Home ຂ່າວພາຍໃນ MMC ສູນການແພດຄົບວົງຈອນເປີດໃຫ້ບໍລິການເປັນທາງການແລ້ວ

MMC ສູນການແພດຄົບວົງຈອນເປີດໃຫ້ບໍລິການເປັນທາງການແລ້ວ

0

Masters Medical center (MMC) ສູນການແພດຄົບວົງຈອນເປັນສູນການແພດພາກເອກະຊົນພາຍໃຕ້ການຮ່ວມມືລະຫວ່າງຜູປະກອບການລາວ-ໄທ ໃຫ້ບໍລິການສຸຂະພາບມາດຕະຖານສາກົນ ເຕັກໂນໂລຢີທີ່ທັນສະໄໝຄົບວົງຈອນ ທ່ານໝໍມີປະສົບການຈາກພາຍໃນ ແລະ ຕ່າງປະເທດ ຖືເອົາຄົນເຈັບເປັນໃຈກາງ.

ທ່ານ ພູວັງ ພົນນາເຣດ ຜູ້ອໍານວຍການສູນການແພດ Masters Medical center ໃຫ້ສຳພາດວັນທີ 8 ກໍລະກົດ 2023 ວ່າ: MMC ເປັນສູນການແພດເຊິ່ງເປີດໃຫ້ບໍລິການຄົນເຈັບມາໄດ້ປະມານ 1 ເດືອນກວ່າ ໂດຍເນັ້ນໃສ່ເຄື່ອງມືທີ່ທັນສະໄໝ ແພດໝໍທີ່ມີຄວາມຊຳນານສູງ ຄວາມສະອາດ ແລະ ຄວາມປອດໄພຂອງຄົນເຈັບໂດຍໃຫ້ບໍລິການທຸກຊັ້ນ ກວດ ແລະ ປິ່ນປົວພະຍາດຄົບວົງຈອນທັງເດັກນ້ອຍ ແລະ ຜູ້ໃຫຍ່ ຖືເອົາຄົນເຈັບເປັນໃຈກາງ ໂດຍມຸ່ງໝັ້ນການກວດທີ່ໄດ້ມາດຕະຖານຖືກຕ້ອງ ແລະ ຮັກສາທີ່ປອດໄພ ນຳໃຊ້ຢາທີ່ມີຄຸນນະພາບ.

ທ່ານ ນາງ ຜ່ານຊະນັ່ນ ສິຣິສາຊາ ປະທານຜູ້ບໍລິຫານສູນການແພດ MMC ກ່າວວ່າ: MMC ສ້າງຂຶ້ນເພື່ອຕອບສະໜອງການບໍລິການດ້ານສຸຂະພາບທີ່ໄດ້ມາດຕະຖານສາກົນ ຫຼຸດຜ່ອນການໄປປິ່ນປົວສຸຂະພາບຢູ່ຕ່າງປະເທດ ເຊິ່ງການໄປປິ່ນປົວຢູ່ຕ່າງປະເທດຈະເພີ່ມຄ່າໃຊ້ຈ່າຍ ເສຍເວລາພ້ອມທັງຄວາມຫຍຸ້ງຍາກໃນການຮັກສາ ສະນັ້ນ MMC ຈຶ່ງເປັນທາງເລືອກຫນຶ່ງທີ່ອຳນວຍຄວາມສະດວກສະບາຍໃຫ້ທຸກທ່ານໄວ້ວາງໃຈໃນບໍລິການທີ່ມີຄຸນນະພາບ ມີແພດຊ່ຽວຊານ ເຄື່ອງມືໃນການກວດຮັກສາທີ່ທັນສະໄໝເປັນຕົ້ນ X-Ray Ultrasound ແລະ ຫ້ອງ Lab ໃນການກວດຫາພະຍາດຕ່າງໆເຮັດໃຫ້ຜູ້ທີ່ເຂົ້າມາໃຊ້ບໍລິການໄດ້ຮັບການທີ່ມີຄຸນນະພາບ.

MMC ສູນການແພດໃຫ້ບໍລິການຮັກສາພະຍາດທົ່ວໄປເຊັ່ນ ພະຍາດຍິງ ພະຍາດຊາຍ ພະຍາດໃນເດັກ ພະຍາດຕິດຕໍ່ທາງເພດສຳພັນ ກວດສຸຂະພາບ ຝາກຕ້ອງ ເອໂກ 4D ບໍລິການສັກວັກຊີນ ລວມໄປເຖິງໂປຣແກມຟື້ນຟູສຸຂະພາບ ບໍລິການສ່ອງລັງສີ X-Ray ໂດຍເດຊ່ຽວຊານໃຫ້ຄຳປຶກສາ ແລະ ໃຫ້ບໍລິການ ນອກຈາກນີ້ຍັງມີສູນເສີມຄວາມງາມຄົບວົງຈອນໃຫ້ບໍລິການອີກດ້ວຍ ສູນການແພດດັ່ງກ່າວຕັ້ງຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

#vientianemai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version