Wednesday, October 9, 2024
Homeຂ່າວຕ່າງປະເທດຕວັກກີ ປະກາດຫ້າມສູບຊີຊາ ຢູ່ໃນສາທາລະນະ

ຕວັກກີ ປະກາດຫ້າມສູບຊີຊາ ຢູ່ໃນສາທາລະນະ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 6 ກໍລະກົດ, ໜ່ວຍງານ ທ້ອງຖິ່ນ ນະຄອນ ອີສຕັນບູລ ເປັນເມືອງ ທີ່ມີ ປະຊາກອນ ອາໄສ ຢູ່ຫລາຍທີ່ສຸດ ຂອງ ຕັວກກີ ປະກາດ ຫ້າມການສູບ ຊີຊາ ຢູ່ໃນສາທາລະນະ ໄປຈົນກວ່າ ຈະມີປະກາດ ເພີ່ມຕື່ມ ເພື່ອຫລຸດຜ່ອນ ຄວາມສ່ຽງ ການເກີດໄຟໃໝ້ປ່າ ແລະ ອັນຕະລາຍອື່ນໆ.

ທ່ານ ດາວຸດ ກຸລ ຜູ້ວ່າການນະຄອນອິສຕັນບູລ ໂພສຂໍ້ຄວາມໃນທະວິດເຕີ ວ່າ: ການສູບຊີຊາ ຢູ່ໃນຫລາຍສະຖານທີ່ແຄມຫາດຊາຍ, ປ່າໄມ້, ພື້ນທີ ພັກຜ່ອນ ແລະ ສວນສາທາລະນະ ທົ່ວນະຄອນນີ້ ຈະສັ່ງຫ້າມຢ່າງເດັດຂາດ, ຖ້າວ່າ ສະຖານທີ່ ຮັບຮອງ ທີ່ໄດ້ຮັບ ການອະນຸຍາດ ໃຫ້ເປີດ ດຳເນີນການ. ນອກພື້ນທີ່ ທີ່ ໄດ້ກຳນົດ ດັ່ງກ່າວ ຈະບໍ່ໄດ້ຮັບ ຜົນກະທົບ ຈາກການ ຄຳສັ່ງຫ້າມ ດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments