Monday, October 7, 2024
Homeຂ່າວກິລາຟີຟາ ອະນຸຍາດໃຊ້ VAR ໃນການແຂ່ງຂັນເຕະບານລີກສູງສຸດ ຫວຽດນາມ

ຟີຟາ ອະນຸຍາດໃຊ້ VAR ໃນການແຂ່ງຂັນເຕະບານລີກສູງສຸດ ຫວຽດນາມ

ສະຫະພັນກິລາບານເຕະສາກົນ ຫຼື ຟີຟາ ໄດ້ອອກໃບອະນຸຍາດໃຫ້ກັບ ຄະນະກຳມະການຕັດສິນ ແລະ ຜູ້ຊ່ວຍຜູ້ຕັດສິນຂອງວີລີກ ຈຳນວນ 18 ຄົນ ໃນການໃຊ້ງານເຕັກໂນໂລຊີ ຊ່ວຍຕັດສິນ ຫຼື VAR ເປັນຄັ້ງທຳອິດ ໃນການແຂ່ງຂັນເຕະບານລີກສູງສຸດຂອງປະເທດຫວຽດນາມ ຫຼື ວີລີກ

ທັງນີ້ ຜູ້ຊ່ຽວຊານຂອງຟີຟາ ໄດ້ຮັບຮອງການຝຶກອົບຮົມຂັ້ນຕອນສຸດທ້າຍ ແລະ ກວດສວບອຸປະກອນການເຮັດວຽກທັງໝົດຂອງ VAR ຈຶ່ງປະເມີນແລ້ວວ່າທຸກຢ່າງເປັນໄປຕາມມາດຕະຖານທາງເຕັກນິກ.

ໃນເກມທຳອິດທີ່ໃຊ້ເຕັກໂນໂລຊີ VAR ຟີຟາ ຈະສົ່ງຜູ້ຊ່ຽວຊານດ້ານການຕັດສິນ VAR ໄປຊ່ວຍເພື່ອເບິ່ງແຍງ ແລະ ສະໜັບສະໜູນການດຳເນີນການ VAR ຂອງ ຫວຽດນາມ ຈະຖືກຕິດຕາມໂດຍ FIFA ເປັນເວລາ 3 ປີ.

ໂດຍຄາດການກັນວ່າ VAR ຈະນຳມາໃຊ້ກັບການແຂ່ງຂັນເຕະບານ ວີລີກ ຫວຽດນາມ ລະດູການ 2023 ຮອບຊີງຊະນະເລີດນີ້ເລີຍ ຊຶ່ງນີ້ຈະໄວກວ່າແຜນການເກົ່າທີ່ຄາດວ່າຈະເລີ່ມນຳໃຊ້ຢ່າງເປັນທາງການນັບແຕ່ລະດູການ 2024 ເປັນຕົ້ນໄປ.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments