Wednesday, October 9, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ ກາຍເປັນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນໃນ ອາຊີ ຕາເວັນອອກ ສ່ຽງໃຕ້

ສສ ຫວຽດນາມ ກາຍເປັນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນໃນ ອາຊີ ຕາເວັນອອກ ສ່ຽງໃຕ້

ຕາມ​ຂ່າວ​ຈາກວິທະຍຸ​ສາກົນຫວຽດນາມ ຫົວຂໍ້ຂອງບົດຂຽນຕີລາຄາ ກ່ຽວກັບການທ່ອງທ່ຽວຫວຽດນາມ ທີ່ໄດ້ເອົາລົງໃນໜັງສືພິມ Deutch Welle ເຢຍລະມັນ ແລະ ບາງອົງການສື່ມວນຊົນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ​ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້ຄັດສະເໜີ ​ໂດຍຜູ້ຂຽນ Tommy Walker ໃຫ້ຮູ້ວ່າ: ບົດລາຍງານຂອງ Google Destination Insights ໄດ້ຕີລາຄາ ສສ ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວ ໄດ້ຮັບການຊອກຫາຫລາຍອັນດັບທີ 7 ໃນໄລຍະ ເວລາ ແຕ່ເດືອນມີນາ ຫາເດືອນ ມິຖຸນາ ແລະ ແມ່ນປະເທດໜຶ່ງດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ ເຂົ້າໃນ Top20. ຄວາມຊື່ສຽງຂອງ ຫວຽດ ນາມ ໄດ້ສະແດງ ໃຫ້ເຫັນ ຜ່ານຈຳນວນ ແຂກທ່ອງທ່ຽວ ສາກົນມາ ສສ ຫວຽດນາມ ໃນ 6 ເດືອນຕົ້ນປີ 2023 ເຊິ່ງບັນລຸ ກ່ວາ 5,5 ລ້ານເທື່ອຄົນ, ຕົນເລກນີ້ ກໍ່ລື່ນກາຍ ຍອດຈຳນວນ ແຂກທ່ອງທ່ຽວ ສາກົນ ມາຫວຽດນາມ ໃນທົ່ວປີ 2022. ບົດຂຽນ ກໍ່ຖືວ່າ ບັນດານະໂຍບາຍ ວີຊາໃໝ່ ຕໍ່ແຂກ ທ່ອງທ່ຽວ ສາກົນ ຈະຊຸກຍູ້ ຂະແໜງ ການທ່ອງທ່ຽວ ຫວຽດນາມ ພັດທະນາຂຶ້ນ​ ຢ່າງ​ຕໍ່​ເນື່ອງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments