Friday, October 11, 2024
Homeຂ່າວການເມືອງສສຊ​ ແ​ຂວງບໍ່ແກ້ວ​ ຍົກສູງບົດບາດແກ້ໄຂບັນ ຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ

ສສຊ​ ແ​ຂວງບໍ່ແກ້ວ​ ຍົກສູງບົດບາດແກ້ໄຂບັນ ຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ

ທ່ານ ຈອມສີ ລັດຕະນະປັນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໄດ້ໃຫ້ສໍາພາດໃນໂອກາດ ເຂົ້າ ຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ກໍາລັງດໍາເນີນຢູ່ນີ້ ວ່າ: ໃນໄລຍະຜ່ານ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາ ປະຊາຊົນແຂວງ (ສສຂ) ແຂວງບໍ່ແກ້ວພວກເຮົາ ໄດ້ເອົາໃຈໃສ່ຍົກສູງປະສິດທິພາບ ໃນການຈັດຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ສູງຂຶ້ນ, ໂດຍສະເພາະແມ່ນການປັບປຸງ ບັນດາພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະກົງຈັກການຈັດຕັ້ງ ພາຍໃນສະພາປະຊາຊົນແຂວງ ໃຫ້ຄົບຖ້ວນ, ຈະແຈ້ງຊັດເຈນ ແລະ ສອດຄ່ອງກັບກົດໝາຍ, ສະພາບຕົວ ຈິງຂອງທ້ອງຖິ່ນຕົນ ເພື່ອເປັນບ່ອນອີງ ແລະ ເປັນເຄື່ອງມືທີ່ສໍາຄັນ ໃຫ້ແກ່ ການເຄື່ອນໄຫວວຽກງານ ສະພາປະຊາຊົນແຂວງ ໃຫ້ມີຄວາມເຂັ້ມ ແຂງ ແລະ ຜ່ານການການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາ ປະຊາຊົນ ແຂວງບໍ່ແກ້ວ ຊຸດທີ II ຜ່ານມາ ແມ່ນໄດ້ນໍາ ເອົາບັນຫາຕ່າງໆ ເຂົ້າມາຄົ້ນຄວ້າ, ພິຈາລະນາໄດ້ທັງໝົດ 22 ບັນຫາ ແລະ ກອງປະຊຸມໄດ້ພິ ຈາລະນາ, ຮັບຮອງອອກເປັນມະຕິກອງປະຊຸມ ໄດ້ 13 ສະບັບ. ໃນນີ້, ມີຂໍ້ຕົກ ລົງ ຂອງທ່ານເຈົ້າແຂວງ ( ສະບັບສ້າງໃໝ່ ) ຈໍານວນ 3 ສະບັບຄື: ຂໍ້ຕົກລົງ ວ່າ ດ້ວຍການສ້າງ ເມືອງຫ້ວຍຊາຍສະອາດ; ຂໍ້ຕົກລົງວ່າດ້ວຍກອງທຶນ ສົ່ງ ເສີມ ແລະ ພັດທະນາວຽກງານກິລາ-ກາຍະກໍາແຂວງ ແລະ ຂໍ້ຕົກລົງວ່າ ດ້ວຍການຄຸ້ມຄອງ ແລະ ປະຕິບັດ ມາດຕະການຕໍ່ຜູ້ລະ ເມີດລະບຽບກົດ ໝາຍ ໃນຂົງເຂດກະສິກໍາ-ປ່າໄມ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments