Monday, October 7, 2024
Homeຂ່າວຕ່າງປະເທດເດືອນຜ່ານມາດັດຊະນີການຈໍລະຈອນສິນຄ້າເອເລັກໂຕຣນິກຈີນເພີ່ມຂຶ້ນ

ເດືອນຜ່ານມາດັດຊະນີການຈໍລະຈອນສິນຄ້າເອເລັກໂຕຣນິກຈີນເພີ່ມຂຶ້ນ

ຂ່າວສານຊີອາໄອລາຍງານ ໃນວັນທີ 5 ກໍລະກົດ ຜ່ານມາ, ສະຫະພັນການຈໍລະຈອນສິນຄ້າ ແລະ ການຈັດຊື້ຈີນໄດ້ປະກາດໂຕເລກດັດຊະນີການຈໍລະຈອນສິນຄ້າດ້ານການຄ້າເອເລັກໂຕຣນິກຂອງຈີນໃນເດືອນມິຖຸນາຜ່ານມາຄື: 110,6 ຈຸດ, ເພີ່ມຂຶ້ນ 1,1 ຈຸດ ເມື່ອທຽບກັບເດືອນພຶດສະພາ. ພາຍໃຕ້ການບໍລິໂພກຂອງຈີນຟື້ນຟູຂຶ້ນ, ການຈໍລະຈອນສິນຄ້າດ້ານການຄ້າເອເລັກໂຕຣນິກກໍເພີ່ມຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ ໂດຍສະເພາະແມ່ນການຈໍລະຈອນສິນຄ້າດ້ານການຄ້າເອເລັກໂຕຣນິກຢູ່ເຂດຊົນນະບົດຈີນໄດ້ເພີ່ມຫຼາຍຂຶ້ນຢ່າງເດັ່ນຊັດ.

ແຫ່ງຕ່າງໆຂອງຈີນໄດ້ຈັດກິດຈະກຳເພື່ອຊຸກຍູ້ການບໍລິໂພກ ແລະ ລະດົມໃຫ້ປະຊາຊົນບໍລິໂພກຜ່ານທາງອິນເຕີເນັດ, ການຊຸກຍູ້ກຳລັງແຮງບົ່ມຊ້ອນທາງອອນລາຍ ແລະ ອອຟລາຍ ໄດ້ຮັບການສົ່ງເສີມຢ່າງມີປະສິດທິຜົນ. ໂຕເລກເວທີການຄ້າເອເລັກໂຕຣນິກຕົ້ນຕໍສະແດງໃຫ້ເຫັນວ່າ: ໃນເດືອນມິຖຸນາຜ່ານມາ, ການຈຳໜ່າຍອາຫານ, ຜະລິດຕະພັນທີ່ໃຊ້ເຂົ້າໃນກິດຈະກຳກາງແຈ້ງ ແລະ ເຄື່ອງຫຼິ້ນກິລາແມ່ນເພີ່ມຂຶ້ນຢ່າງວ່ອງໄວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments