Sunday, October 13, 2024
Homeຂ່າວໜ້າໜຶ່ງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ II

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ II

ໃນຕອນເຊົ້າວັນທີ 10 ກໍລະກົດ 2023 ຄະນະບໍລິຫານງານພັກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ II ຂຶ້ນທີ່ຫ້ອງປະຊຸມໃຫຍ່ກະຊວງ ໂດຍການເປັນປະທານຂອງ ສະຫາຍ ປອ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເປັນກຽດເຂົ້າຮ່ວມຊີ້ນໍາໂດຍສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ; ມີບັນດາສະຫາຍ ຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຮອງປະທານຄະນະກວດກາສູນກາງພັກ, ຜູ້ຕາງໜ້າຫ້ອງວ່າການສູນກາງພັກ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ແລະ ບັນດາສະຫາຍສະມາຊິກພັກ ທີ່ມີຕໍາແໜ່ງບໍລິຫານຂັ້ນຮອງຫົວໜ້າກົມ, ກອງ, ສະຖາບັນ ຂຶ້ນໄປເຂົ້າຮ່ວມ ທັງໝົດ 63 ສະຫາຍ, ຍິງ 14 ສະຫາຍ.

ໃນພິທີເປີດກອງປະຊຸມ ສະຫາຍ ປອ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: “ກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ II ໄດ້ໄຂຂຶ້ນ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກໍາລັງປະກອບອາວຸດ, ທົ່ວປວງຊົນລາວ ທັງຊາດ ພວມຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນໄລຍະກາງສະໄໝ ຢ່າງເປັນຂະບວນຟົດຟື້ນ, ເວົ້າສະເພາະ ແມ່ນຢູ່ໃນຊ່ວງ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ກະຊວງ ແລະ ແຜນພັດທະນາ ຂອງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກາງສະໄໝ. ເຊິ່ງຈຸດປະສົງຫຼັກ ຂອງ ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທົບທວນ, ຕີລາຄາຄືນ ການນຳພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕະຫຼອດໄລຍະ ເຄີ່ງສະໄໝ ນັບແຕ່ກອງປະຊຸມໃຫຍ່ ຜ່ານມາ ແລະ ກໍານົດທິດທາງສູ້ຊົນໃນທ້າຍສະໄໝ. ກອງປະຊຸມພວກເຮົາໃນຄັ້ງນີ້, ຈະໄດ້ມີການທາບທາມ ຄວາມໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກກະຊວງ ຈາກບັນດາສະຫາຍພະນັກງານຫຼັກແຫຼ່ງ ພາຍໃນກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ. ໃນໂອກາດນີ້, ສະຫາຍ ປອ ນາງ ບຸນຄໍາ ວໍລະຈິດ ກໍຍັງໄດ້ຍົກໃຫ້ເຖິງຄວາມໝາຍຄວາມສຳຄັນ ຂອງກອງປະຊຸມໃນຄັ້ງ ຕໍ່ການນໍາພາຂອງພັກ ເພື່ອກໍ່ສ້າງໃຫ້ການຈັດຕັ້ງພັກ-ລັດ ໃຫ້ມີຄວາມເຂັ້ມແຂງ, ຕີຖອຍທຸກປະກົດການຫຍໍ້ທໍ້ຕ່າງໆ ແລະ ປະຕິບັດຄາດໝາຍທີ່ໄດ້ຮັບການມອບໝາຍ ໃຫ້ສຳເລັດ ຕາມທີ່ໄດ້ກໍານົດໄວ້ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ”.

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ II ໃນຄັ້ງນີ້ ຍັງໄດ້ຮັບຟັງການເຜີຍແຜ່ ຄຳສັ່ງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ກ່ຽວກັບ ມາດຕະຖານ, ໜ້າທີ່ຂອງຄະນະບໍລິຫານງານພັກກະຊວງ, ຂໍ້ຫ້າມສໍາລັບສະມາຊິກພັກ ຈາກສະຫາຍ ວັນໄຊ ຊົງຊາຢູ, ຮອງປະທານຄະນະກວດກາສູນກາງພັກ ແລະ ຈະໄດ້ຮັບຟັງການໂອ້ລົມ ຊີ້ນຳ ຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ. ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກຊສ ແມ່ນຈະໄດ້ດຳເນີນເປັນເວລາ 3 ວັນເຕັມ ເລີ່ມແຕ່ວັນທີ 10-12 ກໍລະກົດ 2023 ຈິ່ງຈະສໍາເລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments