Wednesday, October 9, 2024
Homeຂ່າວຕ່າງປະເທດສປຊ ປຸກລະດົມບັ້ນການສື່ສານຊຸກຍູ້ ບັນດາເປົ້າໝາຍ ພັດທະນາແບບຍືນຍົງ

ສປຊ ປຸກລະດົມບັ້ນການສື່ສານຊຸກຍູ້ ບັນດາເປົ້າໝາຍ ພັດທະນາແບບຍືນຍົງ

ຕາມ​ຂ່າວ​ຈາກວິທະຍຸ​ສາກົນຫວຽດນາມ ເມື່ອ​ບໍ່​ດົນ​ມາ​ນີ້ສະຫະ​ປະຊາ​ຊາດ (ສປຊ) ໄດ້ປຸກລະດົມບັ້ນການສື່ສານເພື່ອແນໃສ່ ຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ໂດຍບັນດາການນຳໂລກໄດ້ຮັບຮອງເອົາ ໃນປີ 2015. ສປຊ ໃຫ້ຮູ້ວ່າ ບັ້ນການສື່ສານໄດ້ຮັບການປຸກລະດົມກ່ອນກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບ SDG ຄາດວ່າ: ຈະຈັດ​ຂຶ້ນໃນເດືອນກັນຍານີ້ ຢູ່ນະຄອນຫລວງນິວຢອກ ຂອງ ສ.ອາ​ເມ​ລິ​ກາ ເພື່ອແນໃສ່ປຸກລຸກຄວາມສົນໃຈໃນການປະຕິບັດ SDG, ຜ່ານນັ້ນກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ເພື່ອອະນາ ຄົດລວມ. ໜຶ່ງໃນບັນດາຈຸດສຸມ ຂອງບັ້ນການສື່ສານແມ່ນຂໍ້ລິເລີ່ມ ActNow ໂດຍມຸ່ງໄປເຖິງມະຫາຊົນ ເພື່ອແນໃສ່ສົ່ງເສີມບັນດາການກະທຳຄືນຳໃຊ້ ພາຫະນະຄົມມະນາຄົມສາທາລະນະ ເພື່ອຫລຸດຜ່ອນການປ່ອຍອາຍພິດ, ຍູ້ໄວຄວາມຄືບໜ້າໃນການປະຕິບັດ SDG ເພື່ອການດຳລົງຊີວິດທີ່ດີງາມ ແລະ ໜ່ວຍໂລກທີ່ເຂັ້ມແຂງກ່ວາສຳລັບໝົດທຸກຄົນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments