Monday, October 7, 2024
Homeຂ່າວໜ້າໜຶ່ງທ່ານຮອງປະທານປະເທດຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ

ທ່ານຮອງປະທານປະເທດຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ

ວັນທີ 5 ກໍລະກົດ 2023 ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງ ສູນກາງພັກ ຮອງປະທານປະເທດ ພ້ອມຄະນະໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະ ຕິກນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ຖືກຕ້ອນຮັບໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກຳ ມະການບໍລິຫານຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈຳກັດ ທ່ານ ພັນໂທ ອຸດສາ ລາສະທອນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ສະຖານີລົດໄຟທ່ານາແລ້ງ ແລະ ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ພ້ອມດ້ວຍຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ຄະນະບໍລິ ຫານ ແລະ ພະນັກງານບໍລິສັດທ່ານບົກທ່ານາແລ້ງ ຈຳກັດຜູ້ດຽວ ແລະ ບໍລິ ສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ.

ໂອກາດນີ້ ທ່ານຮອງປະທານປະເທດ ພ້ອມຄະນະໄດ້ຮັບການລາຍງານ ຄວາມເປັນມາຂອງຄໍາວ່າທ່າບົກ ແລະ ການພັດທະນາຂອງໂຄງການ ເຊິ່ງ ປະເທດລາວແມ່ນເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ດັ່ງນັ້ນ ທາງອົງການ ສະຫະປະຊາຊາດຈຶ່ງໃຫ້ສິດໃນການພັດທະນາທ່າບົກ 9 ຈຸດ ທີ່ສາກົນຮັບ ຮອງເພື່ອເປັນປັດໄຈພັດທະນາພື້ນຖານໂຄງລ່າງໂລຈິສຕິກ ເພື່ອເຊື່ອມ ໂຍງກັບທ່າເຮືອສາກົນໃນທົ່ວໂລກນີ້ຖືເປັນທ່າ ແຮງທີ່ສຳ ຄັນທີ່ຈະເຮັດໃຫ້ ສປປ ລາວ ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລກາຍເປັນປະເທດ ເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງ ແລະ ການຄ້າຂອງພາກພື້ນ ໄດ້ຮັບ ຟັງການນໍາສະເໜີວິດີໂອສັ້ນກ່ຽວກັບໂຄງການເຊື່ອມໂຍງການຂົນສົ່ງລາວ ຫຼື Lao Logistics Links ຮັບຟັງບົດລາຍງານຫຍໍ້ກ່ຽວກັບໂຄງການພັດທະ ນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ສະ ພາບການຈັດຕັ້ງປະຕິບັດວຽກ ງານ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ຮັບຟັງລາຍງານຫຍໍ້ວຽກ ງານຂອງ 5 ຂະແໜງການພາກລັດປະຈຳດ່ານສາກົນສິນຄ້າທ່າບົກທ່ານາ ແລ້ງນະຄອນຫຼວງວຽງຈັນ ຈາກນັ້ນໄດ້ປຶກສາຫາລືບາງບັນຫາທີ່ມີຄວາມ ຫຍຸ້ງຍາກໃນການຈັດຕັ້ງປະຕິບັດຢູ່ພາຍໃນດ່ານ ກໍຄື ເຂດທ່າບົກທ່າ ນາແລ້ງໃນຜ່ານມາລະຫວ່າງພາກລັດ ແລະ ຜູ້ພັດທະນາ.

ໃນຕອນທ້າຍ ທ່ານຮອງປະທານປະເທດ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ຂອງລັດ ແລະ ຜູ້ພັດທະນາສືບຕໍ່ຄົ້ນຄວ້າປັບປຸງແກ້ໄຂບັນຫາທີ່ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນການປັບປຸງນິຕິກຳຕ້ອງການກຳນົດ ນະໂຍບາຍ ການຄຸ້ມຄອງຢູ່ໃນສອງດຳລັດຕ້ອງມີການປັບປຸງໃຫ້ມັນແຈ້ງ ໃຫ້ມັນສອດຄ່ອງກັບສະ ພາບຄວາມເປັນຈິງທີ່ມັນເກີດຂຶ້ນ ແລະ ມີການ ຄາດຄະເນລ່ວງໜ້າວ່າຈະມີຫຍັງແດ່ເກີດຂຶ້ນຢູ່ໃນທ່າບົກທ່ານາແລ້ງຕ້ອງກຳນົດໃຫ້ມີລັກສະນະຄົບຊຸດທັງເປັນນິ ຕິກຳເປັນບ່ອນອີງໃຫ້ແກ່ຜູ້ປະ ກອບ ການເພື່ອຈະມີແຜນພັດທະນາຢູ່ໃນເຂດນີ້ໃຫ້ມັນຖືກຕ້ອງສອດຄ່ອງ ກັບນະໂຍບາຍລະບຽບການຂອງພວກເຮົາ ຈາກນັ້ນຄະນະຍັງໄດ້ໄປຢ້ຽມ ຢາມຈຸດເຊື່ອມຕໍ່ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຢ້ຽມຢາມຈຸດຄຽນ ຖ່າຍສິນຄ້າລະຫວ່າງລາງມາດຕະຖານ ແລະ ລາງໜຶ່ງແມັດຕື່ມອີກ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments