Friday, October 11, 2024

ໃນວັນທີ 7 ກໍລະກົດ 2023 ນີ້ ທີີ່ຫ້ອງວ່າການແຂວງວຽງຈັນ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຜູ້ແທນ ເມືອງ ຈາວທົງ, ແຂວງ ຢຸນນານ ສປ ຈີນ ເຊິ່ງນຳໂດຍ ທ່ານ ກົວ ເຊີ່ງ ຮອງເຈົັ້າເມືອງໆ ຈາວທົງ ແຂວງ ຢຸນນານ ສປ ຈີນ

ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ໄດ້ໃຫ້ກຽດຕ້ອນຮັບດ້ວຍໄມຕີຈິດ,ມິດຕະພາບອັນດີຕາມ ພ້ອມທັງກ່າວວ່າ:ການມາຢ້ຽມຢາມ ຂອງຄະນະຜູ້ແທນ ເມືອງ ຈາວທົງ, ແຂວ ງຢຸນນານ ສປ ຈີນ ໃນຄັ້ງນີ້ສຸດທີີ່ມີຄວາມໝາຍ ຄວາມສໍາຄັນເຊິ່ງ ໄດ້ມີໂອກາດພົບປະເພືີ່ອເປັນການເປີດກວ້າງການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ສປ ຈີນ ເວົ້າລວມ, ເວົ້າສະເພາະ ແຂວງວຽງຈັນ ກັບ ເມືອງ ຈາວທົງ ແຂວງ ຢຸນນານ ສປ ຈີນ ໃຫ້ມີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຫຼາຍຮູບແບບ.ໃນການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ເປັນຄັັ້ງທໍາອິດຂອງຄະນະຜູ້ແທນຈາກ ເມືອງ ຈາວທົງ ແຂວງ ຢຸນນານ ສປ ຈີນ.ດັ່ງນັ້ນເພື່ອເປັນການສ້າງຄວາມຮັກຄວາມແພງສາມັກຄີ,ໄມຕີຈິດ ,ມິດຕະພາບ, ຄວາມຜູກພັນອັນແໜ້ນແຟ້ນຂອງສອງຊາດລາວ-ຈີນ, ຂອງປະຊາຊົນສອງຊາດເວົ້າລວມ, ເວົ້າສະເພາະແຂວງວຽງຈັນ-ແຂວງຢຸນນານ ແມ່ນມີມູນເຊື້ອອັນດີງາມມາແຕ່ດົນນານ ແລະ ຍັງເປັນຄູ່ຮ່ວມສະຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງສອງພັກ-ສອງລັດຖະບານ ກໍ່ຄື ປະຊາຊົນສອງຊາດ, ເຊີ່ງນັບມື້ນັບໄດ້ຮັບການເສີມຂະຫຍາຍ ດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັັ້ງ.ໃນໂອກາດນີ້ທັງສອງຝ່າຍຍັງໄດ້ຜັດກັນລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງທັງສອງຝ່າຍເພື່ອຖອດຖອນບົດຮຽນກໍຄືການນຳເອົາແນວທາງການຮ່ວມມືຂອງທັງສອງຝ່າຍເພື່ອຊຸກຍູ້ບັນດາເສດຖະກິດ-ສັງຄົມ ແລະ ການຮ່ວມມືຊ່ວຍເຫລືອເຊິ່ງກັນແລະກັນເພື່ອແນ່ໃສ່ເຮັດໃຫ້ການຮ່ວມມືຂອງທັງສອງຝ່າຍມີການຮັດແຫນ້ນຂຶ້ນເລື້ອຍໆ ພາຍໃຕ້ການຊີ້ນໍາ-ນໍາພາຂອງ ສອງພັກ,ສອງຊາດ ລາວ-ຈີນ,ຈີນ-ລາວ ກ່າວສູ່ການພັດທະນາຢ່າງບໍ່ຢຸດຢັ້ງ.

ພາບ-ຂ່າວ: ຄຳຂຽນ ພົມມີໄຊ.

#Media Laos

#ມີເດຍລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments