Monday, November 25, 2024
Homeຂ່າວໜ້າໜຶ່ງສະມາຊິກສະພາແຫ່ງຊາດ ຮັບຟັງ ແລະປະກອບຄໍາເຫັນໃສ່ ຮ່າງກົດໝາຍວ່າດ້ວຍການຈັດຫາງານ

ສະມາຊິກສະພາແຫ່ງຊາດ ຮັບຟັງ ແລະປະກອບຄໍາເຫັນໃສ່ ຮ່າງກົດໝາຍວ່າດ້ວຍການຈັດຫາງານ

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 10 ກໍລະກົດ 2023 ດໍາເນີນພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໄດ້ຮັບຟັງ ການສະເໜີກ່ຽວກັບການສ້າງຮ່າງກົດໝາຍວ່າດ້ວຍການຈັດຫາງານ ທີ່ສະເໜີໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ທ່ານນາງຄໍາໃບ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການ ສັງຄົມກ່າວວ່າ: ຮ່າງກົດໝາຍ ສະບັບນີ້ ປະກອບມີມີ 4 ເນື້ອໃນ ດັ່ງນີ້:

1. ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງກົດໝາຍ;

2. ສະພາບການສ້າງຮ່າງກົດໝາຍ;

3. ໂຄງປະກອບ ແລະ ເນື້ອໃນຂອງຮ່າງກົດໝາຍ;

4. ຄາດຄະເນຜົນໄດ້ຮັບຈາກກົດໝາຍ.

I. ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງກົດໝາຍ

ເຫດຜົນຕົ້ນຕໍໃນການສ້າງກົດໝາຍວ່າດ້ວຍການຈັດຫາງານມີດັ່ງນີ້:

1. ສະພາບຂອງການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດ, ພາກພື້ນແລະສາກົນ ໄດ້ມີການປ່ຽນແປງຢ່າງໄວວາ, ໂດຍສະເພາະແມ່ນດ້ານຂໍ້ມູນຂ່າວສານ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຊື່ງສົ່ງຜົນຕໍ່ການມີວຽກເຮັດງານທໍາຂອງກຳລັງແຮງງານລາວ ນັບມື້ນັບເພີ້ມຂຶ້ນ ແຕ່ນະໂຍບາຍ ແລະ ນິຕິກໍາ ທີ່ກ່ຽວຂ້ອງ ກັບການຈັດຫາງານ ຂອງປະເທດເຮົາ ຍັງບໍ່ທັນເປັນລະບົບຄົບຊຸດ, ບໍ່ຮັດກຸມ ແລະ ພຽງພໍ ກັບຄວາມຕ້ອງການນຳໃຊ້ເຂົ້າໃນວຽກຕົວຈິງ

2. ການຈັດຫາງານ ໂດຍສະເພາະ ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ທີມີໃນປະຈຸບັນຍັງບໍ່ທັນເປັນລະບົບທີ່ກວ້າງຂວາງ, ພາກລັດ, ພາກທຸລະກິດ, ແຮງງານແລະ ສັງຄົມ ຍັງບໍ່ທັນໄດ້ເຂົ້າມາມີສ່ວນຮ່ວມແລະ ນໍາໃຊ້, ບໍ່ທັນສາມາດຄຸ້ມຄອງແບບລວມສູນ ເຮັດໃຫ້ການຕິດຕາມຕະຫຼາດແຮງງານ ແລະ ການຄຸ້ມຄອງການຈັດຫາງານ ຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນ ເທົ່າທີ່ຄວນ;

3. ການເຂົ້າເຖິງການມີວຽກເຮັດງານທຳ ທີ່ໝັ້ນຄົງ, ມີລາຍໄດ້ ຫຼື ຄ່າແຮງງານ ທີ່ເໝາະສົມ ແລະ ໄດ້ຮັບການປົກປ້ອງສິດຜົນປະໂຫຍດຕາມກົດໝາຍ ຂອງກໍາລັງແຮງງານລາວ ໃນຂອບເຂດທົ່ວປະເທດ ຍັງຈໍາກັດ;

4. ຄວາມເປັນເຈົ້າການໃນການສະໜອງຂໍ້ມູນຂ່າວສານ ທາງດ້ານຕໍາແໜ່ງງານ ຫຼື ຄວາມຕ້ອງການແຮງງານ ຂອງແຜນພັດທະນາເສດຖະກິດ-ສັງຄົມ,ແຜນພັດທະນາຂອງ ຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ, ຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ລວມທັງຂໍ້ມູນດ້ານກຳລັງແຮງງານລາວ ຢູ່ພາຍໃນປະເທດ ຍັງບໍ່ທັນພຽງພໍ ແລະ ທັນກັບສະພາບຄວາມຕ້ອງການຕົວຈິງ ເຮັດໃຫ້ບໍ່ສາມາດວາງແຜນການດັດສົມຄວາມຕ້ອງການ ແລະ ການສະໜອງແຮງງານ ຕາມຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດບໍ່ທັນໄດ້ດີ, ການແກ້ໄຂບັນຫາການຂາດແຄນແຮງງານ ແລະ ການວ່າງງານ ພາຍໃນປະເທດ ໃນແຕ່ລະໄລຍະບໍ່ທັນກັບສະພາບການ ຊຶ່ງມີຄວາມຈໍາເປັນຕ້ອງສ້າງນິຕິກຳໃຫ້ເປັນລະບົບຄົບຊຸດ ລວມທັງຕ້ອງໄດ້ສ້າງກົນໄກເພື່ອເຮັດໃຫ້ການຈັດຫາງານສາມາດເຊື່ອມໂຍງກັບການສ້າງ ແລະ ພັດທະນາສີມືແຮງງານລາວໃຫ້ມີຄຸນນະພາບ ຮອງຮັບກັບການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຕາມໂຄງປະກອບເສດຖະກິດ, ສາມາດປະກອບອາຊີບອິດສະຫລະ ເພື່ອກາຍເປັນຜູ້ປະກອບການໃນຕໍ່ໜ້າ.

5. ບັນດາຂະແໜງການທີ່ກ່ຽວຂ້ອງ ກັບການສ້າງ ແລະ ພັດທະນາສີມືແຮງງານ ຫຼື ພັດທະນາຊັບພະຍາກອນມະນຸດ ຍັງບໍ່ສາມາດປະຕິບັດໄປຕາມຄວາມຕ້ອງການຂອງຕະຫຼາດແຮງງານ ຂາດຂໍ້ມູນຄວາມຕ້ອງການແຮງງານ ຫຼື ຂໍ້ມູນຂ່າວສານ ຕະຫຼາດແຮງງານ ພາຍໃນປະເທດ , ພາກພື້ນແລະ ສາກົນ ເຂົ້າໃນການສ້າງ ແລະ ພັດທະນາລະບົບການຮຽນ-ການສອນ ແລະ ການພັດທະນາສີມືແຮງງານ ໃຫ້ມີປະສິດທິພາບ, ສາມາດສະໜອງແຮງງານທີ່ມີທັກສະສີມື ໃຫ້ທັນກັບສະພາບການປ່ຽນແປງທາງດ້ານເສດຖະກິດ-ສັງຄົມ;

6. ການສ້າງນະໂຍບາຍ ແລະ ກົນໄກໃນການຊຸກຍູ້, ສົ່ງເສີມ ແລະ ສ້າງແຮງງຈູງໃຈ ໃຫ້ຜູ້ຢູ່ນອກກຳລັງແຮງງານໃຫ້ເຂົ້າສູ່ຕະຫຼາດແຮງງານພາຍໃນ ຍັງມີຄວາມຈໍາເປັນອັນຮີບດ່ວນ ເພື່ອຊ່ວຍໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ;

7. ເພື່ອແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ທີ່ເກີດຈາກການບໍ່ມີວຽກເຮັດງານທໍາຂອງຊາວໜຸ່ມລາວ ລວມທັງການຕົກເຂົ້າສູ່ຂະບວນການຄ້າມະນຸດ ແລະ ຂູດຮີດແຮງງານ ທີີ່ເກີດຈາກການໃຫ້ບໍລິການຈັດຫາງານທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ການຖືກຫຼອກລວງ ທັງຢູ່ພາຍໃນ ແລະ ໄປຕ່າງປະເທດ.

II. ສະພາບການສ້າງຮ່າງກົດໝາຍ

– ຮ່າງກົດໝາຍວ່າດ້ວຍການຈັດຫາງານ ເປັນກົດໝາຍໜຶ່ງທີ່ນອນຢູ່ໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດຊຸດທີ IX (2021-2025) ຊຶ່ງໃນເດືອນ ພຶດສະພາ ປີ 2021 ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີກັນສັງຄົມ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບສ້າງຮ່າງກົດໝາຍສະບັບນີ້ ແລະ ເລີ່ມໄດ້ດໍາເນີນການສ້າງຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກໍາ;

– ຄະນະຮັບຜິດຊອບສ້າງຮ່າງກົດໝາຍໄດ້ເປັນເຈົ້າການໃນການຄົ້ນຄວ້າກະກຽມເນື້ອໃນໂດຍມີການຈັດກອງປະຊຸມຄົ້ນຄວ້າຂັ້ນວິຊາການຂື້ນຫຼາຍຄັ້ງ ແລະ ລາຍງານຂໍທິດຊີ້ນໍາຈາກຄະນະນໍາຕໍ່ກັບການຄົ້ນຄ້ວາຢ່າງເປັນປົກກະຕິ;

– ລະຫວ່າງເດືອນ ຕຸລາ ຫາ ເດືອນ ພະຈິກ ປີ 2022ໄດ້ທາບທາມຄໍາເຫັນຈາກພາກສ່ວນທີ່ກ່ຽວຂ້ອງນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຕໍ່ຮ່າງກົດໝາຍສະບັບນີ້ ແລະ ສືບຕໍ່ປັບປຸງ ຕາມການປະກອບຄໍາເຫັນຈາກການທາບທາມດັ່ງກ່າວ,ຈາກນັ້ນ ໄດ້ສະເໜີກະຊວງຍຸຕິທໍາກວດກາຄວາມສອດຄ່ອງຂອງຮ່າງກົດໝາຍແລ້ວເຫັນດີນຳຮ່າງກົດໝາຍ ເຂົ້າພິຈາລະນາໃນກອງປະຊຸມລັດຖະບານ ຄັ້ງວັນທີ 16 ມີນາ 2023;

– ໃນທ້າຍເດືອນ ມີນາ 2023 ຄະນະຮັບຜິດຊອບ ໄດ້ປັບປຸງເນື້ອໃນຂອງຮ່າງກົດໝາຍ ຕາມຄໍາເຫັນຂອງສະມາຊິກລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ກໍໄດ້ສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ ເພື່ອນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ສະພາແຫ່ງຊາດ ຊຸດທີ IX;

– ເດືອນເມສາ ຫາເດືອນ ພຶດສະພາ 2023 ກໍາມາທິການກົດໝາຍໄດ້ນໍາເອົາຮ່າງກົດໝາຍ ລົງທາບທາມຄໍາເຫັນທົ່ວປະເທດ ພ້ອມກັບຮ່າງກົດໝາຍອື່ນທີ່ຈະນໍາເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຍັງໄດ້ຈັດກອງປະຊຸມທາບທາມຄໍາເຫັນກັບບັນດາກະຊວງ, ອົງການ ຢູ່ທີ່ສະພາແຫ່ງຊາດ, ທາບທາມຄໍາເຫັນນໍາຄູອຈານ ທີ່ຄະນະນິຕິສາດ ແລະ ລັດຖະສາດ, ທາບທາມຄໍາເຫັນນໍາບັນດາຜູ້ປະກອບການ, ນັກທຸລະກິດ ຢູ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ;

– ວັນທີ 19 ພຶດສະພາ 2023 ກໍາມາທິການກົດໝາຍ ໄດ້ຮ່ວມກັບກໍາມາທິການວັດທະນະທໍາ-ສັງຄົມ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດກອງປະຊຸມກວດກາເນື້ອໃນຮອບດ້ານ ເພື່ອຄົ້ນຄວ້າປັບປຸງຕາມບັນດາຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ທີ່ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍສະບັບນີ້ ເພື່ອເລືອກເຟັ້ນເອົາຄໍາເຫັນທີ່ມີເຫດຜົນປັບປຸງໃສ່ເນື້ອໃນຂອງຮ່າງກົດໝາຍ ຫຼັງຈາກນັ້ນ ກໍໄດ້ລາຍງານຜົນການກວດກາເນື້ອໃນຮອບດ້ານຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ໃນຄັ້ງວັນທີ 26 ພຶດສະພາ 2023 ຊຶ່ງເຫັນດີໃຫ້ນໍາເອົາຮ່າງກົດໝາຍສະບັບນີ້ ເຂົ້າກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX. ຄັ້ງສຸດທ້າຍແມ່ນໄດ້ນໍາເຂົ້າທາບທາມໃນກອງປະຊຸມ ຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 29 ພຶດສະພາ 2023 ທີ່ຜ່ານມາ.

ຜ່ານຂະບວນການທາບທາມ ຮ່າງກົດໝາຍຕາມນິຕິກຳວ່າດ້ວຍການສ້າງຮ່າງກົດໝາຍ ເຫັນວ່າມີພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມີຄຳເຫັນຢ່າງຫຼາກຫຼາຍ ແລະ ກົງໄປກົງມາ ສັງລວມແລ້ວມີຢູ່ໃນ 34 ມາດຕາ ຜ່ານການຄົ້ນຄວ້າ ຄັ້ງວັນທີ 19 ພຶດສະພາ 2023 ເຫັນດີປັບປຸງ10ມາດຕາແລະ ຂໍສະເໜີຮັກສາເນື້ອໃນໄວ້ຄືເກົ່າ 24 ມາດຕາ. ພ້ອມດຽວກັນນີ້, ຍັງໄດ້ຜ່ານການທາບທາມຄໍາເຫັນ ຂອງຄະນະນິຕິສາດ ແລະ ລັດຖະສາດໃນວັນທີ 22 ພຶດສະພາ 2023 ຢູ່ສະພາແຫ່ງຊາດ, ວັນທີ 24 ພຶດສະພາ 2023 ຢູ່ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ, ຜ່ານກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ຄັ້ງວັນທີ 26 ພຶດສະພາ 2023 ແລະ ກອງປະຊຸມ ຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IXວັນທີ 29 ພຶດສະພາ 2023 ທີ່ຜ່ານມາ ຊື່ງສັງລວມວ່າໄດ້ມີການປະກອບຕໍ່ 17 ມາດຕາຂອງຮ່າງກົດໝາຍ ຜ່ານການຄົ້ນຄວ້າ ແມ່ນເຫັນດີປັບປຸງຈໍານວນ 12 ມາດຕາ ແລະ ສະເໜີຮັກສາເນື້ອໃນເກົ່າ ຈໍານວນ 5 ມາດຕາຊຶ່ງລາຍລະອຽດການປະກອບຄຳເຫັນ ແລະ ການອະທິບາຍແຕ່ລະຄໍາເຫັນນັ້ນ ໄດ້ມີການຊີ້ແຈງເຖິງເຫດຜົນຕາມຕາຕະລາງ ທີ່ແຈກຢາຍໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດນັ້ນ.

III. ໂຄງປະກອບ ແລະ ເນື້ອໃນ ຂອງຮ່າງກົດໝາຍ

ຮ່າງກົດໝາຍສະບັບນີ້ ໄດ້ກຳນົດຊື່ ແລະ ມີຫຼາຍເນື້ອໃນທີ່ສຳຄັນ ຊື່ງ ຊື່ ຂອງກົດໝາຍ ທີ່ສະເໜີເຂົ້າໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ (2021-2025) ແມ່ນໃສ່ຊື່ວ່າ: ກົດໝາຍວ່າດ້ວຍການຈັດຫາງານ ຫຼັງຈາກ ຜ່ານກອງປະຊຸມທາບທາມ, ກອງປະຊຸມກວດກາຄວາມສອດຄ່ອງ ກະຊວງຍຸຕິທຳ ແລະ ກອງປະຊຸມລັດຖະບານ ກໍເຫັນດີໃສ່ຊື່ ວ່າກົດໝາຍວ່າດ້ວຍການຈັດຫາງານຕາມແຜນກຳນົດ ເນື່ອງຈາກ ເນື້ອໃນກົດໝາຍສະບັບນີ້ ກໍານົດກ່ຽວກັບວຽກງານການຈັດຫາງານ ທີ່ເປັນອົງປະກອບຂອງການຈັດຫາງານ ລວມທັງລະບຽບການ ແລະ ມາດຕະການໃນການຄຸ້ມຄອງການຈັດຫາງານ. ກົດໝາຍວ່າດ້ວຍການຈັດຫາງານສະບັບນີ້ ປະກອບມີ 11ພາກ ແລະ 67 ມາດຕາ ດັ່ງນີ້້:

ພາກທີ 1 ບົດບັນຍັດທົ່ວໄປ ປະກອບດ້ວຍ 7 ມາດຕາ (ມາດຕາ 1-7)

ໃນພາກນີ້ ເນື້ອໃນທີ່ສຳຄັນອັນໜຶ່ງ ແມ່ນການອະທິບາຍຄຳສັບ ເພື່ອແຍກໃຫ້ເຫັນ ຜູ້ຕ້ອງການຊອກວຽກເຮັດງານທຳ, ກຳລັງແຮງງານ ແລະ ຜູ້ອອກແຮງງານ ເຊັ່ນ: ຜູ້ຕ້ອງການຊອກວຽກເຮັດງານທໍາ ແມ່ນກວມເອົາທັງຫມົດ ຜູ້ວ່າງງານ ຫຼື ຜູ້ອອກແຮງງານ ທີ່ຕ້ອງການປ່ຽນວຽກໃໝ່. ກຳລັງແຮງງານ ແມ່ນພົນລະເມືອງລາວ ທີ່ຢູ່ໃນເກນອາຍຸອອກແຮງງານ ຕາມກົດໝາຍວ່າດ້ວຍແຮງງານ ຊຶ່ງປະກອບມີຜູ້ມີວຽກເຮັດຢູ່ ແລະ ຜູ້ວ່າງງານ. ຜູ້ບໍ່ແມ່ນກຳລັງແຮງງານ ແມ່ນນັກຮຽນ, ນັກສຶກສາ, ແມ່ເຮືອນ, ນັກບວດ, ຜູ້ປ່ວຍ, ພິການ, ເສຍອົງຄະທີ່ບໍ່ສາມາດເຮັດວຽກໄດ້ ແລະ ຜູ້ບໍ່ຕ້ອງການເຮັດວຽກ. ຜູ້ອອກແຮງງານ ແມ່ນຜູ້ທີ່ເຮັດວຽກໃຫ້ຜູ້ອື່ນ ເພື່ອໄດ້ຮັບຜົນຕອບແທນຈາກການອອກແຮງງານ ເປັນເງິນເດືອນ ຫຼື ຄ່າແຮງງານ ລວມທັງຜົນປະໂຫຍດ ຕາມທີ່ກຳນົດໃນກົດໝາຍ ແລະ ສັນຍາແຮງງານ.

ພາກທີ 2 ການຈັດຫາງານປະກອບດ້ວຍ 3 ໝວດ ແລະ 25 ມາດຕາ (ມາດຕາ 8-30)

ພາກນີ້ ກຳນົດອົງປະກອບຂອງການຈັດຫາງານ ແລະ ການໃຫ້ການບໍລິການ ເພື່ອສົ່ງເສີມການມີວຽກເຮັດງານທໍາພາຍໃນປະເທດໃຫ້ແກ່ຜູ້ຕ້ອງການວຽກເຮັດ ຊຶ່ງປະກອບມີ ການສະໜອງແຜນຄວາມຕ້ອງການ ເພື່ອເປັນຂໍ້ມູນໃນການວາງແຜນສະໜອງແຮງງານ, ກຳນົດການຂື້ນທະບຽນແຮງງານ ໂດຍກຳລັງແຮງງານ, ຫົວໜ່ວຍແຮງງານ ຕ້ອງຂື້ນທະບຽນ ເພື່ອຕິດຕາມການເຄື່ອນໄຫວ ແລະ ການປ່ຽນແປງຂອງຕະຫຼາດແຮງງານພາຍໃນປະເທດ, ກໍານົດການນັດພົບແຮງງານ ເພື່ອເຮັດໃຫ້ຜູ້ຕ້ອງການເຮັດວຽກ ແລະ ຜູ້ຕ້ອງການແຮງງານໄດ້ມີໂອກາດ ແລະ ເວທີພົບກັນ, ກໍານົດການສົ່ງເສີມການມີວຽກເຮັດໃນຊົນນະບົດ, ການແນະນໍາການປະກອບອາຊີບ ແລະ ການສະຫງວນອາຊີບໄວ້ໃຫ້ແກ່ແຮງງານລາວ.ສຳລັບການຈັດຫາງານໄປຕ່າງປະເທດ ໄດ້ກໍານົດລະບຽບການໃນການໄປເຮັດວຽກໂດຍກົງ, ການໄປຝຶກງານ ໂດຍອົງການທີ່ໄດ້ຮັບມອບໝາຍ ແລະ ອະນຸຍາດໃຫ້ດໍາເນີນການບໍລິການຈັດຫາງານ ຊຶ່ງລວມມີ ທັງພາກລັດ ໂດຍກະຊວງ ຮສສ ເປັນອົງການທີ່ໄດ້ຮັບມອບໝາຍຈາກລັດຖະບານ ນອກຈາກນັ້ນ, ພາກເອກະຊົນກໍສາມາດເຂົ້າມາດໍາເນີນທຸລະກິດໃນການບໍລິການຈັດຫາງານຊ່ວຍລັດໄດ້.

ພາກທີ 3 ການຢັ້ງຢືນການວ່າງງານປະກອບດ້ວຍ 2 ມາດຕາ (ມາດຕາ 31-32)

ການຢັ້ງຢືນການວ່າງງານ ໄດ້ອອກໃຫ້ແກ່ ຜູ້ວ່າງງານທີ່ເປັນສະມາຊິກປະກັນສັງຄົມ, ຜູ້ວ່າງງານທີ່ເຄີຍເຮັດວຽກຢູ່ຫົວໜ່ວຍແຮງງານ ແຕ່ບໍ່ເປັນສະມາຊິກປະກັນສັງຄົມ ແລະ ຜູ້ວ່າງງານທົ່ວໄປ ເພື່ອໄດ້ຮັບການບໍລິການຈັດຫາງານ ຫຼື ສະເໜີຮັບອຸດໜູນວ່າງງານ ຕາມກົດໝາຍວ່າດ້ວຍປະກັນສັງຄົມ.

ພາກທີ 4 ລະບົບຂໍ້ມູນຂ່າວສານ ຕະຫຼາດແຮງງານປະກອບດ້ວຍ 4 ມາດຕາ (ມາດຕາ 33-36)

ສຳລັບພາກນີ້ ກຳນົດໄວ້ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍຂໍ້ມູນ ຂ່າວສານຕະຫຼາດແຮງງານ ຊຶ່ງບໍ່ໄດ້ກຳນົດເນື້ອໃນລະອຽດຕື່ມໃນກົດໝາຍສະບັບນີ້.

ພາກທີ 5 ທຸລະກິດກ່ຽວກັບການຈັດຫາງານ ປະກອບດ້ວຍ 8 ມາດຕາ(ມາດຕາ 37-44)

ເນື່ອງຈາກ ທຸລະກິດການບໍລິການຈັດຫາງານ ຍັງຖືເປັນປະເພດທຸລະກິດຄວບຄຸມຢູ່ໃນພາກນີ້ ຈຶ່ງຕ້ອງກໍານົດລະອຽດກ່ຽວກັບການດຳເນີນ, ປະເພດ ແລະ ເງື່ອນໄຂຂອງການດຳເນີນທຸລະກິດກ່ຽວກັບການຈັດຫາງານ, ກໍານົດລາຍລະອຽດຂອງເອກະສານທີ່ຜູ້ສະເໜີຕ້ອງໄດ້ປະກອບ ເພື່ອການຂໍອະນຸຍາດ, ກໍານົດລະບຽບຂັ້ນຕອນຂອງການພິຈາລະນາອອກໃບອະນຸຍາດ, ການໂຈະ ແລະ ການຍົກເລີກ ໃບອະນຸຍາດດໍາເນີນທຸລະກິດ ເປັນຕົ້ນ.

ພາກທີ 6 ສະມາຄົມທຸລະກິດການບໍລິການຈັດຫາງານປະກອບດ້ວຍ 3 ມາດຕາ (ມາດຕາ 45-47)

ຈຸດປະສົງໃນການກຳນົດໃຫ້ມີພາກນີ້ ກໍເນື່ອງຈາກວ່າ ບໍລິສັດຈັດຫາງານທີ່ມີຢູ່ໃນປະຈຸບັນ ແມ່ນມີຈຳນວນຫຼາຍ ແລະ ຈະເພີ່ມຂື້ນອີກໃນຕໍ່ໜ້າ. ສະນັ້ນ, ເພື່ອເຮັດໃຫ້ບັນດາບໍລິສັດຈັດຫາງານ ໄດ້ລວມຕົວກັນເປັນກຸ່ມ ເພື່ອດໍາເນີນທຸລະກິດໄປໃນທິດທາງດຽວກັນ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານເຮົາ ຫຼີກລຽງການແກ່ງແຍ່ງແຂ່ງຂັນທີ່ຈະກໍ່ໃຫ້ເກີດຜົນເສຍຫາຍຕໍ່ຜົນປະໂຫຍດລວມຂອງປະເທດ ຈຶ່ງຈໍາເປັນຕ້ອງມີບ່ອນອີງໃຫ້ເຂົາເຈົ້າໄດ້ເຮັດວຽກຮ່ວມກັນ.

ພາກທີ 7 ກອງທຶນການຈັດຫາງານ ປະກອບດ້ວຍ 2 ມາດຕາ (ມາດຕາ 48-49).

ພາກນີ້ຖືເປັນອົງປະກອບໜຶ່ງທີ່ສໍາຄັນຂອງກົດໝາຍ ທີ່ຕ້ອງກໍານົດກ່ຽວກັບກອງທຶນການຈັດຫາງານ ຊື່ງສ້າງຂຶ້ນເພື່ອຊ່ວຍເຫຼືອຜູ້ອອກແຮງງານລາວ ທີ່ເຮັດວຽກຢູ່ຕ່າງປະເທດ ໃນກໍລະນີເກີດເຫດການສຸກເສີນທີ່ຕ້ອງການຄວາມຊ່ວຍເຫຼືອຈາກລັດຖະບານ, ຊ່ວຍຜູ້ອອກແຮງງານລາວທີ່ກັບຄືນມາຈາກຕ່າງປະເທດ ໃຫ້ສາມາດເຂົ້າເຖິງຕະຫຼາດແຮງງານ ແລະ ການປະກອບອາຊີບອິດສະຫລະ, ການກຽມຄວາມພ້ອມໃຫ້ກໍາລັງແຮງງານລາວ ທີ່ຕ້ອງການໄປເຮັດວຽກຢູ່ຕ່າງປະເທດ, ຕິດຕາມ ແລະ ຄຸ້ມຄອງຜູ້ອອກແຮງງານລາວ ຢູ່ຕ່າງປະເທດ. ສ່ວນແຫຼ່ງກອງທຶນແມ່ນມາຈາກ ຜູ້ອອກແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ ແລະ ວິສາຫະກິດບໍລິການຈັດຫາງານ ທີ່ຈັດສົ່ງກໍາລັງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ເປັນຫຼັກ(ສະມາຊິກລັດຖະບານຫຼາຍທ່ານ ກໍໄດ້ສະເໜີໃຫ້ມີ ແລະ ເຫັນສົມຄວນຄົ້ນຄ້ວາພິຈະລະນາຕໍ່ໄປຕື່ມ).

ພາກທີ 8 ຂໍ້ຫ້າມປະກອບດ້ວຍ 3 ມາດຕາ (ມາດຕາ 50-52)

ກ່ຽວກັບຂໍ້ຫ້າມແມ່ນກຳນົດສຳລັບບຸກຄົນ, ນິຕິບຸກຄົນຫຼືການຈັດຕັ້ງອື່ນ, ພະນັກງານ-ລັດຖະກອນ ແລະ ວິສະຫະກິດບໍລິການຈັດຫາງານ.

ພາກທີ9 ອົງການສາມຝ່າຍ ແລະ ການກວດກາ ປະກອບດ້ວຍ 3 ໝວດ ແລະ 11 ມາດຕາ (ມາດຕາ 53-63)

ເຫດຜົນທີ່ກົດໝາຍສະບັບນີ້ຈຳເປັນຕ້ອງກຳນົດ ອົງການຄຸ້ມຄອງການຈັດຫາງງານ ເປັນ ອົງການສາມຝ່າຍ ເພາະໂດຍຫຼັກການດ້ານແຮງງານ ການບໍລິຫານຄຸ້ມຄອງວຽກແຮງງານຕ້ອງແມ່ນສາມຝ່າຍ ມີສ່ວນຮ່ວມນຳ ເຊັ່ນ: ລັດຖະບານ, ອົງການຜູ້ຕາງໜ້າຜູ້ອອກແຮງງານ ແລະ ອົງການຜູ້ຕາງໜ້າຜູ້ໃຊ້ແຮງງານ ໃນການຈັດຫາງານກໍເຊັ່ນດຽວກັນ ຈໍາເປັນຕ້ອງກຳນົດສິດ ແລະ ໜ້າທີ່ຂອງສາມອົງການໄວ້ຢ່າງຊັດເຈນ.

ພາກທີ 10 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ປະກອບດ້ວຍ 2 ມາດຕາ (ມາດຕາ 64-65) ຊຶ່ງກໍານົດ ກ່ຽວກັບ ນະໂຍບາຍຕໍ່ຜູ້ມີຜົນງານ, ແລະ ມາດຕະການຕໍ່ຜູ້ລະເມີດ.

ພາກທີ 11 ບົດບັນຍັດສຸດທ້າຍ ປະກອບດ້ວຍ 2 ມາດຕາ (ມາດຕາ 66-67) ຊຶ່ງກໍານົດກ່ຽວກັບ ການຈັດຕັ້ງປະຕິບັດ ແລະ ຜົນສັກສິດ.

ຈາກຄຳເຫັນທີ່ໄດ້ຮັບ ຈາກການທາບທາມ ແລະ ຮຽບຮຽງເນື້ອໃນຜ່ານມາ ເຫັນວ່າ ມີ 2 ຈຸດທີ່ສະເໜີໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຢືນຢັນ, ປັບປຸງບາງເນື້ອໃນ ແລະ ອະທິບາຍເຫດຜົນຕື່ມ ຊື່ງຂ້າພະເຈົ້າຂໍອະທິບາຍຊີ້ແຈງໃນແຕ່ລະຈຸດ ດັ່ງນີ້:

1). ກ່ຽວກັບກອງທຶນການຈັດຫາງານ: ພາກທີ 7

ຜ່ານການພິຈາລະນາຮັບຮອງ ຈາກກອງປະຊຸມລັດຖະບານ ພາກກອງທຶນ ແມ່ນຍັງບໍ່ໄດ້ກຳນົດໄວ້ໃນຮ່າງ ເປັນພຽງຂໍ້ສະເໜີ ເພື່ອຂໍຄຳເຫັນຈາກສະມາຊິກລັດຖະບານ. ແຕ່ຜົນການປະຊຸມ ຈາກສະມາຊິກລັດຖະບານ ໄດ້ມີຄໍາເຫັນ ສະເໜີໃຫ້ມີກອງທຶນການຈັດຫາງານ ເຫດຜົນ ເພື່ອໃຫ້ລັດຖະບານມີແຫຼ່ງທຶນ ຊ່ວຍເຫຼືອຜູ້ອອກແຮງງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ ໃນກໍລະນີເກີດເຫດການສຸກເສີນຕ່າງໆ. ຈາກນັ້ນ, ຄະນະຮັບຜິດຊອບ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າໂດຍ ກຳນົດເປັນພາກໜຶ່ງຂອງກົດໝາຍ ຊຶ່ງປະກອບມີ 2 ມາດຕາ ໂດຍແຍກອອກຈາກ ກອງທຶນແຮງງານ ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍແຮງງານ. ຜ່ານການທາບທາມ ຄໍາເຫັນແລ້ວ ສ່ວນຫຼາຍ ກໍເຫັນດີ ກໍານົດເປັນກອງທຶນສະເພາະການຈັດຫາງານ ໂດຍບໍ່ອີງໃສ່ກົດໝາຍແຮງງານ ແຕ່ໃຫ້ພິຈາລະນາເບິ່ງຄວາມຈຳເປັນແທ້ໆ ແລະ ເບີ່ງທີ່ມາຂອງແຫຼ່ງທຶນ ຖ້າຈໍາເປັນບໍ່ໃຫ້ມາຈາກລາຍຮັບປົກກະຕິຂອງງົບປະມານແຫ່ງລັດ.

ເພາະສະນັ້ນ, ຈາກການຄົ້ນຄວ້າເຖິງຄວາມເປັນໄດ້ຂອງແຫຼ່ງທຶນ ທີ່ຈະເກັບເຂົ້້າກອງທຶນການຈັດຫາງານ ເຫັນວ່າ ສາມາດຫຼີກລ້ຽງການປະກອບສ່ວນຈາກງົບປະມານຂອງລັດໄດ້ ຈຶ່ງສະເໜີວ່າ:

– ຈະໃຫ້ເປັນກອງທຶນການຈັດຫາງານສະເພາະ ໂດຍມີຈຸດປະສົງ ເພື່ອນໍາໃຊ້ເຂົ້າໃນການຊ່ວຍເຫຼືອແຮງງານລາວ ທີ່ເຮັດວຽກຢູ່ຕ່າງປະເທດ;

– ແຫຼ່ງທຶນແມ່ນມາຈາກ 2 ແຫຼ່ງເປັນຫຼັກ ເຊັ່ນ: 1. ຈາກຜູ້ອອກແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ ເທົ່າກັບ ຫ້າສິບສ່ວນຮ້ອຍ ຂອງຄ່າທໍານຽມ ແລະ ຄ່າບໍລິການ ອະນຸຍາດຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ຕໍ່ ຄົນ ຕໍ່ ຄັ້ງ; 2. ຈາກວິສາຫະກິດບໍລິການຈັດຫາງານ ທີ່ຈັດສົ່ງກໍາລັງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ເທົ່າກັບ ຫ້າສິບສ່ວນຮ້ອຍ ຂອງຄ່າທໍານຽມ ແລະ ຄ່າບໍລິການ ອະນຸຍາດຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ຕໍ່ ຄົນ ຕໍ່ ຄັ້ງ.

2). ການຄຸ້ມຄອງແຮງງານລາວຢູ່ຕ່າງປະເທດ: ມາດຕາ 25

ກະຊວງ ຮສສ ເຫັນວ່າ ມີຄວາມຈຳເປັນ ຈາກປະສົບການຂອງປະເທດອື່ນ ຊື່ງລັດຖະບານອະນຸຍາດ ໃຫ້ກະຊວງແຮງງານສ້າງຕັ້ງ ສໍານັກງານຈັດຫາງານຢູ່ປະເທດທີ່ມີແຮງງານຂອງປະເທດເຂົາເຈົ້າເຮັດວຽກຢູ່.

ສະນັ້ນ, ອີງໃສ່ຄຳເຫັນຜ່ານມາຕໍ່ຮ່າງກົດໝາຍ ແມ່ນ ເຫັນດີໃຫ້ລັດຖະຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະເໜີຕໍ່ ກະຊວງການຕ່າງປະເທດ ເພື່ອຂໍອະນຸມັດແຕ່ງຕັ້ງພະນັກງານ ຫຼື ສ້າງຕັ້ງຫ້ອງການຜູ້ຕາງໜ້າ ໄປປະຈໍາຢູ່ປະເທດທີ່ມີແຮງງານລາວ ເຮັດວຽກຢູ່ ແຕ່ 500 ຄົນຂຶ້ນໄປ ຊື່ງໄດ້ປັບປຸງເນື້ອໃນ ມາດຕາ 25 ຄືນຕື່ມ.

IV. ຄາດຄະເນຜົນໄດ້ຮັບຈາກກົດໝາຍ

ຖ້າກົດໝາຍວ່າດ້ວຍການຈັດຫາງານສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດຄະເນວ່າ ຈະໄດ້ຮັບຜົນ ດັ່ງນີ້:

1. ຈະເຮັດໃຫ້ການຄຸ້ມຄອງລັດໂດຍກົດໝາຍ ໃນດ້ານການຈັດຫາງານ ມີເຄື່ອງມືທີ່ໜັກແໜ້ນຂື້ນຕື່ມ, ເປັນບ່ອນອີງທີ່ໄດ້ມາດຕະຖານທັງພາຍໃນ ແລະ ສາກົນ ໃຫ້ແກ່ການຈັດຕັ້ງປະຕິບັດ, ການຕິດຕາມ, ກວດກາ ແລະ ຄຸ້ມຄອງວຽກງານການຈັດຫາງານ ຢ່າງເປັນລະບົບເອກະພາບ, ມີປະສິດທິພາບ, ປະສິດທິຜົນ, ມີຄວາມໂປ່ງໃສ ແລະ ຍຸຕິທໍາ;

2. ເຮັດໃຫ້ອົງການຈັດຕັ້ງລັດທຸກຂັ້ນ ລວມທັງອົງການປົກຄອງທ້ອງຖິ່ນ, ບັນດາຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງຄົມ, ຜູ້ຕ້ອງການມີວຽກເຮັດງານທຳທຸກຄົນ ກໍຄືແຮງງານລາວ ເຂົ້າໃຈ, ເຂົ້າເຖິງ ແລະ ເຂົ້າຮ່ວມ ໃນວຽກງານການຈັດຫາງານໄດ້ຢ່າງເປັນລະບົບ ແລະ ຫຼາຍຂື້ນ;

3. ການມີລະບົບການຈັດຫາງານ ຊື່ງກວມເອົາລະບົບຂໍ້ມູນ ຂ່າວສານຕະຫຼາດແຮງງານທີ່ດີ ສາມາດນໍາໃຊ້ເຂົ້າໃນການແກ້ໄຂ ບັນດາປະກົດການຫຍໍ້ທໍ້ ກ່ຽວກັບວຽກງານການຈັດຫາງານ ທີ່ເກີດຂຶ້ນໃນສັງຄົມໃນໄລຍະຜ່ານມາ ແລະ ປະຈຸບັນ ເຊັ່ນ: ການວ່າງງານ, ການຂາດແຄນແຮງງານ ແລະ ການວາງແຜນສ້າງ ແລະ ພັດທະນາກໍາລັງແຮງງານໃນອະນາຄົດ;

4. ສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາກົນຕໍ່ກັບລະບົບການຈັດຫາງານ, ການປົກປ້ອງ ແລະ ສົ່ງເສີມສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແຮງງານລາວ.

ພາຍຫລັງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີຮ່າງເນື້ອໃນກົດໝາຍສະບັບນີ້ແລ້ວ ປະທານກອງປະຊຸມ ໄດ້ເຈາະຈີ້ມ ແລະໃຫ້ທິດຊີ້ນໍາ ຕໍ່ຜູ້ແທນກອງປະຊຸມ ເພື່ອໃຫ້ຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນ ເຂົ້າໃສ່ ກົດໝາຍສະບັບນີ້ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະລົງມະຕິຮັບຮອງເອົາໄປຈັດຕັ້ງປະຕິບັດໄດ້

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments