Saturday, October 12, 2024
Homeຂ່າວກິລາສກຂ ຈຳປາສັກ ແຂ່ງຂັນບານສົ່ງ ສະຫຼອງວັນສ້າງຕັ້ງກິລາ-ກາຍະກຳ ຄົບຮອບ 57 ປີ

ສກຂ ຈຳປາສັກ ແຂ່ງຂັນບານສົ່ງ ສະຫຼອງວັນສ້າງຕັ້ງກິລາ-ກາຍະກຳ ຄົບຮອບ 57 ປີ

ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຈຳປາສັກ ຈັດການແຂ່ງຂັນກິລາບານສົ່ງ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 57 ປີ (13 ກໍລະກົດ 1966-13 ກໍລະກົດ 2023, ວັນໂອແລມປິກແຫ່ງຊາດລາວ ຄົບຮອບ 45 ປີ ແລະ ວັນໂອແລມປິກສາກົນ ຄົບຮອບ 129 ປີ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.

ກິດຈະກຳແຂ່ງຂັນກິລາບານສົ່ງຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-9 ກໍລະກົດ 2023 ທີ່ເດີ່ນກິລາຂອງ ວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ (ວິທະຍາເຂດ1) ໂດຍມີ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ທ່ານ ໄພວອນ ຜາບຸນມີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ພ້ອມດ້ວຍແຂກຖືກເຊີນຈາກພະແນກການ, ຄູຝຶກ, ກຳມະການຕັດສິນ, ນັກກິລາ ຕະຫຼອດຮອດກອງເຊຍແຕ່ລະພາກສ່ວນເຂົ້າຮ່ວມຢ່າງຟົດຟື້ນ.

ການແຂ່ງຂັນກິລາບານສົ່ງດັ່ງກ່າວ ມີນັກກິລາທີ່ມາຈາກທົ່ວປະເທດສົ່ງທີມເຂົ້າຮ່ວມແຂ່ງຂັນ ມີທັງໝົດ 8 ທີມ, ແບ່ງອອກເປັນ 2 ສາຍ ຄື: ສາຍ A ປະກອບມີ ທີມນ້ອງດຳວອນເລບອນຄລັບ, ທີມໂປຣເຟດເຊີນໍ, ທີມຄຳຕັນ 7444 ແລະ ທີມສະຕູດີໂອວິຊີ. ສ່ວນ ສາຍ B ປະກອບມີ ທີມເດິເນັກ ຈີເນີເຣເຊິນ, ທີມມາດາມວີຊີ, ທີມຄຣິດຕຽນຂ່າວປະເສີດແຂວງ ແລະ ທີມກອງພົນທະຫາບທີ 5. ໂດຍແຕ່ລະທີມສາມາດເອົານັກກິລາຈາກຕ່າງປະເທດເຂົ້າຮ່ວມໃນທີມຂອງຕົນເອງໄດ້ສອງຄົນ ແລະ ການແຂ່ງຂັນແມ່ນແຂ່ງພົບກັນໝົດໃນສາຍແລ້ວຄັດເອົາອັນດັບທີ 1-2 ຂອງແຕ່ລະສາຍຜ່ານເຂົ້າສູ່ຮອບຮອງຊະນະເລີດ ຫຼື ຮອບ 4 ທີມສຸດທ້າຍ.

ຜ່ານການແຂ່ງຂັນຜົນປະກົດວ່າ ຊະນະເລີດ ທີມມາດາມວີຊີ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 5.000. 000 ກີບ, ອັນດັບທີ 2 ທີມຄຳຕັນ 7444 ໄດ້ຮັບເງິນລາງວັນ 3.000.000 ກີບ ແລະ ອັນດັບທີ 3 ທີມນ້ອງດຳວອນເລບອນຄລັບ ໄດ້ຮັບເງິນລາງວັນ 2.000.000 ກີບ.

ການແຂ່ງຂັນກິລາບານສົ່ງຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກມະຫາວິທະຍາໄລຣາຊະພັດ ແຂວງອຸບົນລາດຊະທານີ ຣາຊະອານາຈັກໄທ ຈຳນວນ 10.000.000 ກີບ ແລະ ບໍລິສັດຫ້າງຮ້ານຈາກພາກລັດ ແລະ ເອກຊົນປະກອບສ່ວນອີກຈຳນວນໜຶ່ງ.

ໂດຍ: ຂາວພອນ ມ້າວຄຳຜິວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments