Thursday, October 10, 2024
Homeຂ່າວພາຍໃນກຽມສະຫລອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ

ກຽມສະຫລອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ

ສູນກາງສະຫະພັນແມ່ຍິງລາວ ກະກຽມຈັດຫລາຍກິດຈະກຳ ເພື່ອສະເຫລີມສະຫລອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955-20 ກໍລະກົດ 2023) ເປັນຕົ້ນ ການສ້າງຂະບວນການ ຂອງສະຫະພັນແມ່ຍິງລາວແຕ່ລະຂັ້ນ, ຈັດສຳມະນາ, ປາຖະ ກະຖາ, ຈັດງານຕະຫລາດນັດ ວາງສະແດງສິນຄ້າກະສິກຳ-ຫັດຖະກຳ ທີ່ເປັນສີໄມ້ລາຍມືຂອງແມ່ຍິງ ແລະ ຂອງທ້ອງຖິ່ນ, ກິດຈະກຳຕິດພັນກັບການອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທໍາອັນດີງາມຂອງຊາດ ຂອງແມ່ຍິງລາວ, ສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຂະບວນການບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແລະ ຈັດຕັ້ງການຢ້ຽມຢາມພະນັກງານປະຕິວັດອາວຸໂສບຳນານ, ອະດີດການນໍາເພດຍິງ ຕາມຄວາມເໝາະສົມ ແລະ ເງື່ອນໄຂຕົວຈິງ.

ໃນວັນທີ 7 ກໍລະກົດ 2023 ນີ້, ທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຖະແຫລງຂ່າວກ່ຽວກັບ ການກະກຽມສະເຫລີມສະຫລອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 68 ປີ ຕໍ່ສື່ມວນຊົນວ່າ: ວັນທີ 20 ກໍລະ ກົດ ຂອງທຸກໆປີ ສູນກາງສະຫະພັນແມ່ຍິງລາວ, ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນ ດາເຜົ່າໃນທົ່ວປະເທດ ໄດ້ພ້ອມໃຈກັນເຂົ້າຮ່ວມສະເຫລີມສະຫລອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ເຊິ່ງເປັນອົງການຈັດຕັ້ງມະຫາຊົນໜຶ່ງ ໃນລະບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນ ທີ່ພັກເປັນຜູ້ໃຫ້ກຳເນີດ, ຝຶກຝົນຫລໍ່ຫລອມ ແລະ ຊຸກຍູ້ສົ່ງເສີມ ເພື່ອໃຫ້ແມ່ຍິງໄດ້ເຮັດໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ-ເດັກນ້ອຍ ຕິດພັນກັບການສຶກສາອົບຮົມເຕົ້າໂຮມຄວາມສາມັກຄີ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງແມ່ຍິງລາວ, ປະກອບສ່ວນເຂົ້າໃນພາລະກິດປະຕິວັດ ກໍຄື ພາລະກິດພັດທະນາແມ່ຍິງ, ເອົາໃຈໃສ່ປະຕິບັດສິດສະເໝີພາບຍິງ-ຊາຍ ແລະ ປົກປັກຮັກສາມູນເຊື້ອທີ່ເປັນເອກະລັກຂອງແມ່ຍິງລາວ ໃນໄລຍະໃໝ່.

ສຳລັບ ສູນກາງສະຫະພັນແມ່ຍິງລາວ ໃນວັນທີ 14 ກໍລະກົດ 2023 ແມ່ນຈະໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນຳຂອງການນຳຂັ້ນສູງ ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງທາງດ້ານເສດຖະກິດໃນໄລຍະໃໝ່” ແລະ ກິດຈະກຳອື່ນໆ ທີ່ສູນການຮ່ວມມື ແລະ ຝຶກອົບຮົມລາວ-ຍີ່ປຸ່ນ (ICTC) ໂດຍຮ່ວມກັບສະມາຄົມນັກທຸລະກິດຍິງ ແລະ ສະມາຄົມຫັດຖະກຳລາວ; ວັນທີ 21 ກໍລະກົດ 2023 ສ້າງຂະບວນການບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ຮ່ວມກັບສູນເລືອດແຫ່ງຊາດອົງການກາແດງລາວ ພາຍໃຕ້ຄໍາຂວັນ “68 ປີ ມີໄຊ ໃຫ້ເລືອດ ໃຫ້ຊີວິດ” ທີ່ສູນການຄ້າລາວ-ໄອເຕັກ ຈະເລີ່ມແຕ່ 8:00 ໂມງ ຫາ 16:00 ໂມງ; ໃນໄລຍະສະເຫລີມສະຫລອງວັນສຳຄັນດັ່ງກ່າວ ສູນກາງສະຫະພັນແມ່ຍິງລາວ ເຊີນຊວນທຸກພາກສ່ວນ ນຳພາສະມາຊິກສະຫະພັນແມ່ຍິງລາວ-ແມ່ຍິງລາວ ບັນດາເຜົ່າ ເອົາໃຈໃສ່ສຶກສາອົບຮົມລູກຫລານ, ເຂົ້າຢ້ຽມຊົມຫໍມູນເຊື້ອແມ່ຍິງລາວ ທີ່ສູນອົບຮົມແມ່ຍິງລາວ ແລະ ຫ້ອງສິນສາຍໄໝ ຢູ່ບ້ານຊຽງຍືນ ໃນໂມງລັດຖະການ.

ໂອກາດນີ້ ທ່ານນາງ ສິລິກິດ ບຸບຜາ ໄດ້ຕາງໜ້າໃຫ້ຄະນະສະຫະພັນແມ່ຍິງ ທຸກຂັ້ນ ສະມາຊິກສະຫະພັນແມ່ຍິງ ແມ່ຍິງລາວບັນດາເຜົ່າ ຂໍສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການນໍາພັກ ສະພາແຫ່ງຊາດ ແລະ ລັດຖະບານ ເຊິ່ງຍາມໃດກໍເອົາໃຈໃສ່ສ້າງທຸກເງື່ອນໄຂ ໃຫ້ແກ່ການເຕົ້າໂຮມຄວາມສາມັກຄີ ສຶກສາອົບຮົມບໍາລຸງສ້າງສະມາຊິກສະຫະພັນແມ່ຍິງລາວ ບັນດາເຜົ່າ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວໃນທຸກດ້ານ ທັງສ້າງຄວາມເຊື່ອໝັ້ນ ແລະ ຖືສໍາຄັນຕໍ່ບົດບາດຂອງແມ່ຍິງໃນການເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຂໍຝາກຄໍາອວຍພອນ ແລະ ຢື້ຢາມຖາມຂ່າວອັນສະໜິດສະໜົມ ຂອງຄະນະສະຫະພັນແມ່ຍິງທຸກຂັ້ນ ໄປເຖິງແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ຈົ່ງພ້ອມກັນຝຶກຝົນຫລໍ່ຫລອມຕົນເອງ ຍົກສູງຄວາມຮູ້ຄວາມສາ ມາດ, ບຸກໜ້າບືນຕົວ ປະກອບສ່ວນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມຂອງລັດ, ແຜນພັດທະນາແມ່ຍິງແຫ່ງຊາດ ໃຫ້ສໍາເລັດຜົນ, ພ້ອມກັນຈັດຕັ້ງປະຕິບັດຄຳຂວັນ ຊົມເຊີຍວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ 1955-20 ກໍລະກົດ 2023 ຄົບຮອບ 68 ປີ ຢ່າງສຸດໃຈ ກໍຄື ຂໍ້ແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ເຊິ່ງເປັນການປະກອບສ່ວນສໍາຄັນໃນການພັດທະນາຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ ເຮັດໃຫ້ຖານະບົດບາດຂອງແມ່ຍິງລາວ ສູງຂຶ້ນຕື່ມທັງພາຍໃນ ແລະ ເວທີສາກົນ.

ຂ່າວ: ວຽງສະຫວັນ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments