Tuesday, October 8, 2024
Homeຂ່າວພາຍໃນໄຊສົມບູນ ໄຂກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ

ໄຊສົມບູນ ໄຂກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ

ແຫລ່ງຂ່າວຈາກແຂວງໄຊສົມບູນ ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ເປີດກວ້າງ ຄັ້ງທີ 12 ສະໄໝທີ I ປີ 2023 ໄຂຂຶ້ນໃນວັນທີ 6 ກໍລະກົດ 2023 ໂດຍການເປັນປະທານ ຂອງສະຫາຍ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ພ້ອມດ້ວຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາໜ່ວຍພັກພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ ເລຂາພັກເມືອງ ເຂົ້າຮ່ວມ.

ສະຫາຍ ພົຕ ວົງສອນ ອິນປານພິມ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການຕີລາຄາຜົນການຈັດຕັ້ງປະຕິບັດໜ້າວຽກຕ່າງໆ ໂດຍສະເພາະ ການຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນ ຢ່າງກົງໄປກົງມາ ແລະ ພາວະວິໄສ ຕໍ່ບັນດາໜ້າວຽກທີ່ຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະໄດ້ພ້ອມກັນປັບປຸງ, ແກ້ໄຂໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ ທັງນີ້ກໍເພື່ອວາງທິດທາງແຜນການເຄື່ອນໄຫວ ແຕ່ລະໜ້າວຽກ ໃຫ້ມີຄວາມຮັດກຸມ ແລະ ສາມາດເປັນບ່ອນອີງ ເພື່ອນຳໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ມີປະສິດທິພາບດີຂຶ້ນກວ່າເກົ່າໃນຕໍ່ໜ້າ.

ສະຫາຍ ສົມບູນ ສອນລິດທິເດດ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ໄດ້ສະຫລຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023, ເຊິ່ງຕະຫລອດໄລຍະ 6 ເດືອນຜ່ານມາ ຄະນະບໍລິຫານງານພັກແຂວງ ແລະ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳຢ່າງຕັ້ງໜ້າ ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເປັນຕົ້ນ ໄດ້ຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງ ຂອງພັກ-ລັດ ຂອງຂັ້ນເທິງທີ່ວາງອອກແຕ່ລະໄລຍະ ແລະ ໄດ້ສຸມໃສ່ການຈັດຕັ້ງປາຖະກະຖາເລົ່າມູນເຊື້ອ ເນື່ອງໃນວັນສຳຄັນຕ່າງໆ ຂອງພັກ-ຂອງຊາດ ເຮັດໃຫ້ທຸກເປົ້າໝາຍມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ, ຍົກສູງສະຕິເປັນເຈົ້າຕົນເອງ, ເປັນເຈົ້າຂອງປະເທດຊາດ ໄປພ້ອມກັບການຍົກສູງສະຕິລະວັງຕົວ, ຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ປຸກລະດົມເຕົ້າໂຮມຄວາມສາມັກຄີພາຍໃນພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ, ພ້ອມດຽວກັນນີ້ ວຽກງານກໍສ້າງພັກ-ພະນັກງານ ກໍໄດ້ເອົາໃຈໃສ່ກໍ່ສ້າງ ແລະ ຂະຫຍາຍພັກຖືກຕ້ອງ ຕາມກົດລະບຽບຂອງພັກວາງອອກຢ່າງເຂັ້ມງວດ ໂດຍສາມາດກໍ່ສ້າງ ແລະ ຂະຫຍາຍມະຫາຊົນຜູ້ກ້າວໜ້າ ຮຽນສະໜັບສະໜູນ ຈຳນວນ 48 ສະຫາຍ ຍິງ 18 ສະຫາຍ, ຮຽນກົດລະບຽບພັກ ຈໍານວນ 32 ສະຫາຍ ຍິງ 12 ສະຫາຍ, ຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 41 ສະຫາຍ ຍິງ 8 ສະຫາຍ ແລະ ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ 40 ສະຫາຍ ຍິງ 15 ສະຫາຍ.

ນອກນີ້ ແຂວງໄຊສົມບູນ ຍັງໄດ້ຕົກລົງຮັບຮອງເອົາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ທົ່ວແຂວງ 235 ໜ່ວຍພັກ ແລະ ຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ທົ່ວແຂວງ 28 ໜ່ວຍພັກ ແລະ ອັນພົ້ນເດັ່ນໄດ້ສໍາເລັດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ 5 ເມືອງ ແລະ 2 ກອງບັນຊາການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມນີ້ ວຽກງານດ້ານອື່ນໆ ກໍໄດ້ຈັດຕັ້ງປະຕິບັດສໍາເລັດ ຕາມຄາດໝາຍທີ່ວາງໄວ້.

ຂ່າວ: ຕູດ ຄໍາພໍໃຈ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments