Sunday, October 13, 2024
Homeຂ່າວຕ່າງປະເທດອິນເດຍ ປະເຊີນກັບພາວະໝາກເລັ່ນແພງ

ອິນເດຍ ປະເຊີນກັບພາວະໝາກເລັ່ນແພງ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອິນເດຍ ປະກາດວ່າ: ລາຄາໝາກເລັ່ນໃນອິນເດຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍລາຄາຕໍ່ກິໂລໃນລັດເບງກອນຕາເວັນຕົກ ເພີ່ມຂຶ້ນ 155 ຣູປີອິນເດຍ ຊຶ່ງຖືວ່າສູງທີ່ສຸດໃນປະເທດ ແລະ ລາຄາສະເລ່ຍເພີ່ມຂຶ້ນຈາກໄລຍະສອງສາມອາທິດຜ່ານມາ ຊຶ່ງຢູ່ທີ່ປະມານ 20 ຣູປີອິນເດຍຕໍ່ກິໂລ.

ສາເຫດທີ່ເຮັດໃຫ້ລາຄາໝາກເລັ່ນເພີ່ມສູງຂຶ້ນໄດ້ແກ່ການຂາດແຄນຜົນຜະລິດ, ພາວະຄື້ນຄວາມຮ້ອນສູງຂຶ້ນໃນບາງພື້ນທີ່ຂອງປະເທດ ແລະ ມໍລະສຸມມາເຖິງຊ້າໃນຫຼາຍພື້ນທີ່ ໂດຍລາຄາຂາຍຍ່ອຍສະເລ່ຍທົ່ວອິນເດຍຢູ່ທີ່ 83,29 ຣູປີອິນເດຍຕໍ່ກິໂລ ແລະ ລາຄາຖານນິຍົມຢູ່ທີ່ 100 ຣູປີອິນເດຍຕໍ່ກິໂລ. ຕະຫຼອດໄລຍະ 2 ອາທິດຜ່ານມາ ກຸ່ມຜູ້ຈັດຈຳໜ່າຍຜັກພົບກັບພາວະການເຊື່ອງຊ້າຈາກກຸ່ມລັດທີ່ປູກ ໝາກເລັ່ນ ຊຶ່ງປະເຊີນກັບຜົນກະທົບດ້ານການເກັບກ່ຽວ ແລະ ການຂົນສົ່ງ ຂະນະທີ່ຄວາມເສຍຫາຍຂອງຜົນຜະລິດຕົ້ນຕໍມາຈາກຝົນຕົກໜັກສົ່ງຜົນກະທົບຕໍ່ລາຄາເຊັ່ນດຽວກັນ.

ນອກຈາກນີ້ລັດຖະບານກາງອິນເດຍໄດ້ເປີດເຜີຍວ່າ: ລາຄາໝາກເລັ່ນທີ່ເພີ່ມສູງຂຶ້ນໃນປັດຈຸບັນເປັນປະກົດການຕາມລະດູການ ແລະ ມີທ່າອ່ຽງຫຼຸດລົງໃນໄລຍະ 15 ວັນຂ້າງໜ້າ ແລະ ກັບມາສູ່ພາວະປົກກະຕິພາຍໃນໜຶ່ງເດືອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments