Saturday, October 12, 2024
Homeຂ່າວກິລາຫຼັງອາດເສຍ ເອັມບັບເປ "PSG" ຕັ້ງເປົ້າ ຫວັງຕັດໜ້າ ຄວ້ານັກເຕະເປົ້າໝາຍ "ແມນຢູ -ເຊລຊີ"

ຫຼັງອາດເສຍ ເອັມບັບເປ “PSG” ຕັ້ງເປົ້າ ຫວັງຕັດໜ້າ ຄວ້ານັກເຕະເປົ້າໝາຍ “ແມນຢູ -ເຊລຊີ”

ໃຜດີໃຜໄດ້ ປາຣີ ແຊັງ-ແຊກແມງ (PSG) ໂດດເຂົ້າມາຮ່ວມຫວັງຄວ້າຕົວນັກເຕະເປົ້າໝາຍ ແມນເຊັສເຕີ ຢູໄນເຕັດ ໄປຮ່ວມທີມ ຫຼັງຈາກມີໂອກາດສູນເສຍ ຄີລຽນ ເອັມບັບເປ ໄປ.

ໃນວັນທີ 10 ກໍລະກົດ 2023 ຫຼັງຈາກທີ່ອະນາຄົດຂອງ ຄີລຽນ ເອັມບັບເປ ດາວຍິງທີມຊາດຝຣັ່ງຂອງ ປາຣີ ແຊັງ-ແຊັກແມັງ ບໍ່ມີຄວາມແນ່ນອນ ເພາະເຫຼືອສັນຍາເຖິງພຽງແຕ່ເດືອນມິຖຸນາ 2024 ໂດຍທ່ານ ນາສເຊີ ອັລ-ເຄໄລຟີ ປະທານສະໂມສອນ ບີບໃຫ້ດາວເຕະອາຍຸ 24 ປີ ຕ້ອງໃຫ້ຄວາມກະຈ່າງແຈ້ງກ່ຽວກັບອະນາຄົດພາຍໃນ 2 ອາທິດ ຫາກບໍ່ຕໍ່ສັນຍາ ພ້ອມທີ່ຈະຂາຍຖິ້ມທັນທີໃນລະດູຮ້ອນນີ້ ເພາະບໍ່ຢາກເສຍໄປແບບບໍ່ມີຄ່າຕົວຫຼັງຈາກຈົບລະດູການ 2023-24 ທີ່ກໍາລັງຈະມາເຖິງ

ຫຼ້າສຸດ ຟາບຣິຊິໂອ ໂຣມາໂນ່ ນັກຂ່າວຄົນດັງອອກມາລາຍງານວ່າ: ” ຮູ້ມາວ່າ ດູຊານ ວະລາໂຮວິຊ ສາມາດຍ້າຍອອກຈາກ ຢູເວນຕຸສ ໄດ້ – ແຕ່ດ້ວຍຂໍ້ສະເໜີທີ່ເໝາະສົມເທົ່ານັ້ນ ເຂົາເປັນ 1 ໃນ 4 ກອງໜ້າທີ່ PSG. Che ກໍາລັງພິຈາລະນາ.”

ວະລາໂຮວິຊ ຄືສູນໜ້າທີ່ເຄີຍຕົກເປັນຂ່າວກັບ ແມນເຊສເຕີ ຢູໄນເຕັດ, ອາເຊນອລ ລວມເຖິງ ເຊວຊີ ໂດຍຜູ້ກ່ຽວຍ້າຍຈາກ ຟໍອໍເຣນຕິນາ ມາຢູ່ກັບ ຢູເວນຕຸສ ດ້ວຍຄ່າຕົວ 81,6 ລ້ານເອີໂຣໃນລະດູການທີ່ຜ່ານມາ ແຕ່ຍິງໄປໄດ້ພຽງ 14 ປະຕູ, ສົ່ງໃຫ້ໝູ່ຍິງອີກ 4 ປະຕູຈາກ 42 ນັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments