Friday, October 11, 2024
Homeຂ່າວພາຍໃນຈຳປາສັກ ສົ່ງເສີມການນຳໃຊ້ເຕັກໂນໂລຊີ ແລະ ໄອຊີທີ ເພື່ອຫລຸດຜ່ອນງົບປະມານ

ຈຳປາສັກ ສົ່ງເສີມການນຳໃຊ້ເຕັກໂນໂລຊີ ແລະ ໄອຊີທີ ເພື່ອຫລຸດຜ່ອນງົບປະມານ

ແຫລ່ງຂ່າວຈາກ ແຂວງຈຳປາສັກໃຫ້ຮູ້ວ່າ: ພະແນກເຕັກໂນໂລຊີ ແລະ ສື່ສານ ແຂວງຈຳປາສັກ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງປະທຸມພອນ ໃນທ້າຍອາທິດຜ່ານມາ, ເຊິ່ງນຳໂດຍທ່ານ ວິໄລ ແກ້ວມະນີໄລ ຫົວໜ້າພະແນກເຕັກໂນໂລຊີ ແລະ ສື່ສານ ແຂວງຈຳປາສັກ, ມີບັນດາທ່ານຫົວໜ້າຫ້ອງການອ້ອມຂ້າງເມືອງ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງ ກໍເພື່ອຊຸກຍູ້ສົ່ງເສີມການນຳໃຊ້ເຕັກໂນໂລຊີ ແລະ ເຄື່ອງມື ໄອຊີທີ ໃຫ້ຫລາຍຂຶ້ນ ເປັນຕົ້ນຫລຸດຜ່ອນການເດີນທາງມາປະຊຸມ ຫັນມາໃຊ້ລະບົບກອງປະຊຸມທາງໄກ, ຫລຸດຜ່ອນງົບປະມານຊື້ເຈ້ຍ ຫັນມາໃຊ້ລະບົບເຕັກໂນໂລຊີແທນ, ການເອົາຂໍ້ມູນຂຶ້ນມາໄວ້ໃນເວັບໄຊ ຂອງພາກສ່ວນຕ່າງໆ, ການຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະ ລະບຽບການໃຫ້ກວ້າງຂວາງ ແລະ ທົ່ວເຖິງ, ສ້າງທັດສະນະຂີດຄວາມສາມາດ ດ້ານເຕັກໂນໂລຊີ ໃຫ້ນັບມື້ຫລາຍຂຶ້ນ, ເອົາຜູ້ຊົມໃຊ້ເປັນໃຈກາງ ແມ່ນບັນຫາສຳຄັນ ເພື່ອສ້າງໃຫ້ມີຄວາມສະດວກວ່ອງໄວ, ປອດໄພ, ທັນສະໄໝ ແລະ ພ້ອມກັນເລີ່ມຕົ້ນໄວ. ດັ່ງຄຳຂວັນ ໃນຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ທີ່ພະແນກເຕັກໂນໂລຊີ ແລະ ສື່ສານແຂວງ ວາງອອກ ແລະ ເຮັດໃຫ້ຖືກຕ້ອງຕາມລະລຽບກົດໝາຍ ຕິດພັນກັບການນຳໃຊ້ເຕັກໂນໂລຊີ ແລະ ເຄື່ອງມືໄອຊີທີ ເຂົ້າມາຊ່ວຍ ໃນການຄຸ້ມຄອງບໍລິຫານງານ ເພື່ອຮັບປະກັນໃຫ້ຜົນງານ ທີ່ອອກມາມີປະສິດທິພາບ ແລະ ປະສິດທິຜົນສູງ.

ຂ່າວ-ພາບ: ບຸນນອງ ໄຊຍະສິງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments