Sunday, October 13, 2024
Homeຂ່າວຕ່າງປະເທດຫວຽດນາມ ເພີ່ມທະວີຊຸກຍູ້ບັນດາມາດຕະການແກ້ໄຂການຜະລິດ

ຫວຽດນາມ ເພີ່ມທະວີຊຸກຍູ້ບັນດາມາດຕະການແກ້ໄຂການຜະລິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນໄລຍະ 6 ເດືອນຕົ້ນປີ 2023, ຂະແໜງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ມີບັນດາຜົນງານຕັ້ງໜ້າຫຼາຍຢ່າງຄື: ການຜະລິດອຸດສາຫະກຳຟື້ນຟູ 98,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ໃນນັ້ນ, 48 ທ້ອງຖິ່ນໃນຈຳນວນ 63 ທ້ອງຖິ່ນມີດັດຊະນີຜະລິດອຸດສາຫະກຳເພີ່ມຂຶ້ນ; ສູນອຸດສາຫະກຳໃຫຍ່ທົ່ວປະເທດຈຳນວນໜຶ່ງໄດ້ຮັບການຟື້ນຟູມີທ່າເຕີບໂຕຢ່ງແຂງແຮງ. ນີ້ແມ່ນຂໍ້ມູນໄດ້ຍົກອອກມາໃນກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2023 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ຈັດຂຶ້ນໃນວັນທີ 7 ກໍລະກົດ ຜ່ານມາ ຢູ່ ຮ່າໂນ້ຍ.

ຂ່າວລະບຸວ່າ: ໃນໄລຍະ 6 ເດືອນຈະມາເຖິງນີ້, ຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ວາງອອກບັນດາໜ້າທີ່, ມາດຕະການແກ້ໄຂ ເພື່ອບັນລຸບັນດາເປົ້າໝາຍ, ແຜນການທີ່ໄດ້ວາງອອກ, ປະກອບສ່ວນເຂົ້າໃນການເຕີບໂຕລວມຂອງພື້ນຖານເສດຖະກິດ. ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເນັ້ນໜັກວ່າ: ສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດດ້ານທຶນຮອນ, ກ່ຽວກັບກົນໄກ, ນະໂຍບາຍ, ລະບຽບການບໍລິຫານ ເພື່ອຊ່ວຍເຫຼືອວິສາຫະກິດຟື້ນຟູ, ພັດທະນາການຜະລິດ ດຳເນີນທຸລະກິດ, ຮັກສາແຫຼ່ງສະໜອງໃຫ້ເປັນຢ່າງດີ ແລະ ຊຸກຍູ້ການເຄື່ອນໄຫວສົ່ງອອກ-ນຳເຂົ້າ. ສຸມໃສ່ຊຸກຍູ້ຄວາມຄືບໜ້າການປ່ອຍເງິນລົງທຶນສາທາລະນະ, ຮັບປະກັນບັນລຸປະສິດທິຜົນ, ຖືກຕາມຂໍ້ກຳນົດ. ເປັນເຈົ້າການສົມທົບກັບບັນດາຫົວໜ່ວຍ ແລະ ທ້ອງຖິ່ນກ່ຽວຂ້ອງ ຕິດຕາມລະດັບຄວາມຄືບ ໜ້າຢ່າງໃກ້ຊິດ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ ເພື່ອນຳບັນດາກິດຈະກຳ, ໂຄງການຈຸດສຸມມີບົດບາດສຳຄັນເຂົ້າເຄື່ອນໄຫວໂດຍໄວ ຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments