Sunday, October 13, 2024
Homeຂ່າວໜ້າໜຶ່ງຮ່າງກົດໝາຍວ່າດ້ວຍການຈັດຫາງານມີຄວາມສຳຄັນ ສຳລັບແຮງງານ

ຮ່າງກົດໝາຍວ່າດ້ວຍການຈັດຫາງານມີຄວາມສຳຄັນ ສຳລັບແຮງງານ

ກົດໝາຍ ວ່າດ້ວຍການຈັດຫາງານ ມີຄວາມສຳຄັນທີ່ສຸດ ທີ່ພົວພັນເຖິງແຮງງານ ທີ່ຈະສາມາດເຂົ້າເຖິງວຽກເຮັດງານທໍາທີ່ໝັ້ນຄົງ, ມີລາຍໄດ້ ຫຼື ຄ່າແຮງງານທີ່ເໝາະສົມ, ທັງເປັນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ດັ່ງນັ້ນກົດໝາຍສະບັບນີ້ ຕ້ອງໄດ້ພິຈາລະນາຢ່າງຮັດກຸມ. ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ກໍລະກົດ ນີ້, ພາຍຫຼັງ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍ ການຈັດຫາງານ ແລະ ປະທານກອງປະຊຸມ ໄດ້ເຈາະຈີ້ມ, ໃຫ້ທິດຊີ້ນໍາຄົ້ນຄວ້າປະກອບຄໍາເຫັນແລ້ວ; ສສຊ ກໍໄດ້ສຸມໃສ່ປະກອບຄໍາເຫັນຢ່າງກົງໄປກົງມາ, ມີລັກສະນະສ້າງສັນ ເພື່ອໃຫ້ກົດໝາຍສ້າງໃໝ່ ສະບັບນີ້ ມີຄວາມຮັດກຸມ ແລະ ຫຼີກລ່ຽງການເກີດມີຊ່ອງວ່າງຂອງກົດໝາຍ.

ທ່ານ ນາງ ບົວໄຂ ເພັງພະຈັນ ສສຊ ເຂດ 13 ແຂວງສະຫວັນນະເຂດ ໄດ້ປະກອບຄໍາເຫັນແລກປ່ຽນບາງຈຸດ ໂດຍໄດ້ສະເໜີວ່າ: ຮ່າງກົດໝາຍສະບັບນີ້ ມີ 5 ມາດຕາທີ່ໄດ້ລະບຸໄວ້ວ່າ “ໄດ້ລະບຸໄວ້ໃນລະບຽບການຕ່າງຫາກ”, ຖ້າຫາກວ່າລະບຽບການຕ່າງຫາກ ຫາກແມ່ນໄດ້ສ້າງແລ້ວ ກໍສະເໜີໃຫ້ຄັດຕິດມາພ້ອມ ເພື່ອໃຫ້ບັນດາທ່ານ ສສຊ ໄດ້ຄົ້ນຄວ້າໄປນໍາ ເນື່ອງຈາກວ່າໃນການສ້າງກົດໝາຍໃນໄລຍະຜ່ານມາມີຫຼາຍສະບັບ ທີ່ມີຄໍາວ່າ ມີລະບຽບການຕ່າງຫາກ ແມ່ນມີຈໍານວນຫຼາຍ. ແຕ່ວ່າມາເບິ່ງແລ້ວ, ບາງກົດໝາຍກໍຍັງເຫັນວ່າ ຮອດໄລຍະປັບປຸງກົດໝາຍແລ້ວ, ລະບຽບການຕ່າງຫາກ ຫຼື ນິຕິກຳໃຕ້ກົດໝາຍ ຍັງບໍ່ທັນໄດ້ສ້າງ. ຖ້າຫາກວ່າມີ ກໍສະເໜີໃຫ້ຕິດຄັດມາ, ຖ້າຍັງບໍ່ທັນມີ ກໍສະເໜີໃຫ້ສ້າງໂດຍໄວ ເພື່ອການຈັດຕັ້ງປະຕິບັດໄດ້ສະດວກ.

ກົດໝາຍ ວ່າດ້ວຍການຈັດຫາງານ ເປັນກົດໝາຍສ້າງໃໝ່ ແລະ ມີຄວາມສຳຄັນຫຼາຍທີ່ພົວພັນເຖິງແຮງງານ ທີ່ຈະສາມາດເຂົ້າເຖິງວຽກເຮັດງານທໍາທີ່ໝັ້ນຄົງ, ມີລາຍໄດ້ ຫຼື ຄ່າແຮງງານທີ່ເໝາະສົມ ແລະ ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ທີ່ເກີດຂຶ້ນຈາກການບໍ່ມີວຽກເຮັດງານທໍາ ທັງບັນຫາແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ແລະ ອື່ນໆ ຊຶ່ງກົດໝາຍສະບັບນີ້ ຕ້ອງມີຄວາມຮັດກຸມທີ່ສຸດ ຕ້ອງໄດ້ພິຈາລະນາເຖິງລະບຽບການຕ່າງຫາກ ທີ່ບໍ່ໄດ້ລະບຸລະອຽດໃນກົດໝາຍ.

(ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments