Saturday, October 12, 2024
Homeຂ່າວພາຍໃນເຝິກອົບຮົມທັກສະການປະກອບອາຊີບສ້າງທຸລະກິດໃຫ້ກັບຊາວໜຸ່ມລາວ

ເຝິກອົບຮົມທັກສະການປະກອບອາຊີບສ້າງທຸລະກິດໃຫ້ກັບຊາວໜຸ່ມລາວ

ການເຝິກອົບຮົມທັກສະດ້ານການປະກອບອາຊີບສ້າງທຸລະກິດໃຫ້ກັບຊາວໜຸ່ມລາວ ພາຍໃຕ້ໂຄງການ “ສົ່ງເສີມການປະກອບອາຊີບ ການສ້າງນັກທຸລະກິດ” ຊຸດທີ 2 ຈັດຂຶ້ນວັນທີ 10 ກໍລະກົດ 2023 ທີ່ຄະນະອັກສອນສາດ ມະຫາວະທະຍາໄລແຫ່ງຊາດ ເປັນປະທານຮ່ວມຂອງທ່ານ ທອງສຸກ ຄໍາມະນີ ອະທິການບໍດີ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ທ່ານ ຫວູ ຈຸ່ນ ຫົວໜ້າຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ປະຈໍາແຂວງຢູນນານ ທ່ານ ເຫວີຍ ຊື ຫຼຽງ ຫົວໜ້າສະມາຄົມຮ່ວມມືຕ່າງປະເທດດ້ານເສດຖະກິດ ແລະ ເຕັກນິກ ນະຄອນຄຸນໝິງ ສປ ຈີນ ມີທ່ານ ຄໍາແພງ ເພັງມະນີ ຮອງຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ພ້ອມດ້ວຍວິທະຍາກອນ ແລະ ນັກສຶກສາເຂົ້າຮ່ວມ.

​ຈຸດປະສົງ ເພື່ອການມີວຽກເຮັດງານທໍາຂອງຜູ້ປະກອບການຊາວໜຸ່ມລາວ ພ້ອມທັງຊຸກຍູ້ການພົວ ພັນຮ່ວມມືລະຫວ່າງປະຊາຊົນສອງຊາດຈີນ-ລາວ ແລະ ຍັງເປັນການແລກປ່ຽນຂໍ້ມູນຂ່າວສານລະຫວ່າງຈີນກັບລາວຕື່ມອີກ ແນໃສ່ເປັນການປະກອບສ່ວນສ້າງສາຍພົວພັນຮ່ວມມືລະຫວ່າງລາວ-ແຂວງຢູນນານ ເປັນແບບຢ່າງການສ້າງອະນາຄົດຮ່ວມກັນ ເຊິ່ງແຂວງຢູນນານ ມີປະສົບການຫຼາຍດ້ານໃນການສົ່ງເສີມບຸກຄະລາກອນດ້ານການເປັນຜູ້ນໍາ ໂດຍພວກເຮົາພ້ອມທີ່ຈະແບ່ງປັນ ແລະ ແລກປ່ຽນຄໍາຄິດເຫັນກັບຊາວໜຸ່ມໃນການສ້າງວຽກເຮັດງານທໍາ ການປະກອບອາຊີບ ການກໍ່ສ້າງສູນເຝິກອົບຮົມ ແລະ ອື່ນໆ ສະເພາະນັກສຶກສາທີ່ເຂົ້າຮ່ວມເຝິກອົບຮົມຄັ້ງນີ້ຈະໄດ້ຮຽນຮູ້ຮູບແບບການດໍາເນີນທຸລະກິດແບບຈີນ ແລະ ເຂົ້າໃຈປະຫວັດການພັດທະນາຂອງບໍລິສັດ ແລະ ຜູ້ປະກອບການຂອງຈີນ ເຊິ່ງຈະຊ່ວຍໃຫ້ນັກສຶກສາຮູ້ຈັກກ່ຽວກັບການເຮັດວຽກ ແລະ ການເປັນຜູ້ປະກອບການໃນອະນາຄົດ.

​ທ່ານ ທອງສຸກ ຄໍາມະນີ ໃຫ້ສໍາພາດຕື່ມວ່າ: ພາກວິຊາພາສາຈີນເປັນໜຶ່ງໃນ 9 ພາກວິຊາຂອງຄະນະອັກສອນສາດ ແຕ່ລະປີມີນັກສຶກສາສະໝັກເຂົ້າພາກພາສາຈີນເປັນຈໍານວນຫຼາຍ ແຕ່ພວກເຮົາມີຕົວເລກຈໍາກັດ ເຊິ່ງມະຫາວິທະຍາໄລແຫ່ງຊາດ ໄດ້ອະນຸມັດ ໂດຍອີງໃສ່ຄວາມສາມາດສະຖານທີ່ ແລະ ຄູສອນສາມາດຮັບໄດ້ພຽງແຕ່ 100 ກວ່າຄົນຕໍ່ປີ ເຊິ່ງໃນແຕ່ລະປີມີການຈັດຕັ້ງການຮຽນ-ການສອນພາຍໃນຫ້ອງຮຽນ ບໍ່ມີໂອກາດໃຫ້ນ້ອງນັກສຶກສາລົງເຝິກງານ ເນື່ອງຈາກສະຖານທີ່ລົງເຝິກງານມີໜ້ອຍ ແຕ່ ຄວາມຕ້ອງການນັກສຶກສາລົງເຝິກງານເຮັດຕົວຈິງມີ 200 ຄົນ ສະນັ້ນຈຶ່ງໄດ້ເຮັດໜ້າທີ່ໃນການຊອກສະຖານລົງເຝິກງານ ໂດຍປັດຈຸບັນກໍາລັງລະດົມຊອກຫາຜູ້ປະກອບການມາຊ່ວຍໃນການເສີມສ້າງຫຼັກສູດໃຫ້ມີຄວາມເຂັ້ມແຂງທາງດ້ານທັກສະ ເພື່ອຕອບສະໜອງໃຫ້ກັບຕົວເລກທີ່ນັກສຶກສາລົງເຝິກງານ ຜ່ານມາ ມີນິຕິບຸກຄົນເຂົ້າມາຊ່ວຍໃນການເຝິກອົບຮົມດ້ານທັກສະໃນການເຮັດວຽກໃຫ້ນັກສຶກສາ ດັ່ງນັ້ນການເຝິກ ອົບຮົມຄັ້ງນີ້ ໄດ້ເປີດໂອກາດໄດ້ຮຽນຮູ້ ຊອກຫາຊ່ອງທາງລົງເຝິກທັກສະໃນການເຮັດວຽກ ແລະ ກຽມຕົວໃນການເຮັດວຽກຕົວຈິງໃນອະນາຄົດ.

#vientianemai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments