Monday, October 7, 2024
Homeຂ່າວກິລາຍື່ນຄຳຂາດ ! “ເຄໄລຟີ” ຮຽກຮ້ອງໃຫ້ “ເອັມບັບເປ” ຕໍ່ສັນຍາໃນ 2 ອາທິດ

ຍື່ນຄຳຂາດ ! “ເຄໄລຟີ” ຮຽກຮ້ອງໃຫ້ “ເອັມບັບເປ” ຕໍ່ສັນຍາໃນ 2 ອາທິດ

ທ່ານ ນາສເຊີ ອັນ ເຄໄລຟີ ປະທານ ປາຣີ ແຊັງ-ແຊັກແມັງ ຢືນຢັນວ່າ ຫາກ ຄິລິຢັນ ເອັມບັບເປ ຢາກຢູ່ຕໍ່ ຈະຕ້ອງຕັດສິນໃຈຕໍ່ສັນຍາສະບັບໃໝ່ພາຍໃນ 2 ອາທິດ ພ້ອມໃຫ້ຄໍາໝັ້ນວ່າຈະບໍ່ເສຍດາວດັງຄົນນີ້ໄປແບບໄຮ້ຄ່າຕົວຢ່າງແນ່ນອນ. ເດືອນກ່ອນ ເອັມບັບເປ ຂຽນຈົດຫມາຍບອກ PSG ວ່າ ຈະບໍ່ໃຊ້ທາງເລືອກຂະຫຍາຍສັນຍາທີ່ກໍາລັງຈະໝົດໃນປີ 2024 ຂະນະດຽວກັນ ຫົວໜ້າທີມຊາດຝຣັ່ງ ອາຍຸ 24 ປີ ຢືນຢັນວ່າຈະຢູ່ຮັບໃຊ້ PSG ຕໍ່ໄປສັນຍາທີ່ເຫຼືອ 1 ລະດູການ ນັ້ນເຮັດໃຫ້ທີມຍິ່ງໃຫຍ່ແຫ່ງນະຄອນຫຼວງ ສໍ່ແວວທີ່ຈະສູນເສຍດາວຍິງຂອງທີມໂດຍບໍ່ມີຄ່າຕົວ ຢ່າງໃດກໍຕາມ, ທ່ານ ອັນ ເຄໄລຟີ ຢືນຢັນວ່າຈະບໍ່ຍອມໃຫ້ເກີດຂຶ້ນ.

“ຈຸດຢືນຂອງຂ້ອຍແມ່ນຈະແຈ້ງມາຕະຫຼອດ ແລະ ຂ້ອຍບໍ່ຢາກຈະເວົ້າຊ້ໍາຊາກຫຼາຍເທື່ອ” ປະທານສະໂມສອນຊາວກາຕາ. ໃຫ້ສໍາພາດໃນຂະນະເປີດຕົວ ຫຼຸຍ ເອັນຣິເກ ເປັນຜູ້ຈັດການໃໝ່ເມື່ອວັນພຸດທີ່ຜ່ານມາ “ຫາກເອັມບັບເປ ຕ້ອງການຢູ່ຕໍ່ ເຮົາກໍຕ້ອງການໃຫ້ເຂົາຢູ່ຕໍ່ ແຕ່ຈະຕ້ອງມີການເຊັນສັນຍາສະບັບໃໝ່” “ເຮົາບໍ່ຕ້ອງການທີ່ຈະສູນເສຍນັກເຕະທີ່ດີທີ່ສຸດໃນໂລກໄປແບບບໍ່ມີຄ່າຕົວ ເຮົາບໍ່ສາມາດເຮັດແນວນັ້ນໄດ້.ແລະ ນີ້ຄືສະໂມສອນຂອງປະເທດຝຣັ່ງ.

“ເອັມບັບເປ ບອກວ່າເຂົາຈະບໍ່ມີທາງຍ້າຍອອກໂດຍບໍ່ເສຍຄ່າ ແລະ ຫາກມື້ນີ້ເຂົາເກີດປ່ຽນໃຈ ນັ້ນກໍບໍ່ແມ່ນຄວາມຜິດຂອງຂ້ອຍ.”

“ເຮົາເຮັດຂໍ້ຕົກລົງດ້ວຍວາຈາກັນ ແລະ ເອັມບັບເປ ຢືນຢັນແບບນັ້ນອອກສື່ໄປແລ້ວດ້ວຍ ເຊິ່ງນັ້ນເຮັດໃຫ້ຂ້ອຍຮູ້ສືກຊັອກຫຼາຍ ທີ່ໄດ້ຮູ້ວ່າເຂົາຕັດສິນໃຈກຽມການຍ້າຍແບບບໍ່ມີຄ່າຕົວ”.

“ເອັມບັບເປ ຄືໄວໜຸ່ມທີ່ຍອດຢ່ຽມ ແລະ ເປັນສຸພາບບຸລຸດ… ການຍ້າຍອອກຈາກສະໂມສອນທີ່ໃຫຍ່ທີ່ສຸດໃນປະເທດຝຣັ່ງ ບໍ່ແມ່ນລະດັບຂອງເຂົາເລີຍ ນັ້ນເຮັດໃຫ້ຂ້ອຍທັງແປກໃຈ ແລະ ຜິດຫວັງ.”

” ໃນວົງການບານເຕະ ທ່ານບໍ່ມີທາງເຫັນຜູ້ຫຼິ້ນທີ່ດີທີ່ສຸດອອກຈາກສະໂມສອນໂດຍບໍ່ເສຍຄ່າ ມັນບໍ່ມີທາງເກີດຂຶ້ນ.”

” ດັ່ງນັ້ນ ເອັມບັບເປ ຕ້ອງຕັດສິນໃຈພາຍໃນ 1 ຫຼື 2 ອາທິດ ແລະ ບໍ່ເກີນໄປກວ່ານັ້ນ”

“ ຖ້າ ເອັມບັບເປ ບໍ່ຕ້ອງການເຊັນສັນຍາໃໝ່ ປະຕູທາງອອກກໍເປີດຢູ່ ເພາະວ່າຢູ່ທີ່ນີ້ບໍ່ມີໃຜໃຫຍ່ກວ່າສະໂມສອນ ບໍ່ວ່ານັກເຕະຄົນໃດ ຫຼືແມ່ນແຕ່ຂ້າພະເຈົ້າເອງ.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments