76 ໃນເດືອນກັນຍາ ປີ 2021. ຂໍ້ລິເລີ່ມດັ່ງກ່າວແມ່ນໄດ້ຍຶດຖືເອົາການພັດທະນາເປັນບູລິມະສິດຫລັກ ໂດຍຖືເອົາປະຊາຊົນເປັນໃຈກາງ, ທຸກຄົນລ້ວນແລ້ວແຕ່ໄດ້ຮັບຜົນປະໂຫຍດ, ນຳໃຊ້ນະວັດຕະກຳໃໝ່ເປັນສິ່ງຂັບເຄື່ອນການພັດທະນາ ໂດຍການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດ ແລະ ທຳມະຊາດ, ເຊິ່ງກວມເອົາ 8 ຂົງເຂດວຽກງານບູລິມະສິດທີ່ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງຄື 1. ການຫລຸດຜ່ອນຄວາມທຸກຍາກ, 2. ການຄໍ້າປະກັນດ້ານສະບຽງອາຫານ, 3. ການຮັບມືກັບພະຍາດລະບາດ ແລະ ວັກຊີນ, 4. ການສະໜອງເງິນເພື່ອການພັດທະນາ, 5. ການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາສີຂຽວ, 6 ການຫັນເປັນອຸດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments