Monday, October 7, 2024
Homeຂ່າວກິລາເປັນຫຍັງອາເຊນອລ ຈຶ່ງສາມາດທຸ່ມເທເງິນຄວ້າ 3 ນັກເຕະໃໝ່ ເຂົ້າມາເສີມທີມໄດ້

ເປັນຫຍັງອາເຊນອລ ຈຶ່ງສາມາດທຸ່ມເທເງິນຄວ້າ 3 ນັກເຕະໃໝ່ ເຂົ້າມາເສີມທີມໄດ້

Kieran Maguire ຜູ້ຊ່ຽວຊານດ້ານບັນຊີ ແລະ ການເງິນ ແລະ ເປັນອາຈານສອນປະຈໍາຢູ່ມະຫາວິທະຍາໄລ ລິເວີພູລ ໄດ້ອອກມາເປີດເຜີຍວ່າ ເປັນຫຍັງ ອາເຊນອລ ຈຶ່ງສາມາດທຸ່ມເທເງິນ 200 ລ້ານປອນໃນການຄວ້າຕົວ ດີແຄລນ ໄຣ, ໄຄ ຮາແວດ ແລະ ເຢີຣຽນ ທິມເບີ ເຂົ້າມາເສີມທີມໄດ້ ໂດຍເຂົາກ່າວວ່າ:

“ອາເຊນອລ ມີສະຖານະທາງດ້ານການເງິນທີ່ເຂັ້ມແຂງຫຼາຍ ເຫດຜົນສໍາຄັນຄືພວກເຂົາຈັດການເພດານຄ່າຈ້າງໃຫ້ຢູ່ພາຍໃຕ້ການຄວຍຄຸມຄ່າຈ້າງຂອງອາເຊນອນຫຼຸດລົງເມື່ອທຽບກັບປີ 2018 ແລະ ພວກເຂົາຍັງມີຄ່າຈ້າງທີ່ນ້ອຍກວ່າ 150-170 ລ້ານປອນ ເມື່ອທຽບກັບຄູ່ແຂ່ງຢ່າງ ແມນເຊສເຕີ ຊີຕີ, ແມນເຊສເຕີ ຢູໄນເຕັດ ແລະ ລີເວີພູລ ດັ່ງນັ້ນ, ພວກເຂົາມີຄວາມຍືດຍຸ່ນໃນການເຂົ້າສູ່ຕະຫຼາດ ແລະ ຊື້ນັກເຕະໂດຍບໍ່ຕ້ອງມີຄວາມກັງວົນໃດໆ.

“ບວກກັບຜົນປະໂຫຍດເພີ່ມເຕີມທີ່ພວກເຂົາກໍາລັງຈະໄດ້ກັບໄປຫຼິ້ນໃນແຊມປ້ຽນລີກໃນລະດູການໜ້າ. ພວກເຂົາຮັບປະກັນເງິນເປັນຢ່າງຫນ້ອຍ 50 ລ້ານປອນ. ອາເຊນອລ ເຄີຍຖືກຂະໜານນາມວ່າເປັນສະໂມສອນທະນາຄານແຫ່ງອັງກິດ ພວກເຂົາດໍາເນີນກິດຈະການໄດ້ດີຫຼາຍທາງດ້ານການເງິນ ແລະ ຂ້າພະເຈົ້າຄິດວ່າການປ່ຽນແປງໃນການທຸ່ມເທເງິນແບບທີ່ພວກເຮົາບໍ່ເຄີຍເຫັນມາກ່ອນ ເປັນລາງວັນສໍາລັບ ມິເກວ ອາເຕຕາ ທີ່ພາທີມງານກັບໄປຫຼິ້ນແຊັມປຽນລີກ ໄດ້ອີກຄັ້ງ ເຊິ່ງມີຄວາມໝາຍຢ່າງສູງກັບການເພີ່ມລາຍຮັບສໍາລັບສະໂມສອນ.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments