Sunday, October 13, 2024
Homeຂ່າວຕ່າງປະເທດການສົ່ງອອກໝີ່ສຳເລັດຮູບ ຂອງ ສ ເກົາຫຼີ ບັນລຸເຖິງ 400 ລ້ານໂດລາ

ການສົ່ງອອກໝີ່ສຳເລັດຮູບ ຂອງ ສ ເກົາຫຼີ ບັນລຸເຖິງ 400 ລ້ານໂດລາ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ສ ເກົາຫຼີ ລະບຸວ່າ: ໝີ່ສຳເລັດຮູບ ສັນຊາດເກົາຫຼີ ກາຍເປັນສິນຄ້າສົ່ງອອກທີ່ສ້າງມູນຄ່າສູງໃນຕະຫຼາດນອກປະເທດ ເນື່ອງຈາກຄວາມນິຍົມທົ່ວໂລກເພີ່ມຫຼາຍຂຶ້ນເລື້ອຍໆ ສ ເກົາຫຼີ ໄດ້ເປີດເຜີຍມູນຄ່າ ການສົ່ງອອກ ໝີ່ສຳເລັດຮູບ ໃນໄລຍະ 6 ເດືອນທຳອິດຂອງປີນີ້ສູງເປັນປະຫວັດສາດ ພ້ອມກັບທ່າອ່ຽງຄວາມຕ້ອງການໃນຕະຫຼາດທີ່ກຳລັງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍອີງຕາມຂໍ້ມູນຈາກອົງການການຄ້າຜະລິດຕະພັນການກະເສດ, ການປະມົງ ແລະ ອາຫານ ແຫ່ງ ສ ເກົາຫຼີ ລະບຸວ່າ: ການສົ່ງສິນຄ້າປະເພດ ໝີ່ສຳເລັດຮູບ ໃນໄລຍະທຳອິດຂອງປີນີ້ ມີມູນຄ່າສູງທີ່ສຸດເທົ່າທີ່ເຄີຍມີມາ ດ້ວຍຍອດຈຳໜ່າຍ 446,2 ລ້ານໂດລາ ຊຶ່ງເພີ່ມຂຶ້ນຈາກປີຜ່ານມາເຖິງ 16,4%. ໝີ່ສຳເລັດຮູບ ຈາກ ສ ເກົາຫຼີ ເລີ່ມໄດ້ຮັບຄວາມນິຍົມຈາກທົ່ວໂລກ ແລະ ມີຍອດຈຳໜ່າຍສູງຕັ້ງແຕ່ 2-3 ປີຜ່ານມາ ໃນລະຫວ່າງສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມີປັດໄຈທີ່ຊ່ວຍສົ່ງເສີມ ຊຶ່ງກໍຄືການແຜ່ຫຼາຍຂອງວັດທະນະທຳ Pop Style ສ ເກົາຫຼີ ເຊັ່ນ: ເພງເຄ-ປັອບ (K-Pop), ພາບພະຍົນ ແລະ ຊີຣີ ຕ່າງໆ. ບໍລິສັດຜູ້ຜະລິດ ໝີ່ສຳເລັດຮູບຍີ່ຫໍ້ນົງຊິມ ລາຍງານວ່າ: ຜົນກຳໄລຫຼາຍກວ່າເຄິ່ງໜຶ່ງຂອງບໍລິສັດມາຈາກການຈຳໜ່າຍສິນຄ້າໃນໄລຍະ 4 ເດືອນທຳອິດຂອງປີນີ້ໃນອາເມຣິກາ ຊຶ່ງເພີ່ມຂຶ້ນໃນອັດຕາ 604,7% ເມື່ອທຽບກັບຈຳນວນການຂາຍຂອງປີຜ່ານມາ.

ເມື່ອພິຈາລະນາສະຖານະການຕະຫຼາດຜະລິດຕະພັນໝີ່ສຳເລັດຮູບໃນປະເທດທີ່ເລີ່ມອີ່ມຕົວ ບວກກັບຕະຫຼາດນອກປະເທດທີ່ສ້າງຜົນກຳໄລໄດ້ດີ ເຮັດໃຫ້ບໍລິສັດລາຍໃຫຍ່ຂອງວົງການໝີ່ສຳເລັດຮູບແບບ ສ ເກົາຫຼີ ຢ່າງນົງຊິມ ເລີ່ມຊອກຫາຊ່ອງທາງການລົງທຶນເພີ່ມເຕີມໃນຕ່າງປະເທດເຊັ່ນ: ການເປີດໂຮງງານໃນອາເມຣິກາ ແລະ ຈັດຕັ້ງ Supplier ນຳເຂົ້າສິນຄ້າ ເພື່ອຂະຫຍາຍທຸລະກິດໄປສູ່ຕະຫຼາດໂລກຕໍ່ໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments