Wednesday, October 9, 2024
Homeຂ່າວຕ່າງປະເທດນາຊາ-ສເປຊເອັຊ ຈະສົ່ງທີມນັກບິນອາວະກາດ ໄປຍັງສະຖານີນານາຊາດ

ນາຊາ-ສເປຊເອັຊ ຈະສົ່ງທີມນັກບິນອາວະກາດ ໄປຍັງສະຖານີນານາຊາດ

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ວັນທີ 6 ກໍລະກົດ, ອົງການນາຊາ ແລະ ສເປຊເອັຊ ເປັນບໍລິສັດເອກະຊົນ ດ້ານອາວະກາດ ສັນຊາດ ສ.ອາເມລິກາ ພວມວາງແຜນ ສົ່ງທີມນັກບິນ ອາວະກາດ ໄປຍັງ ສະຖານີ ອາວະກາດ ນານາຊາດ ໃນເດືອນສິງຫານີ້ ພາຍໃຕ້ ພາລະກິດ ຄຣູວ-7 (Crew-7). ອົງການ ກ່ຽວຂ້ອງ ເປີດເຜີຍ ວ່າ: ໂດຍ ກຳນົດ ໄລຍະເວລາ ໃຫ້ໄວທີ່ສຸດ ສຳລັບ ພາລະກິດ ຄຣູວ-7 ກົງກັບ ວັນທີ 15 ສິງຫາ ໂດຍ ຈະສົ່ງຈະຫລວດ ຈາກ ຖານປ່ອຍ ຈະຫລວດ 39 ເອ ທີ່ ສູນອາວະກາດ ເຄນເນດີ ຂອງ ນາຊາ ໃນລັດຟໍລຣີດາ. ການດຳເນີນ ພາລະກິດໃນຄັ້ງນີ້ ຈະຂົນສົ່ງ ຈັສມິນ ມອກເບລີ ນັກບິນອາວະກາດ ອົງກອນ ແລະ ຜູ້ບັນຊາການ ພາລະກິດດັ່ງກ່າວ ແລະ ອື່ນໆ ໄປປະຈຳພາລະກິດ ເທິງອາວະກາດ. /

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments